ຄະນະປະຈຳ ສພຊ ສະເໜີລັດຖະບານ ເລັ່ງຊຸກຍູ້ ພັດທະນາເສດຖະກິດສັງຄົມ ໃຫ້ຂະຫຍາຍຕົວດີກວ່າເກົ່າ

07/07/2026 09:45
ຂປລ ໃນວາລະດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນ ທີ 6 ກໍລະກົດ 2026 ນ້ີ, ພາຍຫລັງທ່ານນາຍົກລັດຖະມົນຕີ ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລ້ວ, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ສພຊ)

     ຂປລ.  ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວ, ມີຄຸນນະພາບ, ຮັກສາສະຖຽນລະພາບດ້ານການເງິນ-ເງິນຕາ ໃຫ້ມີຄວາມໜັກແໜ້ນ, ຕໍ່ເນື່ອງ, ຍືນຍົງ ແລະ ບັນລຸຕາມແຜນການ.

     ພ້ອມນີ້ ຄະນະປະຈຳສະພາແຫ່ງຊາດ ຍັງສະເໜີໃຫ້ລັດຖະບານ ສືບຕໍ່ຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂະແໜງການທີ່ຕ້ອງການຢ່າງມີຈຸດສຸມ ໂດຍສະເພາະການຜະລິດກະສິກຳ ເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອຸດສາຫະກຳ ເພື່ອທົດແທນການນໍາເຂົ້າ ໂດຍຫັນປ່ຽນຈາກແນວຄິດແບບເປັນແຕ່ລະໂຄງການ ມາສູ່ການຄິດແບບເປັນລະບົບທີ່ມີການເຊື່ອມໂຍງລະຫວ່າງການຜະລິດ, ການປຸງແຕ່ງ, ການຂົນສົ່ງ, ການຕະຫລາດ ເຂົ້າກັນເປັນຕ່ອງໂສ້ມູນຄ່າທີ່ສາມາດສ້າງລາຍຮັບທີ່ຍືນຍົງໃຫ້ກັບປະຊາຊົນ ຕິດພັນກັບວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍການສ້າງເສດຖະກິດຂຶ້ນມາຈາກຮາກຖານ, ສ່ວນການຂຸດຄົ້ນ ຫລື ນໍາໃຊ້ຊັບພະຍາກອນທຳມະຊາດ ອາດບໍ່ຈຳເປັນໃຫ້ການຍົກເວັ້ນ ຫລື ຜ່ອນຜັນໃດໆ, ສ້າງມູນຄ່າເພີ່ມເປັນສິນຄ້າສົ່ງອອກໃຫ້ມີຄວາມຫລາກຫລາຍ ແລະ ເພີ່ມຜົນຜະລິດທີ່ມີຄຸນນະພາບ, ຫລຸດຜ່ອນການສົ່ງອອກວັດຖຸດິບກະສິກຳ, ແຮ່ທາດ, ການຂາຍໄຟໂດຍກົງຈາກໂຄງການໄປຕ່າງປະເທດ, ມີ ມາດຕະການປົກປ້ອງຜູ້ຜະລິດພາຍໃນທີ່ເໝາະສົມ ເພື່ອໃຫ້ເວລາ ແກ່ເຂົາເຈົ້າພັດທະນາຕົນເອງໃຫ້ເຂັ້ມແຂງ; ສືບຕໍ່ພັດທະນາຂະແໜງການທີ່ເປັນທ່າແຮງ ເປັນຕົ້ນອຸດສາ ຫະກຳພະລັງງານໄຟຟ້າ ແລະ ບໍ່ແຮ່ໃຫ້ກາຍເປັນເສົາຄໍ້າການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະການພັດທະນາພະລັງງານສະອາດ ເປັນມິດຕໍ່ສິ່ງແວດລ້ອມ ໃຫ້ກວມສ່ວນໃຫຍ່ ແລະ ພິຈາລະນາພະລັງງານຖ່ານຫີນຈໍານວນໜຶ່ງຢ່າງເລັ່ງດ່ວນ ຕາມຍຸດທະສາດຂອງຂະແໜງການ ເພື່ອຮັບປະກັນສະຖຽນລະພາບ ແລະ ການສະໜອງໄຟລະດູແລ້ງໃຫ້ພຽງພໍ ແລະ ມີແຜນໃຫ້ກຸ້ມຕົນເອງໄດ້ພາຍ ໃນປີ 2030; ນໍາໃຊ້ທ່າແຮງຕ່າງໆ ເພື່ອໃຫ້ ສປປ ລາວ ກາຍເປັນສູນກາງການຄ້າພະລັງງານໃນຂົງເຂດພາກພື້ນ, ຊຸກຍູ້ກົນໄກການຄ້າລະຫວ່າງລະບົບສູ່ລະບົບ, ປັບປຸງອັດຕາພັນທະໄຟຟ້າທີ່ສົ່ງອອກຂາຍໃຫ້ ຕ່າງປະເທດ ໃຫ້ມີຄວາມເໝາະສົມ, ສະໜອງພະລັງງານພາຍໃນໃຫ້ ພຽງພໍ, ສ້າງລາຍຮັບເຂົ້າງົບປະ ມານໃຫ້ເພີ່ມຂຶ້ນ ໂດຍຢຸດຕິການຍົກ ເວັ້ນພາສີ-ອາກອນເກີນກວ່າທີ່ກົດ ໝາຍວ່າດ້ວຍສົ່ງເສີມການລົງທຶນ ໄດ້ກຳນົດໄວ້; ສືບຕໍ່ຄຸ້ມຄອງ ແລະ ຕິດຕາມກວດກາຂະແໜງແຮ່ທາດໃຫ້ເຂັ້ມງວດເດັດຂາດ. ໃນນັ້ນ, ໃຫ້ມີກຳນົດເວລາ ພາຍໃນ 2-3 ປີ ໃຫ້ຢຸດຕິການສົ່ງອອກແຮ່ດິບ ເພື່ອກະຕຸ້ນໃຫ້ເກີດມີການກໍ່ສ້າງໂຮງງານຫລອມ, ປຸງແຕ່ງພາຍໃນ. ສໍາລັບບາງແຮ່ທາດເຂັ້ມຂຸ້ນ ເຊັ່ນ: ຄໍາ, ທອງແດງ, ເງິນ ທີ່ເຮົາມີໂຮງຫລອມແລ້ວຄວນຢຸດຕິເດັດຂາດສົ່ງອອກແຮ່ດິບ ຫລື ແຮ່ເຂັ້ມຂຸ້ນດັ່ງກ່າວທັນທີ, ພ້ອມທັງເປີດກວ້າງຮັບຕະຫລາດໃໝ່ ເພື່ອປ້ອງກັນການຜູກຂາດດ້ານລາຄາສໍາລັບບາງແຮ່ທາດຍຸດທະສາດ, ດັດສົມໂຄງການຂຸດຄົ້ນແຮ່ຫາຍາກ, ປະຕິບັດມາດຕະການເດັດຂາດຕໍ່ໂຄງການແຮ່ທາດ; ຮີບຮ້ອນກໍານົດຄືນໃໝ່ປະເພດ ແຮ່ທາດທີ່ເປັນຍຸດທະສາດ ແລະ  ແຮ່ທາດທົ່ວໄປ, ກຳນົດເຂດສະຫງວນ, ເຂດຫວງຫ້າມ, ເຂດທີ່ອະນຸຍາດໃຫ້ຂຸດຄ້ົນ ໃຫ້ຈະແຈ້ງຊັດເຈນ. ສໍາລັບໂຄງການຢູ່ໃນໄລຍະສຶກສາກ່ອນຈະກ້າວເຂົ້າສູ່ໄລຍະຂຸດຄົ້ນໃນຕໍ່ໜ້າ ໃຫ້ຄັດເລືອກເອົາໂຄງການທີ່ເຫັນວ່າຄົບທຸກເງື່ອນໄຂເປັນມືອາຊີບ, ມີປະສົບການ, ທຶນຮອນ ແລະ ມີເຕັກນິກວິຊາການທີ່ສາມາດຢັ້ງຢືນໄດ້ ແລະ ມີກົນໄກໃນການຄຸ້ມຄອງການຂຸດຄົ້ນໄປຕາມການອອກແບບ ຫລື ແຜນການທີ່ວາງໄວ້ ເພື່ອຮັບປະກັນຄວາມ ປອດໄພ ແລະ ຜົນປະໂຫຍດຂອງປະຊາຊົນ, ລັດ ແລະ ຜູ້ລົງທຶນໃຫ້ເໝາະສົມ.

