ຄວາມເອກະພາບດ້ານແນວຄິດປັນຍາ ເຮັດໃຫ້ໄດ້ຮັບໄຊຊະນະດຽນບຽນຟູ

26/04/2024 17:33
Email Print 702
ຂປລ ທ່າມກາງ ທົ່ວປວງຊົນ ພວມສຸມໃສ່ ສະໜາມຮົບ ດຽນບຽນຟູ, ສູນກາງພັກ ແລະ ປະທານໂຮ່ຈີມິງ ພ້ອມດ້ວຍ ການຊີ້ນຳ ບັນດາ ສະໜາມຮົບ ເພື່ອຊຸກຍູ້ການບຸກໂຈມຕີ ໂດຍການປະສານງານ ກັບ ຖານທີ່ໝັ້ນດຽນບຽນຟູ ກັບ ນະໂຍບາຍຕ່າງໆ ເພື່ອໃຫ້ທ່ວງທັນ ຕໍ່ສະພາບການ ແລະ ການປະດີດສ້າງ. ເມື່ອວັນທີ 6 ເດືອນທັນວາ ປີ 1953

     ຂປລ. ແຫລ່ງຂ່າວ ວີໂອວີ (VOV.VN) ທ່າມກາງ ທົ່ວປວງຊົນ ພວມສຸມໃສ່ ສະໜາມຮົບ ດຽນບຽນຟູ, ສູນກາງພັກ ແລະ ປະທານໂຮ່ຈີມິງ ພ້ອມດ້ວຍ ການຊີ້ນຳ ບັນດາ ສະໜາມຮົບ ເພື່ອຊຸກຍູ້ການບຸກໂຈມຕີ ໂດຍການປະສານງານ ກັບ ຖານທີ່ໝັ້ນດຽນບຽນຟູ  ກັບ ນະໂຍບາຍຕ່າງໆ ເພື່ອໃຫ້ທ່ວງທັນ ຕໍ່ສະພາບການ ແລະ ການປະດີດສ້າງ. ເມື່ອວັນທີ 6 ເດືອນທັນວາ ປີ 1953 , ພາຍໃຕ້ການເປັນປະທານຂອງ ປະທານໂຮ່ຈີມິງ, ກົມການເມືອງ ໄດ້ຈັດກອງປະຊຸມໂຕະມົນ  ເພືອຮັບການລາຍງານ ຈາກຄະນະພັກທະຫານ ກ່ຽວກັບ ຫລັກການຕໍ່ສູ້ ໃນລະດູບານໃໝ່ ປີ 1954 ໂດຍຈຸດໃຈກາງ ກໍ ແມ່ນສະໜາມຮົບດຽນບຽນຟູ.

ພາຍໃຕ້ການນຳ,​ ສະຕິປັນຍາ ແລະ ການປຸກລະດົມໃນລະດັບສູງສຸດຂອງລັດທິວິລະຊົນ ປະຕິວັດຫວຽດນາມ, ກົມການເມືອງ ໄດ້ຕີລາຄາສູງ ດຽນບຽນ ເປັນທີ່ໝັ້ນ ທີ່ມີກຳລັແຮງ, ແຕ່ຫາກເປັນຖານທີ່ໝັ້ນຢູ່ໂດດດ່ຽວ ຫ່າງໄກຈາກແນວຫລັງ. ສະນັ້ນ ການຂົນສົ່ງເຄື່ອງເຂົ້າໄປເຖິງເຂດດັ່ງກ່າວ ຕ້ອງອິງໃສ່ທາງອາກາດ. ສຳລັບພວກເຮົາ,​ ດຽນບຽນຟູ ກໍເປັນສະຖານທີ່ໄກຈາກແນວຫລັງ, ເຊິ່ງມີຄວາມຫຍຸ້ງຍາກ ກ່ຽວກັບ ການເຂົ້າໄປເຖິງແນວໜ້າ ແຕ່ຍ້ອນນໍ້າໃຈຕໍ່ສູ້ຢ່າງເດັດດ່ຽວ, ຕ້ອງໄດ້ຮັບໄຊຊະນະຂອງພັກ, ທົ່ວກອງທັບ  ແລະ ທົ່ວປວງຊົນ ທັງແນວໜ້າ ແລະ ແນວຫລັງ, ພວກເຮົາ ມີຄວາມສາມາດແກ້ໄຂໄດ້ ແລະ ກອງທັບເຮົາ ຕ້ອງໄດ້ຮັບໄຊຊະນະສັດຕູ ຢູ່ສະໜາມຮົບດຽນບຽນຟູ ຢ່າງແນ່ນອນ. ບົນພື້ນຖານ ການວິເຄາະຂອງ ວິທະຍາສາດ ຕາມການປະເມີນກອງກຳລັງ ລະຫວ່າງ ຫວຽດນາມ ແລະ ສັດຕູ,​ ກົມການເມືອງຮັບຮອງແຜນການສູ້ຮົບ ແລະ ເອກະພາບຕົກລົງ: ການເປີດບັ້ນຮົບ ດຽນບຽນຟູ.

