ການສ້າງຕັ້ງພັກ ແມ່ນຂີດໝາຍການເຕີບໃຫຍ່ຂອງການປະຕິວັດລາວ

26/03/2024 05:46
Email Print 4540
ຂປລ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ ປີ 1955, ພັກ ປະຊາຊົນ ປະຕິວັດລາວ ກໍ່ໄດ້ສືບທອດອຸດົມການຍິ່ງໃຫຍ່ຂອງພັກກອມມູນິດອິນດູຈີນ, ພັກໄດ້ກໍານົດທາດແທ້, ອຸດົມການ ແລະ ແນວທາງການເມືອງຂອງຕົນອອກຢ່າງຈະແຈ້ງ ເພື່ອນໍາພາທົ່ວປວງຊົນລາວ ຕໍ່ສູ້ກູ້ຊາດຕ້ານຈັກກະພັດຕ່າງດ້າວ ຜູ້ຮຸກຮານຍາດເອົາເອກະລາດມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ໄດ້ຢ່າງສົມບູນໃນວັນທີ 2 ທັນວາ ປີ 1975.

    

     * ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ ປີ 1955, ພັກປະຊາຊົນ ປະຕິວັດລາວ ກໍ່ໄດ້ສືບທອດອຸດົມການຍິ່ງໃຫຍ່ຂອງພັກກອມມູນິດອິນດູຈີນ, ພັກໄດ້ກໍານົດທາດແທ້, ອຸດົມການ ແລະ ແນວທາງການເມືອງຂອງຕົນອອກຢ່າງຈະແຈ້ງ ເພື່ອນໍາພາທົ່ວປວງຊົນລາວຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຕ່າງດ້າວ ຜູ້ຮຸກຮານຍາດເອົາເອກະລາດມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ໄດ້ຢ່າງສົມບູນໃນວັນທີ 2 ທັນວາ ປີ 1975, ນໍາພາປະຊາຊົນປົກປັກຮັກສາ ແລະ ພັດທະນາປະເທດຊາດເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ; ເຮັດໃຫ້ອຸດົມການຂອງພັກກອມມູນິດອິນດູຈີນ ປະກົດເປັນຈິງຂຶ້ນຢ່າງເດ່ັນຊັດໃນແຕ່ລະໄລຍະ.ພັກປະຊາຊົນປະຕິວັດລາວແມ່ນພັກຂອງຊົນຊັ້ນກຳມະກອນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງ ງານລາວ ທີ່ຮັກຊາດ ແລະ ຂອງຊາດລາວ ທັງໝົດ; ຍຶດໝັ້ນລັດທິມາກ-ເລນິນ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານແຫ່ງແນວຄິດ, ເປັນເຂັມຊີ້ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ; ເສີມຂະຫຍາຍລັດທິຮັກຊາດອັນແທ້ຈິງສົມທົບກັບລັດທິສາກົນອັນຜ່ອງໃສ ຂອງຊົນຊັ້ນກໍາມະກອນ; ຮັບເອົາສິ່ງຍອດຍິ່ງທາງດ້ານສະຕິປັນຍາທີ່ກ້າວໜ້າຂອງມວນມະນຸດເພື່ອກໍານົດແນວທາງ, ແຜນນະໂຍບາຍຂອງພັກ; ຍົກສູງຄວາມສາມາດ ແລະ ຄຸນນະພາບການນໍາພາ; ຕ້ານລະບອບຫລາຍເຄົ້າ, ຫລາຍພັກ, ຕ້ານລັດທິດເອກະຊົນ ແລະ ຕ້ານລັດທິສວຍໂອກາດໃນທຸກຮູບແບບ. ນັບແຕ່ມື້ສ້າງຕັ້ງຂຶ້ນ ພັກປະຊາຊົນປະຕິວັດລາວ ໄດ້ກໍານົດອຸດົມການຂອງຕົນຢ່າງຈະແຈ້ງໃນການນໍາພາປວງຊົນລາວດໍາເນີນການຕໍສູ້ພວກຈັກກະພັກລ່າເມືອງຂຶ້ນ ເພື່ອນໍາເອົາຄວາມເປັນເອກະລາດມາໃຫ້ແກ້ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ, ສ້າງສາປະ ເທດຊາດ ສູ່ຈຸດໝາຍສັງຄົມນິຍົມ. ຫລັງຈາກນັ້ນຕ່ໍມາຫາປັດຈຸບັນ, ພັກເຮົາໄດ້ເສີມຂະຫຍາຍອຸດົມການ ໃຫ້ສອດຄ່ອງຕື່ມອີກນັ້ນຄືການນໍາ ພາປວງຊົນລາວປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຮັດໃຫ້ປະ ຊາຊົນຮັ່ງມີຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີ ປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ເຊິ່ງລວມຄວາມແລ້ວ ກໍ່ແມ່ນຄວາມໝາຍອັນດຽວກັນກັບ ຄຳວ່າ “ສັງຄົມນິຍົມ”.

ໂດຍ: ພິດສະໄໝ

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top