     ສະເໜີໃຫ້ລັດຖະບານ ສຸມໃສ່ກໍ່ສ້າງ ແລະ ບູລະນະສ້ອມແປງທາງ ໃຫ້ໄດ້ມາດຕະຖານ ແລະ ສາມາດນໍາໃຊ້ໄດ້ປົກກະຕິ ໃຫ້ສົມຄູ່ກັບງົບປະມານການລົງທຶນ, ສືບຕໍ່ປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກ່ໍສ້າງ ແລະ ສ້ອມແປງທາງໄລຍະໃໝ່ ໃຫ້ສໍາເລັດເພື່ອເຊື່ອມຕໍ່ເຂດຜະລິດ, ໂຮງງານປຸງແຕ່ງ, ການຂົນສົ່ງສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ການທ່ອງທ່ຽວ; ເອົາໃຈໃສ່ປະຕິບັດຄາດໝາຍທີ່ຍັງມີຄວາມຄືບໜ້າໜ້ອຍຂອງຂະແໜງການສຶກສາ ແລະ ສາທາລະນະສຸກໃຫ້ບັນລຸຕາມແຜນການ ເປັນຕົ້ນການແກ້ໄຂບັນຫາການຂາດແຄນຄູ ແລະ ແພດຢູ່ຊົນນະບົດ, ການປະລະການຮຽນ, ຄຸນນະພາບຂອງຄູ ແລະ ນັກຮຽນ, ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເປີດສົກຮຽນໃໝ່, ການປັບປຸງລະບົບການສຶກສາສາຍສາມັນຈາກ 5+4+3 ເປັນ 6+3+3; ສືບຕໍ່ປະຕິບັດຄາດໝາຍ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຕິດພັນກັບການກໍ່ ສ້າງຮາກຖານການເມືອງ ໃຫ້ແຂງແຮງກວ່າເກົ່າ ຕາມຈຸດສຸມລັດຖະບານ ແລະ ທ້ອງຖິ່ນ, ສືບຕໍ່ສ້າງຕັ້ງຕາແສງໃຫ້ສຳເລັດຕາມຄາດໝາຍ 617 ຕາແສງ ໃນກາງປີ 2027, ພ້ອມທັງສະໜອງງົບປະມານໃຫ້ ພຽງພໍໃນການຈັດຕັ້ງປະຕິບັດການ ເຄື່ອນໄຫວວຽກງານດັ່ງກ່າວ; ເອົາໃຈໃສ່ພັດທະນາ ແລະ ຂະຫຍາຍຜະລິດຕະພັນການທ່ອງທ່ຽວ ໃຫ້ເປັນທ່າແຮງລະດັບຊາດ, ອາຊຽນ, ພາກພື້ນ ແລະ ສາກົນ ໃນການສົ່ງເສີມ ແລະ ພັດທະນາການທ່ອງທ່ຽວແບບລະບົບນິເວດ, ຊຸມຊົນມີສ່ວນຮ່ວມ ໂດຍນໍາໃຊ້ມໍລະດົກວັດທະນະທຳ, ບຸນປະເພນີຂອງຊາດ ແລະ ທ້ອງຖິ່ນ.

ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top