     ພັນເອກ ຫງຽນວັນເຈືອງ, ຈາກ ສະຖາບັນການເມືອງ, ຂອງກະຊວງປ້ອງກັນ ປະເທດຫວຽດນາມ ໄດ້ວິເຄາະວ່າ : ໃນບັ້ນຮົບດຽນບຽນຟູ,​ ພວກເຮົາຕ້ອງໄດ້ເວົ້າ ເຖິງບົດບາດຂອງ ສູນກາງພັກ, ກົມການເມືອງ ຕ້ອງມີບົດບາດການນຳ ແລະ ຄົ້ນຄ້ວາ, ຕີລາຄາ ກ່ຽວກັບ ພວກເຮົາ-ສັດຕູ, ຕີດຕາມການເຄື່ອນໄຫວ ຢູ່ສະໜາມຮົບ, ໂດຍອີງໃສ່ແນວ ທາງການຕໍ່ສູ້ ທີພັກໄດ້ກຳນົດ ເພື່ອນຳສະເໜີ ຄວາມເປັນເອກະພາບ ທີ່ສຳຄັນ, ດ້ວຍຄຸນທາດການ ຕັດສິນໃຈເດັດດ່ຽວ ເພື່ອນຳໄປສູ່ການ ໄດ້ຮັບໄຊຊະນະ ຂອງບັ້ນຮົບດຽນບຽນຟູ.” ທ່າມກາງບັນ ຍາກາດ ການປະເມີນ ກອງກຳລັງ ລະຫວ່າງ ຫວຽດນາມ ແລະ ສັດຕູ ມີຄວາມຫຍຸ້ງຍາກ ແຕ່ດ້ວຍນໍ້າໃຈ ກ້າຕໍ່ສູ້ ແລະ ເຮັດໃຫ້ທົ່ວທັງຊາດບຸກໂຈມຕີ , ບົນນໍ້າໃຈຍອມເສຍສະລະ ທຸກຢ່າງ ແຕ່ບໍ່ຍອມເສຍຊາດ, ບໍ່ຍອມເປັນຂ້ອຍຂ້າໃຫ້ສັດຕູຢ່າງເດັດຂາດ, ປະທານໂຮ່ຈີມິງ ພ້ອມດ້ວຍ ສູນກາງພັກ ໄດ້ສະເໜີແນວທາງ ການສູ້ຮົບຢ່າງຖືກຕ້ອງທົ່ວປວງຊົນ ແລະ ຮອບດ້ານ ຍາວນານ, ດ້ວຍການກຸ້ມຕົນເອງ” ເພື່ອເຮັດໃຫ້ແນວທາງນັ້ນ ເຊື່ອມຊືມເລີກເຂົ້າໃນຄວາມຄິດ, ການກະທຳຂອງທົ່ວປວງຊົນ.

