ມາຮູ້ຈັກປະເພນີ ປ່ອຍນໍ້າເດືອນຫົກຕົກນໍ້າປີໃໝ່ ເຜົ່າລື້

29/04/2024 09:59
Email Print 142
ຂປລ ເຜົ່າໄຕລື້ກໍມີ ຮີດ-ຄອງ ປະເພນີຄືກັບປະຊາຊົນເຜົ່າອື່ນໆ ໃນປະ ເທດລາວ, ສໍາລັບຄວາມໝາຍ ຂອງບຸນປະເພນີ “ປ່ອຍນໍ້າ ເດືອນ ຫົກຕົກນໍ້າປີໃໝ່”.

    *ເຜົ່າໄຕລື້ກໍມີ ຮີດ-ຄອງ ປະເພນີຄືກັບປະຊາຊົນເຜົ່າອື່ນໆ ໃນປະເທດລາວ, ສໍາລັບຄວາມໝາຍຂອງບຸນປະເພນີ “ປ່ອຍນໍ້າເດືອນຫົກຕົກນໍ້າປີໃໝ່” ໝາຍວ່າ: ວັນປີໃໝ່ມາຮອດແລ້ວມັນເປັນຈຸດເລີ່ມຕົ້ນເຂົ້າສູ່ລະດູທໍາການຜະລິດເປັນຕົ້ນແມ່ນການປູກຝັງ ແລະ ລ້ຽງສັດ ເພື່ອສ້າງເສດຖະກິດຄອບຄົວໃຫ້ອຸດົມສົມບູນ, ຮັ່ງມີເຂັ້ມແຂງຂຶ້ນເລື້ອຍໆ ແລະ ກ່ອນປ່ອຍນ້ໍາເດືອນຫົກ (ກ່ອນຈະປັກດໍາເຂົ້ານາໃນເດືອນຫົກ) ຕ້ອງແມ່ນຫລິ້ນບຸນປີໃໝ່ສາກ່ອນ.


   ຊາວບ້ານຜານົມ ນະຄອນຫລວງພະບາງ ໄດ້ຈັດງານບຸນປະເພນີປ່ອຍນໍ້າເດືອນຫົກຕົກນໍ້າປີໃໝ່ຂອງເຜົ່າລື້ຂຶ້ນທຸກໆປີ ໃນໂອກາດບຸນປີໃໝ່ລາວ. ທ່ານ ນາງ ສຸກສາຄອນ ດາວົງ ນາຍບ້ານຜານົມໄດ້ໃຫ້ຮູ້ວ່າ: ໄຕລື້ແມ່ນເຜົ່າໜຶ່ງຂອງວົງຄະນະນາຍາດແຫ່ງຊາດລາວ ເຊິ່ງມີຖິ່ນຖານຕົ້ນກໍາເນີດຢູ່ສິບສອງປັນນາປະເທດຈີນ ແລະ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານຢູ່ຫລາຍແຫ່ງທາງພາກເໜືອຂອງປະເທດລາວ, ໂດຍສະເພາະເຜົ່າໄຕລື້ບ້ານຜານົມ ໄດ້ເຄື່ອນຍ້າຍຈາກດິນແດນພາກໃຕ້ຂອງສິບສອງປັນນາເຂົ້າມາຢູ່ນໍ້າແດນດິນເມືອງຫລວງພະບາງໃນ ປີ 1876 ໃນສະໄໝຂອງພະເຈົ້າມັນທາຕຸລາດ ເປັນເຈົ້າແຜ່ນດິນ (ອານາຈັກລາວລ້ານຊ້າງຫລວງພະບາງ), ເບື້ອງຕົ້ນການຕັ້ງບ້ານນີ້ຍັງບໍ່ມີຊື່ຮ້ອງເທື່ອແຕ່ສັງເກດເຫັນວ່າຢູ່ບ້ານທ່ານໍ້າມີຜີຜາຫີນຄືກັບອຸ້ຍ (ເຕົ້ານົມຂອງແມ່ຍິງ) ຕັ້ງຢູ່ນັ້ນຈິ່ງພ້ອມກັນຄິດໃສ່ຊື່ບ້ານວ່າ “ບ້ານຜານົມ” ສືບທອດກັນມາເທົ້າທຸກວັນນີ້. ສໍາລັບບ້ານຜານົມ ມີປະຊາກອນ 1.440  ກວ່າຄົນ, ຍິງ 749 ຄົນ, ປະກອບມີ 280 ກວ່າຄອບຄົວ, ຊາວບ້ານໆຜານົມ ເປັນຄົນມີມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການທໍາມາຫາກິນນອກຈາກມີອາຊີບເປັນຊາວກະສິກອນແລ້ວ ຍັງເປັນຊ່າງສີມືທີ່ດີເລີດໃນການຕໍ່າຫູກ-ທໍໄໝ ຊຶ່ງມີຊືສຽງມາແຕ່ຮຸ່ນປູ່, ຍ່າ-ຕາຍາຍ ສືບມາເຖິງຈົນຮອດປັດຈຸບັນນີ້.

ໂດຍ: ເພັດສາຄອນ ສິມມະວົງ

KPL

ຂ່າວອື່ນໆ

ads
ads

Top