ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ

29/04/2024 11:26
Email Print 531
ຂປລ ຂປລ. ໃນວັນທີ 26 ເມສາ 2024 ຜ່ານມາ, ກະຊວງການຕ່າງປະເທດ ໄດ້ລົງນາມເອກະສານ ແລກປ່ຽນຮັບເອົາໂຄງການຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ສໍາລັບ ໂຄງການພັດທະນາ ເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນ ແລະ ລົດກົນຈັກຕ່າງໆ




ຂປລ. ໃນວັນທີ
26 ເມສາ 2024 ຜ່ານມາ, ກະຊວງການຕ່າງປະເທດ ໄດ້ລົງນາມເອກະສານ ແລກປ່ຽນຮັບເອົາໂຄງການຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ສໍາລັບ ໂຄງການພັດທະນາ ເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນ ແລະ ລົດກົນຈັກຕ່າງໆ ເພື່ອບູລະນະ, ສ້ອມແປງຖະໜົນຫົນທາງ ແລະ ຂົວທີ່ເປ່ເພ ຢູ່ ສປປ ລາວ ລວມມູນຄ່າ 1.500 ລ້ານເຢນ(ສະກຸນ​ເງິນ​ຍີ່ປຸ່ນ), ຕາງໜ້າລັດຖະບານ ສປປ ລາວ ເຊັນໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ເຊັນໂດຍ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການຊ່ວຍເຫລືອຄັ້ງນີ້, ເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ການໃນການປັບປຸງ, ຟື້ນຟູ ແລະ ຍົກລະດັບຄຸນນະພາບ ເສັ້ນທາງພາຍໃນ ສປປ ລາວ ທີ່ເປ່ເພ ເນື່ອງຈາກໄພພິບັດທໍາມະຊາດ ໂດຍສະເພາະແມ່ນ ເສັ້ນທາງເລກທີ 13 ເໜືອ, 11 ເໜືອ, R2 ແລະ ອື່ນໆ ທີ່ມີຄວາມສໍາຄັນເປັນຢ່າງຍິ່ງ ຕໍ່ການເຊື່ອມໂຍງ-ເຊື່ອມຈອດ ສປປ ລາວ ອອກສູ່ພາກພື້ນ ແລະ ສາກົນ.



ໃນພິທີ
, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ເນັ້ນວ່າ: ການພັດທະນາພື້ນຖານໂຄງລ່າງ ແມ່ນໜຶ່ງໃນປັດໄຈພື້ນຖານສໍາຄັນ ສໍາລັບການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດໃນທົ່ວໂລກ ລວມທັງ ສປປ ລາວ ເຊິ່ງລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສໍາຄັນສູງຕໍ່ການປັບປຸງ ແລະ ຍົກລະດັບພື້ນຖານໂຄງລ່າງ ເພື່ອຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນ ປະເທດທີ່ເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ ແລະ ສາກົນ. ພ້ອມນີ້, ໂຄງການດັ່ງກ່າວ ຍັງປະກອບສ່ວນສໍາຄັນເຂົ້າໃນ ການຍົກລະດັບເສັ້ນທາງຫລວງແຫ່ງຊາດ ໃຫ້ສາມາດຮອງຮັບການໄປມາຫາສູ່, ການບໍລິການຂົນສົ່ງສິນ ຄ້າ ແລະ ການບໍລິການທ່ອງທ່ຽວ ກັບປະເທດເພື່ອນບ້ານໃກ້ຄຽງ ກໍຄື ໃນພາກພື້ນ ແລະ ຈະປະກອບ ສ່ວນສໍາຄັນເຂົ້າໃນການພັດທະນາ ດ້ານເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ແມ່ນ ປະຊາຊົນ ໃຫ້ມີຊີວິດການເປັນຢູ່ ດີຂຶ້ນເທື່ອລະກ້າວ. ພ້ອມນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ຕາງ​ໜ້າ​ໃຫ້ລັດ​ຖະ​ບານ ແລະ ປະ​ຊາ​ຊົນລາວ​ ສະແດງຄວາມຂອບໃຈມາຍັງ ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອດ້ານຕ່າງໆ ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ແລະ ຫວັງເປັນຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການຮ່ວມມືຊ່ວຍເຫລືອເພີ່ມຕື່ມໃນຕໍ່ໜ້າ.

ໃນຂະນະດຽວກັນ, ທ່ານ ເອກອັກຄະຣາຊະທູດ ໂຄບະຢະຊິ ເຄນອິຈິ ໄດ້ສະແດງຄວາມໝາຍໝັ້ນວ່າ: ຈະສືບຕໍ່ເຮັດວຽກຮ່ວມກັບ ຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top