ໃນຂະບວນການສູ້ຮົບ, ປະທານໂຮ່ຈີມີິງ ໄດ້ສະເໜີແຜນການ ສັງລວມຕະຫລອດ, ນະໂຍບາຍອັນສຳຄັນ ເພື່ອໃຫ້ ແຕ່ລະບາດກ້າວ ມີການປ່ຽນແປງຕາມທິດທາງ ທີ່ມີຜົນປະໂຫຍດ ໃຫ້ແກ່ພວກເຮົາ. ປະທານໂຮ່ຈີມິງ ໄດ້ຮຽກ ຮ້ອງໃຫ້ ປະຊາຊົນລຸກຮື້ຂຶ້ນໂຕ້ຕອບຢ່າງຮອບດ້ານ ເພື່ອໃຫ້ບັ້ນຮົບການຕໍ່ສູ້ກັບຝະລັ່ງສິ້ນສຸດລົງ. ສາສະດາອາຈານ ເຈີນທີມີງຕຽດ ສະຖາບັນສື່ມວນຊົນ ແລະ ໂຄສະນາໄດ້ຢັ້ງຢືນວ່າ ໃນບັ້ນຮົບດຽນບຽນຟູ, ປະທານໂຮ່ຈິມິງ ໄດ້ສະ ແດງບົດບາດໃນການນຳພາຢ່າງສູງສຸດ ໃນບັ້ນຮົບນີ້. ປະທານ ໂຮ່ຈິມີງ ໄດ້ສະເໜີແຜນການຕໍ່ສູ້ຕ່າງໆ ເພື່ອເຮັດໃຫ້ຄູ່ຕໍ່ສູ້ຕ້ອງພ່າຍແພ້. Nava (ນາຍທະຫານຝະລັ່ງ) ຢາກສຸມໃສ່ສ້າງກອງກຳລັງ , ປະທານໂຮ່ຈີມິງ ໄດ້ຕັດແບ່ງໃຫ້ນ້ອຍລົງ. Nava ຢາກກໍ່ສ້າງ ກຸ່ມຖານທີ່ໝັ້ນດຽນບຽນຟູ ໃຫ້ເປັນບ່ອນດູດເອົາພິດ ເພື່ອບົດບິ້ກອງກຳລັງຫວຽດມີນ. ດັ່ງນັ້ນ ປະທານໂຮ່ຈິມິງ ຈື່ງໄດ້ໂຈມຕີໃສ່ບ່ອນນັ້ນໂດຍກົງ. ແຕ່ບໍ່ແມ່ນຄືເມື່ອກ່ອນ ທີ່ຕີໃສ່ຈຸດອ່ອນແອ, ຫລີກເວັ້ນບ່ອນເຂັ້ມແຂງ ແຕ່ຄັ້ງນີ້ ຕ້ອງຕໍ່ສູ້ໃສ່ບ່ອນທີ່ແຂງແຮງທີ່ສຸດ ຫັນຈາກ ການປຸກລະດົມໄປສູ່ ສະໜາມຮົບ”.

