ມຽນມາ ຫລຸດຜ່ອນກົດລະບຽ ອັດຕາແລກປ່ຽນ ເພື່ອເພີ່ມການສົ່ງອອກ

08/12/2023 14:19
Email Print 413
ຂປລ ໂຄສົກ ລັດຖະບານ ທະຫານ ມຽນມາ ກ່າວຜ່ານ ແພລດຟອມ ເທເລແກຣມ ວ່າ: ການທີ່ ລັດຖະບານ ຫລຸດຜ່ອນ ລະບຽບ ເລື່ອງ ອັດຕາແລກປ່ຽນ ເງິນຕາ ຕ່າງປະເທດ ໃນຄັ້ງນີ້ ກໍ ເພື່ອເພີ່ມ ການສົ່ງອອກ ສິນຄ້າ ແລະ ເພື່ອສົ່ງເສີມ ການພັດທະນາ ເສດຖະກິດ ຂອງ ປະເທດ.

ຂປລ. ສຳນັກ​ຂ່າວ ຢ້າງ​ກຸ້ງ​ປະ​ເທດ ມຽນມາ,  ວັນ​ທີ 7 ທັນວາ​, ​ໂຄສົກ​ ລັດຖະບານ ທະຫານ​ ມຽນມາ ກ່າວ​ຜ່ານ ​ແພ​ລດຟອມ​ ເທ​ເລ​ແກຣມ ວ່າ: ການ​ທີ່ ​ລັດຖະບານ ຫລຸດຜ່ອນ​ ລະບຽບ ​ເລື່ອງ ອັດຕາ​ແລກປ່ຽນ ​ເງິນຕາ​ ຕ່າງປະ​ເທດ ໃນຄັ້ງ​ນີ້ ກໍ ເພື່ອ​ເພີ່ມ​ ການ​ສົ່ງ​ອອກ ສິນຄ້າ ​ແລະ ​ເພື່ອ​ສົ່ງ​ເສີມ ການ​ພັດທະນາ ​ເສດຖະກິດ ຂອງ ​ປະ​ເທດ. ການ​ທີ່ ​ທະນາຄານ​ກາງ ຂອງ​ ມຽນມາ ຈະ​ບໍ່​ກຳນົດ ອັດຕາ​ແລກປ່ຽນ ​ເງິນຕາ​ອີກ​ຕໍ່​ໄປ ເພື່ອ​ການ​ ພັດທະນາ​ປະ​ເທດ, ກະ​ຕຸ້ນ ພາກ​ການ ​ຜະລິດ ​ແລະ ການ​ສົ່ງ​ອອກ​ ຈະ​ຕ້ອງ​ ມີ​ປະລິມານ ​ເພີ່ມ​ຫລາຍ​ຂຶ້ນ. ການບໍ່ກຳນົດ ອັດຕາແລກປ່ຽນ ຂອງ ທາງການ ອາດຈະ ມີຜົນກະທົບ ເລັກນ້ອຍ ກ່ຽວກັບ ການນຳເຂົ້າ ສິນຄ້າ ແລະ ອື່ນໆ./.

 

KPL

ຂ່າວອື່ນໆ

ads
ads

Top