ຂປລ
ໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ, ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກຂອງລັດຖະບານ.
ຂປລ. ໂດຍສະເພາະແມ່ນການສ້າງລາຍຮັບຈາກການສົ່ງອອກ, ການສ້າງວຽກເຮັດງານທຳໃຫ້ປະຊາຊົນໃນຊົນນະບົດ ແລະ ການວາງຮາກຖານໃຫ້ແກ່ການເຕີບໂຕສີຂຽວທ່ີຍືນຍົງ ຊ່ຶງສະແດງອອກຫລາຍດ້ານເຊັ່ນ: ດ້ານການຄ້ຳປະກັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າເພື່ອສົ່ງອອກ; ດ້ານການຄຸ້ມຄອງສິ່ງແວດລ້ອມ, ກົນໄກການເງິນສີຂຽວ ແລະ ສິນເຊື່ອກາກບອນ; ດ້ານການປັບປຸງກົນໄກບໍລິຫານ.
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດຕໍ່ສ່ືມວນຊົນໃນໂອກາດເຂ້ົາຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2026 ເມື່ອບໍ່ດົນນີ້ວ່າ: ຂະແໜງກະສິກຳ ແລະ ສ່ິງແວດລ້ອມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກຂອງລັດຖະບານ ໂດຍສະເພາະດ້ານການຄ້ຳປະກັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າເພື່ອສົ່ງອອກ ເປັນຕົ້ນການຊຸກຍູ້ການຜະລິດລະດູແລ້ງສາມາດຂະຫຍາຍເນື້ອທີ່ການປູກພືດສະບຽງອາຫານ ແລະ ພືດອຸດສາຫະກຳລະດູແລ້ງ (ເຂົ້າ, ພືດຕະກູນຖົ່ວ ແລະ ຜັກຕ່າງໆ) ໄດ້ບັນລຸຕາມແຜນການ, ສ້າງຄວາມໝັ້ນຄົງດ້ານສະບຽງອາຫານພາຍໃນ ແລະ ຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ; ການຍົກລະດັບກຸ່ມການຜະລິດ ແລະ ສະຫະກອນ ໂດຍຫັນປ່ຽນຮູບແບບການຜະລິດແບບກະແຈກກະຈາຍມາເປັນການຮ່ວມກຸ່ມ ແລະ ສ້າງຕັ້ງສະຫະກອນກະສິກຳທີ່ເຂັ້ມແຂງ ໂດຍເນັ້ນໃສ່ການນຳໃຊ້ເຕັກນິກ ແລະ ເຕັກໂນໂລຊີທີ່ສະອາດ ເພື່ອຍົກສູງຄຸນນະພາບຜະລິດຕະພັນໃຫ້ໄດ້ມາດຕະຖານການສົ່ງອອກ; ການເປີດກວ້າງຕະຫລາດສົ່ງອອກ ຊຶ່ງໄດ້ສຳເລັດການເປີດຕະຫລາດກັບປະເທດຄູ່ຄ້າໄດ້ທັງໝົດ 84 ລາຍການ. ໃນນັ້ນ, ສປ ຈີນ 41 ລາຍການ (ພືດ 36 ລາຍການ, ສັດ 5 ລາຍການ); ສສ ຫວຽດນາມ( ພືດ 19 ລາຍການ); ໄທ (ພືດ 17 ລາຍການ) ແລະ ອັນພົ້ນເດັ່ນໃນມໍ່ໆມານີ້ແມ່ນໄດ້ເຊັນກັບປະເທດກຳປູເຈຍ ປະກອບມີ ສັດ 1 ລາຍການ ແລະ ພືດ 6 ລາຍການ.
ສຳລັບການສ່ົງອອກພືດ ແລະ ຜະລິດຕະພັນພືດ ໃນ 5 ເດືອນຜ່ານມາປະຕິບັດໄດ້ 752 ລ້ານໂດລາສະຫະລັດ ເທົ່າກັບ 62,6 % ຂອງແຜນການ ( ແຜນ 1.200 ລ້ານໂດລາສະຫະລັດ). ໃນນັ້ນ, ພືດທີ່ສົ່ງອອກຫລາຍກວ່າໝູ່ມີ ໝາກກ້ວຍ, ມັນຕົ້ນແຫ້ງ, ໝາກໂມ, ແປ້ງມັນຕົ້ນ ແລະ ກາເຟ; ການສົ່ງອອກສັດ ແລະ ຜະລິດຕະພັນສັດ ປະຕິບັດໄດ້ 81,21 ລ້ານໂດລາສະຫະລັດ, ເທົ່າກັບ 40,6 % ຂອງ ແຜນການ(ແຜນ 200 ລ້ານໂດລາສະຫະລັດ); ການສົ່ງອອກໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ປະຕິບັດໄດ້ 158,64 ລ້ານໂດລາສະຫະລັດ, ເທ່ົາກັບ 31,7 % ຂອງແຜນການ; ການຂຶ້ນທະບຽນອອກໃບຕາດິນປະຕິບັດ 52.887 ຕອນ, ເທົ່າກັບ 38% ຂອງແຜນ ການ (ແຜນ 140.000 ຕອນ).
ຂ່າວ: ກິດຕາ; ພາບ: ຂັນໄຊ
KPL