ການຕັດສິນໃຈສຳຄັນ ໃນບັ້ນຮົບ ດຽນບຽນຟູຂອງ ປະທານໂຮ່ຈີມິງ ໂດຍຕ້ອງເລືອກເອົາ ຜຸ້ບັນຊາການສູງສຸດ ຂອງກອງທັບປະຊາຊົນຫວຽດນາມ ນັ້ນກໍຄື ນາຍພົນ ວໍ ງວຽນຢາບ. ໃນວັນທີ 1/1954 . ປະທານໂຮ່ຈີມິງ ໄດ້ສັ່ງໃຫ້ນາຍພົນວໍງວຽນຢາບ ກ່ອນວັນອອກເດີນທາງ ໄປສະໜາມຮົບ. ນັ້ນແມ່ນຕ້ອງຕີໃຫ້ໄດ້ຮັບໄຊຊະນະ! ຖ້າມີຄວາມ ໝັ້ນໃຈວ່າ ໄດ້ຮັບໄຊຊະນະຈຶ່ງຕີ, ຖ້າບໍ່ມີຄວາມໝັ້ນໃຈວ່າ ບໍ່ໄດ້ຮັບໄຊຊະນະ ແມ່ນບໍ່ຕີ”. ນາຍພົນ ວໍງວຽນຢາບ ມີຄວາມເຊື່ອວ່າ ມີແຕ່ການຕໍ່ສູ້ໃຫ້ກຸ່ມດັ່ງກ່າວ ປະລາໄຊ ໃນດຽນ ບຽນຟູ ຈຶ່ງສາມາດເປີດເສັ້ນທາງ ໃຫ້ແກ່ບັ້ນຮົບ ການຕໍ່ສູ້ກັບຝະລັ່ງ ຈຶ່ງໄດ້ຮັບໄຊຊະນະ. ບັນດາວຽກງານຕ່າງໆໄດ້ມີການກຽມພ້ອມໃຫ້ແກ່ບັ້ນຮົບຕໍ່ສູ້ ດ້ວຍການຜັນຂະຫຍາຍ ຕາມທິດ ທາງ ການຕີໄວ, ການຕັດສິນໃຈໄວ ໄດ້ກຽມພ້ອມ.  ເຖິງຢ່າງໃດກໍ່ຕາມ, ພາຍຫລັງ ໄດ້ມີການສຳຫລວດ ພື້ນທີ່ຕົວຈິງ, ນາຍພົນ ວໍງວຽນຢາບ ໄດ້ຮັບຮູ້ເຖິງ ຄວາມຫຍຸ້ງຍາກ ໃນກອງທັບ ຫວຽດນາມ.​ ສະນັ້ນ ເຖິງແມ່ນວ່າ ກອງທັບຫວຽດນາມໄດ້ກຽມພ້ອມ,​ ກະສູນປຶນໄດ້ເຂົ້າລໍາກ້ອງ, ກຽມພ້ອມເປີດກຳລັງໄຟ ໃນເວລາ 17 ໂມງຂອງວັນທີ 25 ເດືອນ 1 ປີ 1954 ແຕ່ ນາຍພົນວໍງວຽນຢາບ ໄດ້ຕັດສິນໃຈງົດ, ໃຫ້ກອງກຳລັງທະຫານ ຖອຍຄືນໄປສູ່ຈຸດເຕົ້າໂຮມ. ເຖິງແມ່ນວ່າ ລູກປືນໄດ້ແກ່ເຂົ້າມາ ແຕ່ຕ້ອງເອົາກັບຄືນ ເພື່ອກຽມພ້ອມ ໃສ່ການຕໍ່ສູ້ ຕາມແບບແຜນໃໝ່.

ພັນເອກຫງຽນບ໋າຮຸ່ງ , ຮອງຜູ້ອຳນວຍການ ສະຖາບັນການເມືອງ, ຂອງ ກະຊວງປ້ອງກັນ ປະເທດຫວຽດນາມ ກ່າວວ່າ ນາຍພົນ ວໍງວຽນຢາບ, ກອງບັນຊາການໃຫຍ່ ຂອງ ກອງທັບຫວຽດນາມ ໄດ້ປາກົດເຫັນ ຍຸດທະສາດແບບໜຶ່ງ,​ ທີ່ມີຄວາມຊັດເຈນ ໃນການນໍຳພາຕໍ່ສູ້ ຢູ່ສະໜາມຮົບດຽນບຽນຟູ. ສິ່ງດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນວ່າ ການປ່ຽນແປງ ກ່ຽວກັບຍຸດທະສາດ ຈາກການຕີໄວ ໄດ້ຮັບໄຊຊະນະໄວ” ໄປຍັງ ບຸກໂຈມຕີໄວ ໄດ້ຮັບໄຊຊະນະໄວ”. ນີ້ຖືວ່າເປັນການປ່ຽນແປງ ຍຸດທະສາດທີ່ຖືກຕ້ອງທີ່ສຸດ,​ ການປະດິດສ້າງ ແລະໄດ້ນຳ ມາສູ່ໄຊຊະນະ ດຽນບຽນຟູ”. ທ່ານຫງຽນກົງຢິງ ຜູ້ຊ່ວຍບັ້ນຮົບ ຂອງຫ້ອງການທີ່ສຳຄັນ ຂຶ້ນກັບ ກົມໃຫຍ່ກອງບັນຊາການສະໜາມຮົບດຽນບຽນຟູ ,​ເປັນໜຶ່ງໃນ ຈຳນວນຜູ້ຊ່ວຍວຽກ, ສັງລວມຂ່າວສານປະຈຳວັນ ຈາກກົມກອງໃນສະໜາມຮົບ ເພື່ອລາຍງານ ໃຫ້ນາຍພົນ ວໍງວຽນຢາບ ປະຈຳຫ້ອງການກອງບັນຊາການເມືອງຟັງ, ດຽນບຽນຟູ.  

