ໝາກພ້າວກາຍເປັນເຄື່ອງດື່ມເພື່ອສຸຂະພາບ ຂອງຄົນລາວ

23/04/2024 09:57
Email Print 429
ຂປລ ໝາກພ້າວ ແມ່ນໝາກໄມ້ພື້ນເມືອງລາວຊະນິດໜຶ່ງທີ່ນິຍົມບໍລິໂພກ ເນື່ອງຈາກວ່າໝາກພ້າວ ກິນໄດ້ທັງສົດ ແລະ ສາມາດນໍາໄປປຸງແຕ່ງເປັນອາຫານຫວານໄດ້ຫລາຍ ຫລື ເວົ້າໄດ້ວ່າເຮັດອາຫານຫວານຈະຂາດໝາກພ້າວບໍໄດ້ເລີຍ.

*ໝາກພ້າວ ແມ່ນໝາກໄມ້ພື້ນເມືອງລາວຊະນິດໜຶ່ງທີ່ນິຍົມບໍລິໂພກ  ເນື່ອງຈາກວ່າໝາກພ້າວ ກິນໄດ້ທັງສົດ ແລະ ສາມາດນໍາໄປປຸງແຕ່ງເປັນອາຫານຫວານໄດ້ຫລາຍ ຫລື ເວົ້າໄດ້ວ່າເຮັດອາຫານຫວານຈະຂາດໝາກພ້າວບໍໄດ້ເລີຍ ນອກນີ້, ໝາກພ້າວຍັງ ເປັນທີ່ນິຍົມນໍາມາແປຮູບເປັນເຄື່ອງດື່ມເພື່ອສຸຂະພາບ   ເພື່ອສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ  ແລະ  ເມື່ອເວົ້າເຖິງຜະລິດຕະພັນທີ່ປຸງແຕ່ງຈາກໝາກພ້າວມີຫລາຍແບບ ແຕ່ມື້ນີ້ຄໍລໍາສົ່ງເສີມທຸລະກິດ ຈະນໍາເອົາຜະລິດຕະພັນຫອມຫວານມັນເຕົ້າຮວຍ ໝາກພ້າວແຊບໆມາຝາກ, ມາຕ້ອນທ່ານຜູ້ອ່ານທັງຫລາຍ  ເພື່ອວ່າທ່ານໃດສົນໃຈກໍສາມາດສະໜັບສະໜູບຜະລິດຕະພັນຂອງຄົນລາວເຮົາໄດ້ ແຕ່ບອກໄດ້ເລີຍວ່າແຊບສົມຊື່ແນ່ນອນດ້ວຍນໍ້າເຕົ້າຮວຍທີ່ຫອມຫວານປະສົມຕ່ອນໝາກພ້າວອ່ອນ,  ນຸ້ມບອກໄດ້ ເລີຍວ່າແຊບຊ້ອຍ ຖ້າທ່ານໄດ້ລອງແລ້ວຈະຕິດໃຈແນ່ນອນ.

   ທ່ານນາງ ລູນ້າ ດວງສົງຄາມ ເຈົ້າຂອງຜະລິດຕະພັນຫອມຫວານມັນເຕົ້າຮວຍໝາກພ້າວແຊບໆໄດ້ໃຫ້ຮູ້ວ່າ: ຕົນເອງມັກກິນຂອງຫວານຢູ່ແລ້ວ ໂດຍຈະໃຊ້ເວລາວ່າງໃນການປຸງແຕ່ງເມນູເຂົ້າໜົມຫວານປະເພດຕ່າງໆເພື່ອໃຫ້ຄົນໃນຄອບຄົວ ແລະ ໝູ່ເພື່ອນໄດ້ທົດລອງຮັບປະທານ ໃນນີ້ສຳລັບເມນູ “ຫອມຫວານມັນເຕົ້າຮວຍໝາກພ້າວແຊບໆ” ກໍ່ແມ່ນອີກໜຶ່ງທີ່ປຸງແຕ່ງຂຶ້ນມາໃນທ້າຍປີຜ່ານມານີ້ ທີ່ຂ້າພະເຈົ້າໄດ້ຮຽນຮູ້ວິທີການປຸງດ້ວຍຕົນເອງຜ່ານສື່ສັງຄົມອອນໄລຕ່າງໆແລ້ວພັດທະນາໃຫ້ກາຍເປັນສູດສະເພາະທີ່ມີຄວາມແຊບບໍ່ຊໍ້າແບບໃຜໂດຍ ໄດ້ເລີ່ມຕົ້ນຜະລິດພຽງແຕ່ 15 ຈອກ ເທົ່ານັ້ນແລ້ວແຈກຢາຍໃຫ້ຄົນອ້ອມຂ້າງໄດ້ທົດລອງຊີມ ກໍແນະນໍາໃຫ້ຜະລິດເພື່ອຂາຍເມນູດັ່ງກ່າວນັບແຕ່ນັ້ນເປັນຕົ້ນມາ  ໃນນີ້ຈະເນັ້ນຂາຍໃຫ້ຖານລູກຄ້າຜ່ານສື່ສັງຄົມອອນໄລເປັນຫລັກ.   

