ຄະນະບໍລິຫານງານພັກກະຊວງ ອຄ ຕີລາຄາຜົນສຳເລັດການນຳພາ-ຊີ້ນຳ ໄລຍະ 6 ເດືອນຕົ້ນປີ

01/07/2026 09:52
ຂປລ ຄະນະບໍລິຫານງານພັກ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ສຳເລັດການດຳເນີນກອງປະຊຸມຄົບຄະນະ ຄັັງທີ 3 ໃນວັນທີ 30 ມິຖຸນາ 2026 ພາຍໃຕ້ການເປັນປະທານຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຄະນະປະຈຳພັກ, ກຳມະການຄະນະບໍລິຫານງານພັກກະຊວງ ແລະ ເລຂາຄະນະພັກຂອງການຈັດຕັງຮາກຖານພັກ ເຂົາຮ່ວມ.

      ຂປລ.   ຊຶງກອງປະ ຊຸມໄດ້ສຸມໃສ່ຕີລາຄາຜົນສຳເລັດໃນ ການນຳພາ-ຊີ້ນຳຕະຫລອດໄລຍະ 6 ເດືອນຕົ້ນປີ ແລະ ເປັນເອກະພາບຮັບຮອງເອົາແຜນວຽກຈຸດສຸມ 3 ດ້ານ ເພື່ອສູ້ຊົນໃນ 6 ເດືອນທ້າຍ ປີ 2026. ໃນກອງປະຊຸມ, ຜູ້ເຂົາຮ່ວມ ໄດ້ພ້ອມກັນຕີລາຄາຄືນຢ່າງກົງໄປກົງມາ ແລະ ພາວະວິໄສຕໍຜົນສຳເລັດທີຍາດມາໄດ້ໃນໄລຍະຜ່ານມາ ອັນພົ້ນເດັ່ນແມ່ນການຮັບປະກັນ ການສະໜອງນ້ຳມັນເຊື້ອໄຟໃນໄລຍະວິກິດດ້ານພະລັງງານ, ການແກ້ໄຂບັນຫາລັກລອບຂຸດຄົ້ນບໍ່ແຮ່ ແລະ ອຸບັດເຫດທີ່ກ່ຽວຂ້ອງຢ່າງທັນການ.

      ນອກຈາກນີ້, ຍັງມີຜົນສຳເລັດໃນການສະໜອງທຶນໃຫ້ແກ່ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ເພື່ອຍູ່ແຮງຂະບວນການຜະລິດເປັນສິນຄ້າ, ການເຈລະຈາແກ້ໄຂອຸປະສັກທາງການຄ້າກັບຕ່າງປະເທດ, ພ້ອມທັງການສົ່ງເສີມການນຳໃຊ້ລົດໄຟຟ້າ. ຄຽງຄູ່ກັບຜົນສຳເລັດດັ ່ງກ່າວ, ກອງປະຊຸມຍັງໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ຕ້ອງໄດ້ຮີບຮ້ອນປັບປຸງແກ້ໄຂ ໂດຍສະເພາະແມ່ນການເລັ່ງຈັດຕັງຜັນຂະຫຍາຍມະຕິ, ຄຳສັ່ງຂອງຂັ້ນເທິງມາເປັນແຜນການ, ໂຄງການ ແລະ ນິຕິກຳລະອຽດໃຫ້ສຳເລັດຕາມກຳນົດ ເວລາ. ພ້ອມກັນນັ້ນ, ຍັງໄດ້ເນັ້ນໜັກ ເຖິງການເພີ່ມທະວີວຽກງານກວດກາພາຍໃນຄະນະພັກ ແລະ ການປະຕິບັດໜ້າທີ່ຂອງພະນັກງານທຸກຂັ້ນ ເພື່ອກະຕຸ້ນການປະຕິບັດໜ້າທີ່ການເມືອງໃຫ້ມີປະສິດທິພາບຍິ່ງຂຶ້ນ.

   ໃນຕອນທ້າຍກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາແຜນວຽກຈຸດສຸມ 3 ດ້ານຕົ້ນຕໍທີ່ຈະພ້ອມກັນສູ້ຊົນໃຫ້ສຳເລັດໃນ 6 ເດືອນທ້າຍປີ 2026 ຊຶ່ງປະກອບມີ: ການສືບຕໍ່ຫັນນະໂຍບາຍສູ່ ການປະຕິບັດຕົວຈິງ ໂດຍເລັ່ງລັດການຜັນຂະຫຍາຍມະຕິ 04/ ກມສພ ແລະ ມະຕິສຳຄັນຕ່າງໆອອກເປັນແຜນງານ ແລະ ນິຕິກຳສະເພາະຂອງຂະແໜງ ອຄ ໃຫ້ທັນກຳນົດເວລາ ແລະ ມີຄຸນນະພາບສູງ; ການເລັງຄົ້ນຄວ້າແກ້ໄຂສິ່ງ ທ້າທາຍດ້ານເສດຖະກິດຢ່າງມີ ເປົ້າໝາຍ: ສຸມໃສ່ຈັດຕັ້ງປະຕິບັດ ບັນດາມາດຕະການແກ້ໄຂບັນຫາ ພື ້ນຖານເຊັ ່ນ: ການຄຸ ້ມຄອງລາຄາ, ການສະໜອງສິນຄ້າ, ການຍູ ້ແຮງ ການຜະລິດພາຍໃນ, ການປະຕິຮູບ ລັດວິສາຫະກິດ ແລະ ການຫັນ ລະບົບການຄ້າໃຫ້ທັນສະໄໝ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ພື້ນຖານເສດຖະກິດ; ການເພີ່ມທະວີວຽກງານກໍສ້າງພັກ ແລະ ຍົກສູງຄຸນນະພາບຊັບພະຍາກອນມະນຸດ ໂດຍສືບຕໍ່ກໍສ້າງໜ່ວຍພັກໃຫ້ເຂັ້ມແຂງ, ເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານ-ລັດຖະກອນ, ພ້ອມທັງສ້າງແຜນຍຸດທະສາດພັດທະນາຊັບພະຍາກອນມະນຸດ 5 ປີ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

KPL

ຂ່າວອື່ນໆ

ads
ads

Top