ເຄື່ອງດື່ມລາວ ບາງຊະນິດໄດ້ຮັບຄວາມນິຍົມທັງພາຍໃນ ແລະ ຕ່າງປະເທດ

27/02/2024 09:53
Email Print 608
ຂປລ ການຜະລິດກະສິກຳຖືເປັນໂຄງລ່າງພື້ນຖານສຳຄັນ ໃນລະບົບເສດຖະກິດຂອງຫລາຍປະເທດໃນທົ່ວໂລກ ເຊັ່ນດຽວກັບ ສປປ ລາວ ເຮົາ ທີ່ມີທ່າແຮງ ແລະ ເປັນອີກ 1 ບຸລິມະສິດທີ່ລັດບານຂອງ ສປປ ລາວ ເຮົາສົ່ງເສີມໃຫ້ປະຊາຊົນມີການເຮັດກະສິກຳປຸງແຕງເປັນສິນຄ້າ ເພື່ອສົ່ງອອກ.

    *ການຜະລິດກະສິກຳຖືເປັນໂຄງລ່າງພື້ນຖານສຳຄັນ ໃນລະບົບເສດຖະກິດຂອງຫລາຍປະເທດໃນທົ່ວໂລກ ເຊັ່ນດຽວກັບ ສປປ ລາວ ເຮົາ ທີ່ມີທ່າແຮງ ແລະ ເປັນອີກ 1 ບຸລິມະສິດທີ່ລັດບານຂອງ ສປປ ລາວ ເຮົາສົ່ງເສີມໃຫ້ປະຊາຊົນມີການເຮັດກະສິກຳປຸງແຕງເປັນສິນຄ້າ ເພື່ອສົ່ງອອກ. ມື້ນີ້ ຄໍລໍາສົ່ງເສີມທຸ ລະກິດ ຈະພາມາຮູ້ຈັກກັບເຫລົ້າລາວ ດີ (LAODI) ແມ່ນເຫລົ້າທີ່ຜະລິດ ແລະ ປຸງແຕ່ງຈາກອ້ອຍ ຈົນກາຍ ເປັນ ສິນຄ້າສົ່ງອອກ ໄປກວ່າ 5 ປະເທດ.

    ທ່ານ ສີຫັດຖະ ເຈົ້າຂອງຜະລິດຕະພັນເຫລົ້າລາວດີ  ໄດ້ໃຫ້ຮູ້ວ່າ: “ເຫລົ້າລາວດີສ້າງຕັ້ງຂຶ້ນຫລັງ ຈາກທີ່ຂ້າພະເຈົ້າຮຽນຈົບມາຈາກປະເທດຍີ່ປຸ່ນ ຈຶ່ງເບິ່ງເຫັນທ່າແຮງໃນລາວເລື່ອງກະສິກຳ ແຕ່ສິນຄ້າກະສິກຳຍັງມີບໍ່ຫລາຍ ສະນັ້ນຈຶ່ງຢາກສ້າງສິນຄ້າກະສິກຳຂຶ້ນ ເຊິ່ງສິນຄ້າທີ່ພົ້ນດ້ານກະສິກຳ ອີກຢ່າງໜຶ່ງກໍຄືອ້ອຍເພາະເຫັນວ່າອ້ອຍນ້ີມັນສາມາດມາເຮັດເຫລົ້າ ແລະ ປະເພດເຄື່ອງດື່ມ ຈຶ່ງໄດ້ໄປສຶກສາການເອົາອ້ອຍມາເຮັດເຫລົ້າ ພ້ອມທັງຊອກນັກລົງທຶນຍີ່ປຸ່ນມາເຮັດນໍາກັນ ຈົນເກີດມາເປັນຜະລິດຕະພັນເຫລົ້າລາວດີ ແຕ່ກ່ອນຈະມາເຖິງທຸກມື້ນີ້ກໍບໍແມ່ນເລ່ືອງງ່າຍເລີຍ ເພາະໄລຍະ 5 ປີທຳອິດທີ່ເລີ່ມເຮັດບໍ່ເປັນຕາກິນເລີຍໃດລູກຄ້າວ່າມັນແຮງໂພດ ລົດຊາດບໍ່ກົມກ່ອມແຕ່ຕະຫລອດ10 ມານີ້ ໄດ້ປັບປຸງໄດ້ນໍາໃຊ້ເຊື້ອເຫລ້ົາມາຈາກຫລາຍໆປະເທດ ມາທົດລອງແລ້ວທົດລອງອີກ ຈຶ່ງໄດ້ເຫລົ້າລົດຊາດນຸ້ມກິນງ່າຍບໍ່ວ່າຜູ້ຊາຍກໍກິນໄດ້ຜູ້ຍິງກໍກິນດີ ເຮັດໃຫ້ດຽວນີ້ທຸກຄົນນິຍົມຫລາຍ ໃນປັດຈຸບັນທີ່ສາມາດສົ່ງເຫລົ້າອອກແລ້ວ 5 ປະເທດ ບໍ່ວ່າຈະເປັນ ຍີ່ປຸ່ນ, ຝຣັ່ງ, ເຂດປົກຄອງພິເສດໄຕ້ຫວັນ ແລະ ອື່ນໆ ໂດຍປະເທດທີ່ໄດ້ຮັບກະແສຕອບຮັບດີທີ່ສຸດແມ່ນຕະຫລາດຍີ່ປຸ່ນ ແລະ ໄຕ້ຫວັນ ສ່ວນຕະຫລາດພາຍໃນເຫລົ້າລາວດີ ແມ່ນມີຂາຍຕາມຮ້ານຄ້າຊັ້ນນຳທົ່ວໄປບໍ່ວ່າຈະເປັນ ຮ້ານ LAODI Bar; ໂຮງງານເຫລົ້າລາວດີຫລັກ 47 ບ້ານນາຊອນ ເມືອງປາກງື່ມ; ຮ້ານ Cloud9 ດົງປ່າລານ; ຮ້ານ D-Mart; ຮ້ານ K-Mart; ຮ້ານ ພອນສິລິ; ຮ້ານ The First Shop; ຮ້ານປອດພາສີ ສະໜາມບິນວັດໄຕ,ຮ້ານຊັບພະສິນຄ້າມິດຕະພາບປາກເຊ ແລະ ອື່ນໆ.

     ທ່ານ ສີຫັດຖະ ເວົ້າຕື່ມວ່າ: ປັດຈຸບັນຄວາມຕ້ອງການຂອງສັງຄົມ ເລີ່ມໄດ້ຮັບຄວາມນິຍົມຂຶ້ນເລື້ອຍ ເຊ່ິງພາຍໃນແລະຕ່າງປະເທດສາມາດ ຈໍາໜ່າຍເຫລົ້າໄດ້ 10 ໝື່ນ ກວ່າຂວດຕໍ່ປີ.

ໂດຍ: ມາລີ ດາ

KPL

ຂ່າວອື່ນໆ

ads
ads

Top