   ໂດຍຜະລິດຕະພັນ “ຫອມຫວານມັນເຕົ້າຮວຍໝາກພ້າວແຊບໆ” ແມ່ນມີຄວາມໂດດເດັ່ນທີ່ແຕກຕ່າງຈາກຜະລິດຕະພັນອ່ືນ ຢູ່ທີ່ມີສາມລົດຊາດໃນຕົວເອງຄື: ຫວານ, ມັນ ແລະ ມີຄວາມຫອມ  ເພາະນຳໃຊ້ວັດຖຸດິບພາຍໃນຈາກທຳມະຊາດເຊັ່ນ ໝາກພ້າວນ້ຳຫອມ ເປັນສ່ວນປະກອບຫລັກປາສະຈາກສານເຄມີເຈືອປົນ, ປາສະຈາກສານແຕ່ງກິ່ນ, ປາສະຈາກນົມງົວ, ບໍ່ໃສ່ກະທິ ຮັບປະກັນການຜະລິດມີຄວາມສົດໃໝ່ໃນທຸກໆມື້  ໂດຍຜະລິດຕະພັນມີອາຍຸການເກັບຮັກສາຫລັງຈາກປຸງແລ້ວເກັບໃນຄວາມເຢັນແມ່ນໄລຍະເວລາ 7 ມື້ ແລະ ຖ້າແຊ່ແຂງແມ່ນເກັບຮັກສາໄດ້ 1 ເດືອນ  ເນື່ອງຈາກວ່າ ພວກເຮົາເອົາໃຈໃສ່ທຸກຂັ້ນຕອນໃນການຜະລິດ ແລະ ມີບັນຈຸພັນທີ່ສະອາດຄຽງຄູ່ກັບຄວາມທັນສະໄໝທີ່ປະທັບໃຈຜູ້ບໍລິໂພກຈົນໄດ້ຮັບຄວາມເຊື່ອໝັ້ນ ຂາຍໄດ້ 200 ຈອກຕໍ່ມື້  ໃນລາຄາ 25.000 ກີບ ຕໍ່ 1 ຈອກ. ຜະລິດຕະພັນ “ຫອມຫວານມັນເຕົ້າຮວຍໝາກພ້າວແຊບໆ” ຜະລິດສົດໃໝ່ທຸກໆມື້, ໂດຍມີສະຖານທີ່ຜະລິດຢູ່ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ສຳລັບລູກຄ້າໃນສັງຄົມທີ່ສົນໃຈສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ Facebook page: HOM WAN MUN ເຕົາຮ້ວຍໝາກພ້າວແຊບໆ, ນອກຈາກຈໍາໜ່າຍທົ່ວໄປແລ້ວ ມີການສົ່ງຜະລິດຕະພັນໄ ຂຶ້ນພາເຊີນຕາມງານລ້ຽງງານສັງສັນຕ່າງໃນສັງຄົມນຳດ້ວຍໂດຍເລີ່ມຕົ້ນຮັບງານໃນລະດັບ 100 ຈອກຂຶ້ນໄປ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບບົດ-ສາລະຄະດີ

      ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບ

      5/2/2024 4:06:11 PM

      * ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ໃຫ້ກໍາເນີດປັດຊະຍາມາກສິດ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດ ເສດຖະສາດການເມືອງ ແລະ ລັດທິກອມມູນິດວິທະຍາສາດ. ໃນສອງສາມວັນນີ້, ໜັງສືພິມປະເທດລາວ ຂໍນຳເອົາປະຫວັດສາດ ແຫ່ງຊີວິດ ແລະ ການເຄື່ອນໄຫວຂອງທ່ານ ກາກມາກ ມານໍາສະເໜີໃຫ້ທຸກທ່ານ ພ້ອມກັນທົບທວນຫວນຄືນນໍາກັນ ຕື່ມອີກເທື່ອໜຶ່ງ.