ທ່ານຢິງ ໄດ້ເລົ່າວ່າ ໃນຄືນກ່ອນສຽງປືນ ຈະແຕກຂຶ້ນ ນາຍພົນວໍງວຽນຢາບ ບໍ່ໄດ້ນອນທັງຄືນ ແລະ ເຊົ້າເດີກຂອງວັນທີ 26/1,​ ທ່ານໄດ້ຮຽກຈັດກອງປະຊຸມຄະນະພັກ ປະຈຳສະໜາມຮົບ ພ້ອມດ້ວຍ ບັນດາຜູ້ບັນຊາການ ແລະ ຄະນະການເມຶອງ ແລະບັນດາຫົວໜ້າກົມ, ໂດຍກອງປະຊຸມ ໄດ້ສະຫລຸບວ່າ  ດ້ວຍການປ່ຽນທິດຊີ້ນຳ ຈາກການຕີໄວ, ການແກ້ໄຂໄວ ໄປສູ່ ການຕີໃຫ້ມີຄວາມໝັ້ນໃຈ. ຈາກນັ້ນ ທ່ານກໍໄດ້ຮັບຄຳສັ່ງ ຈາກທ່ານນາຍພົນ ວໍງວຽນຢາບ ໃຫ້ເອົາຈົດໝາຍໄປສົ່ງເຖິງ ທ່ານໂຮ່ຈິມິງ  ກ່ຽວກັບ ການປ່ຽນແປງ ທິດທາງການຕໍ່ສູ້. ພາຍຫລັງ ໄດ້ມີຄຳສັ່ງຕົກລົງ ຈາກ ການຕີໄວ,​ໄດ້ຮັບໄຊຊະນະໄວດັ່ງກ່າວ, ນາຍພົນວໍງວຽນຢາບ ໄດ້ຂຽນຈົດໝາຍ ສະບັບໜຶ່ງ ເພື່ອລາຍງານ ຕໍ່ປະທານໂຮ່ຈິມິງ ແລະ ກົມການເມືອງ. ໃນວັນທີ 27/1/1954,​ ທ່ານ ຫງຽນກົງຢິງ ໄດ້ຖືກຮຽກຕົວໃຫ້ໄປພົບກັບນາຍພົນ ວໍງວຽນຢາບໂດຍກົງ ເພື່ອຮັບຈົດໝາຍສະບັບໜື່ງ ແລະ ໄດ້ເນັ້ນໜັກວ່າ ສະຫາຍ ມີໜ້າທີ່ ນຳຈົດໝາຍນີ້ ໄປສົ່ງເຖິງມື ປະທານໂຮ່ຈີມິງໃຫ້ມີຄວາມປອດໄພ ແລະ ຍັງເນັ້ນວ່າ ນີ້ຖືເປັນຈົດໝາຍສຳຄັນສະບັບໜື່ງ. ທ່ານ ຫງຽນກົງຢິງ ຍັງເລົ່າວ່າ ສິ່ງດັ່ງກ່າວ ໄດ້ສະແດງ ໃຫ້ເຫັນວ່າ ການຕັດສິນໃຈຄັ້ງປະຫວັດສາດ ຂອງ ນາຍພົນວໍຫງນຢາບ.ໃນຂະນະທີ່ ສຸມໃສ່ສະໜາມຮົບດຽນບຽນຟູ,​ ສູນກາງພັກ ແລະ ປະທານໂຮ່ຈິມິງ ພ້ອມດ້ວຍ ການຊີ້ນຳບັ້ນຮົບ ຕ່າງໆ ໃນການຊຸກຍູ້ດຳເນີນງານ  ເພື່ອປະສານງານກັບ ດຽນບຽນຟູ ພາຍໃຕ້ຄຳສັ່ງດັ່ງກ່າວ ໃຫ້ທ່ວງທັນ.

