ກອງປະຊຸມຮ່ວມຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ 1 ປີ 2026

03/07/2026 10:05
Email Print 104
ຂປລ ໂດຍປະຕິບັດຕາມແຜນດໍາເນີນງານຮ່ວມ ກໍຄື ປະຕິບັດກົນໄກການປະສານງານ ແລະ ການປຶກສາຫາລືຮ່ວມ ລະຫວ່າງ ລັດຖະບານ ແລະ ສະພາແຫ່ງຊາດ ທີ່ດຳເນີນມາເປັນປົກກະຕິ, ໃນຕອນເຊົ້າວັນທີ 2 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ດໍາເນີນກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ I ປະຈໍາປີ 2026

        ຂປລ.  ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈຳສະພາແຫ່ງຊາດ, ມີທ່ານຮອງນາຍົກລັດຖະມົນຕີ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ສະມາຊິກລັດຖະບານ, ກໍາມະການຄະນະປະຈຳສະພາແຫ່ງຊາດ, ປະທານ-ຮອງປະທານກຳມາທິການສະພາແຫ່ງຊາດ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເປັນກອງປະຊຸມຄັ້ງທຳອິດ ລະຫວ່າງ ຄະນະລັດຖະບານ ຊຸດທີ X ແລະ ຄະນະປະຈຳສະພາແຫ່ງຊາດ ຊຸດທີ X ໂດຍມີຈຸດປະສົງເພືີ່ອພ້ອມກັນປຶກ ສາ, ແລກປ່ຽນຄຳເຫັນ ແລະ ສ້າງຄວາມເອກະພາບຕໍ່ບັນດາບັນຫາສໍາຄັນ ທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະຈັດຂຶ້ນໃນເວລາອັນໃກ້ໆນີ້ ກໍຄືວິທີການ, ບັນດາມາດຕະການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງ ຄົມ ດ້ວຍລະບຽບກົດໝາຍ ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນສູງ ຂຶ້ນ ແນໃສ່ເຮັດໃຫ້ປະເທດຊາດ ມີສະ ຖຽນລະພາບທາງດ້ານການເມືອງ ທີ່ໜັກແໜ້ນ, ສັງຄົມມີຄວາມສະ ຫງົບໂດຍພື້ນຖານ, ເສດຖະກິດມີ ການຂະຫຍາຍຕົວຢ່າງຕໍ່ໍເນື່ອງ, ຊີ ວິດການເປັນຢູ່ຂອງປະຊາຊົນບັນ ດາເຜົ່າ ໄດ້ຮັບການພັດທະນາ ແລະ ປັບປຸງນັບມື້ດີຂຶ້ນຊຶ່ງເປັນການຢັ້ງຢືນເຖິງຄວາມຮັບຜິດຊອບສູງຂອງລັດຖະບານ ແລະ ສະພາແຫ່ງຊາດຕໍ່ສູນກາງພັກ, ເຮັດໃຫ້ການຕັດສິນໃຈລະດັບຊາດ ເກີດຜົນປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ຢ່າງແທ້ຈິງ.

         ສໍາລັບເນ້ືອໃນທີ່ນຳມາປຶກສາຫາລືໃນກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນສຸມໃສ່ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບຕໍ່ບັນຫາທີ່ສໍາຄັນ ຄື: ຕີລາຄາການຈັດຕ້ັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໄລຍະ 6 ເດືອນທ້າຍປີ 2026; ຮ່າງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ມາດຕະການສົ່ງເສີມການຊົມໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ;  ທິດທາງການພັດທະນາແຮ່ທາດ ໃນໄລຍະໃໝ່ ພາຍໃຕ້ເງື່ອນໄຂໃໝ່.

      ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້, ໃນໂອກາດກ່າວເປີດກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານລັດຖະມົນຕີ, ຜູ້ຕາງໜ້າຈາກກະຊວງທີ່ຮັບຜິດຊອບແຕ່ລະຫົວຂໍ້ນັ້ນ ລາຍງານຢ່າງກະທັດຮັດ, ສອດຄ່ອງກັບຄວາມເປັນຈິງ, ຍົກໃຫ້ເຫັນບັນຫາທີ່ເກີດຂຶ້ນຢ່າງຄົບຖ້ວນ ແລະ ສຸມໃສ່ສະເໜີບັນຫາທີ່ຂໍທິດຊີ້ນຳ ຫລື ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດແທ້. ພ້ອມກັນນັ້ນ, ການປະກອບຄໍາເຫັນຂອງບັນດາທ່ານ ຜູ້ເຂົ້າຮ່ວມກອງປະຊຸມ ກໍໃຫ້ລົງເລິກບັນຫາທີ່ຍົກຂຶ້ນຢ່າງກົງໄປກົງມາ, ມີຈຸດສຸມ, ຊອກໃຫ້ເຫັນສາເຫດທີ່ເກີດຂຶ້ນ ແລະ ສະເໜີທິດທາງແກ້ໄຂທີ່ຊັດເຈນ ເພື່ອໃຫ້ບັນດາກະຊວງກ່ຽວຂ້ອງ ກໍຄື ລັດຖະບານ ໄດ້ນຳໄປຄົ້ນຄວ້າປັບປຸງບົດລາຍງານຕ່າງໆ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ຮັດກຸມຍິ່ງຂຶ້ນ, ທັງມີຄວາມເປັນເອກະພາບ, ເຮັດໃຫ້ຜົນຂອງກອງປະຊຸມເທື່ອນີ້ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງເພື່ອແກ້ໄຂບັນຫາຕ່າງໆ ໄດ້ຢ່າງມີປະສິດທິຜົນ ແລະ ເປັນຮູບປະທໍາຫລາຍຂຶ້ນ.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.

KPL

ຂ່າວອື່ນໆ

ads
ads

Top