    • ເຮັດກະແລ້ມຂາຍ ຈິ່ງໄດ້ຈັບເງິນລ້ານບົດ-ສາລະຄະດີ

      ເຮັດກະແລ້ມຂາຍ ຈິ່ງໄດ້ຈັບເງິນລ້ານ

      5/2/2024 10:20:59 AM

      ອາກາດທີ່ຮ້ອນອົບເອົ້າແບບນ້ີເຊື່ອວ່າຫລາຍທ່ານມີວິທີຄາຍຄວາມຮ້ອນທີ່ແຕກຕ່າງກັນອອກໄປ,​ ໃນນີ້​ການໄດ້ຮັບປະທານອາຫານຫວານໆ​ເຢັນໆ ຖືວ່າສາມາດຊ່ວຍດັບຄວາມ​ຮ້ອນ​​ ແລະ ​​ເຮັດ​ໃຫ້​ອາລົມ​ດີ​ຂຶ້ນ​ໄດ​້​ດ້ວຍອາຫານ​ປະ​ເພດ​ຫວານໆເຢັນ.

    • ການສະກົດ ແລະ ການໃຊ້ຄຳບົດ-ສາລະຄະດີ

      ການສະກົດ ແລະ ການໃຊ້ຄຳ

      5/2/2024 9:56:04 AM

      ການສະກົດຄໍາທຸກຄໍາ ທີ່ເປັນຄໍາຫລັກ ແລະ ຄໍາທີ່ໃຊ້ໃນການຊີ້ແຈງຄວາມໝາຍແມ່ນໃຊ້ຕາມຫລັກອັກຂະຫລະວິທີຂອງການສະກົດຄໍາໃນພາສາລາວ ທີ່ໃນສັງຄົມ ແລະ ລະບົບການສຶກສາຂອງລາວ ປັດຈຸບັນ; ກໍລະນີທີ່ແມ່ນຄໍາທາງວິທະຍາສາດ, ວິຊາການ, ຊື່ສະເພາະທີ່ສາກົນໃຊ້ ແລະ ຄໍາຂອງພາສາຊົນເຜົ່າແມ່ນໃຊ້ອັກສອນລາວໃນປັດຈຸບັນສະກົດຕາມສຽງຂອງຮູບຄໍານັ້ນໆ ໃຫ້ໄດ້ສຽງທີ່ໃກ້ຄຽງເທົ່າໃດຍິ່ງດີ.

    • ແດ່ວັນກຳມະກອນສາກົນ 1 ພຶດສະພາບົດ-ສາລະຄະດີ

      ແດ່ວັນກຳມະກອນສາກົນ 1 ພຶດສະພາ

      5/2/2024 9:48:11 AM

      ວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 138 ປີ (1 ພຶດສະພາ 1886 - 1 ພຶດສະພາ 2024) ຫາກໍ່ຜ່ານມາທ່ານ ກາກມາກ ແລະ ອັງແກນ ໄດ້ຢັ້ງຢືນວ່າ ລັກສະນະອັນດີເລີດຂອງຊົນຊັ້ນກໍາມະກອນແມ່ນຊົນຊັ້ນທີ່ມີນໍ້າໃຈກ້າຫານຕໍ່ສູ້, ມີລະບຽບວິໄນເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມມານະອົດທົນສູງຢ່າງເດັດຂາດ.

    • ຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ ຫວຽດນາມບົດ-ສາລະຄະດີ

      ຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ ຫວຽດນາມ

      5/2/2024 9:44:46 AM

      ວັນທີ 30 ເມສາ 1975 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຂອງ ປະເທດຫວຽດນາມ ເພາະເປັນວັນແຫ່ງໄຊຊະນະ, ວັນແຫ່ງການທັບ ມ້າງອຳນາດການປົກຄອງທີ່ເປື່ອຍ ເຍື່ອຍຂອງພວກລ່າເມືອງຂຶ້ນ, ເປັນວັນທີ່ປະເທດຫວຽດນາມ ມີ ຄວາມເປັນເອກະລາດຢ່າງສົມບູນ ຈົນເທົ່າທຸກວັນນີ້ ຊຶ່ງມາຮອດປີນີ້ ກໍຄົບຮອບ 49 ປີພໍດີ.

ads
ads

Top