ດ້ວຍ 5 ບາດຄ້ອນ ໂຈມຕິ ຢູ່ລາຍເຈົາ,​ ພາກກາງ ຂອງ ລາວ ແລະ ພາກໃຕ້ລາວ- ພາກຕາເວັນອອກສ່ຽງເໜືອ ກໍາປູເຈຍ,​ ເຂດໄຕງຽນ ຕອນເໜືອຂອງຫວຽດນາມ, ພາກເໝືອລາວ, ພວກເຮົາ ໄດ້ເຮັດໃຫ້ແຜນການ  Nava ບໍ່ໄດ້ດຳເນິນງານ ຕາມຄາດການໄວ້. ພາຍໃຕ້ການນຳພາ ແລະ ບໍລິຫານງານສູ້ຮົບຢ່າງເກັ່ງກ້າ, ສະຫລາດສ່ອງໃສ ຂອງສູນ ກາງພັກ. ຄະນະພັກທະຫານ ແລະ ກອງບັນຊາການ  ແລະ ຄວາມສະຫລາດໃນການຄົ້ນຄິດ ຂອງ ກອງບັນຊາການ ນາຍພົນວໍງວຽນຢາບ, ຕອນແລງວັນທີ 13/3/1954 ກອງທັບ ຫວຽດນາມ ໄດ້ເປີດບັ້ນຮົບດຽນບຽນຟູ.

ພາຍຫລັງ 56 ຄືນ ໃນການຕໍ່ສູ້ ທີ່ມີຄວາມຫຍຸ້ງຍາກ, ດ້ວຍນໍ້າໃຈເສຍສະລະ ກ້າຕາຍ ເພື່ອໃຫ້ປະເທດຊາດຄົງຢູ່”, ກອງທັບຫວຽດນາມໄດ້ດັບສູນສັດຕູ ຢ່າງສິ້ນເຊິງ ໃນພື້ນທີ່ດຽນບຽນຟູ, ນາຍພົນ ເດີກັສຕີຣ ແລະ ກອງບັນຊາການ ກຸ່ມຄະນະໄດ້ຖືກຈັບ. ທຸງໄຊ ຂອງຫວຽດນາມ ໄດ້ປິວສະບັດ ຢູ່ຂຸມຄອງຂອງສັດຕູ. ການໄດ້ຮັບໄຊຊະນະດຽນບຽນຟູ ເປັນສະຕິປັນຍາທີ່ຍອດຍ້ຽມ  ພາຍໃຕ້ການນຳພາອັນຖືກຕ້ອງ ຂອງ ສູນກາງພັກຫວຽດນາມ ໂດຍສະເພາະ ແມ່ນກົມການເມືອງ, ປະທານໂຮ່ຈິມິງ ແລະ ນາຍພົນວໍງວຽນຢາບ, ສິ່ງດັ່ງກ່າວນັ້ນ ຍັງເປັນການຕໍ່ສູ້ ຢ່າງວິລະຊົນຂອງພະນັກງານ, ສະມາຊິກພັກ, ທະຫານໃນທຸກສະໜາມຮົບ ຊືຶ່ງເປັນ ການໜູນຊ່ວຍ ອັນໃຫຍ່ຫລວງຂອງ ແນວຫລັງ ແລະ ການປະສານງານ ລະຫວ່າງ ບັນດາສະໜາມຮົບ. ພາຍຫລັງ 56 ວັນໃນການຕໍ່ສູ້ ຢ່າງພິລະອາດຫານ, ໃນວັນທີ 7/5/1954, ບັ້ນຮົບດຽນບຽນຟູ ໄດ້ຮັບໄຊຊະນະຢ່າງສົມບູນ.

KPL

ຂ່າວອື່ນໆ

ads
ads

Top