ສາທາລະນະສຸກແຂວງອຸດົມໄຊ ສຸມໃສ່ ແຜນງານແຫ່ງຊາດ ເພື່ອແມ່-ເດັກ 2021-2025

07/12/2023 14:58
Email Print 9605
ຂປລ ຂປລ.​ ພະແນກ ສາທາລະນະສຸກ ແຂວງ​ອຸດົມ​ໄຊ​ ໄດ້ສຸມໃສ່ແຜນວຽກຂອງວຽກໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່ ໃນແຕ່ລະເຂດປົກຄຸມ ຂອງສະຖານທີ່ບໍລິການ ຂອງໜ່ວຍງານຄົງທີ່ ແລະ ໜ່ວຍເຄື່ອນທີ່, ຖືເອົາວຽກງານປຸກລະດົມ, ຂ່າວສານສຸຂະສຶກສາເປັນໃຈກາງ ເພື່ອໃຫ້ພໍ່ແມ່ປະຊາຊົນ ໄດ້ເຂົ້າເຖິງການບໍລິການ ດ້ານໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່.



ຂປລ.​ ພະແນກ ສາທາລະນະສຸກ ແຂວງ​ອຸດົມ​ໄຊ​ ໄດ້ສຸມໃສ່ແຜນວຽກຂອງວຽກໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່ ໃນແຕ່ລະເຂດປົກຄຸມ ຂອງສະຖານທີ່ບໍລິການ ຂອງໜ່ວຍງານຄົງທີ່ ແລະ ໜ່ວຍເຄື່ອນທີ່
, ຖືເອົາວຽກງານປຸກລະດົມ, ຂ່າວສານສຸຂະສຶກສາເປັນໃຈກາງ ເພື່ອໃຫ້ພໍ່ແມ່ປະຊາຊົນ ໄດ້ເຂົ້າເຖິງການບໍລິການ ດ້ານໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່.

ທ່ານ ​ດຣ​ ພຸດແສງ​ ເທືອມບຸນມີ ຮອງຫົວໜ້າ ພະແນກ​ສາທາລະນະ​ສຸກ ແຂວງ ອຸດົມໄຊ​ ໄດ້​ລາຍງານ​ຕໍ່​ສື່​ມວນ​ຊົນ​ ໃນ​ວັນທີ​ 6 ທັນວາ​ 2023​ ກ່ຽວກັບ​ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ 10 ຕົວຊີ້ບອກຂອງວຽກງານສຸຂະພາບ ແລະ ໂພຊະນາການ ຂອງ ແມ່, ເດັກເກີດໃໝ່, ເດັກ ແລະ ໄວໜຸ່ມ ແຂວງອຸດົມໄຊ ປະຈຳປີ 2023 ​ໂດຍພະແນກສາທາລະນະສຸກແຂວງ ໄດ້ວາງແຜນສຸມໃສ່ ແລະ ຊີ້ນຳວຽກງານດັ່ງກ່າວ ເພື່ອໃຫ້ບັນລຸຕາມແຜນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 ປີ2021-2025; ເລັ່ງໃສ່ການຈັດຕັ້ງປະຕິບັດ ຍຸດທະສາດດ້ານໂພຊະນາການ 7 ກຸ່ມກິດຈະກຳ, 19 ຕົວຊີ້ບອກ ແລະ 82 ກິດຈະກາຍ່ອຍ ໃຫ້ບັນລຸຕາມແຜນປະຕິບັດງານແຫ່ງຊາດ ດ້ານໂພຊະນາການ 2021-2025; ປະສານງານຢ່າງກົມກຽວ ກັບຫລາຍຂະແໜງການ ໃນການຈັດຕັ້ງປະຕິບັດບັນດາ ຕົວຊີ້ບອກທີ່ຕິດພັນຂົງ​ເຂດ​ການສຶກສາ, ສາທາລະນະ​ສຸກ ແລະ ກະສິກຳ ເພື່ອບັນລຸຄາດໝາຍຕົວຊີ້ບອກ ແນໃສ່ຫລຸດຜ່ອນການຂາດສານອາຫານກະທັນຫັນຮ້າຍແຮງ ຂອງເດັກນ້ອຍລຸ່ມ 5 ປີ; ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດກິດຈະກຳເຊື່ອມສານ 5 ໜ້າວຽກ ກວດກ່ອນເກີດ, ກວດຫລັງເກີດ, ສັກຢາກັນພະຍາດ, ປະເມີນໂພຊະນາການເດັກລຸ່ມ 5 ປີ ແລະ ວາງແຜນລູກຫ່າງ.

ທ່ານ ​ດຣ​ ພຸດແສງ​ ເທືອມບຸນມີ ຍັງ​ໃຫ້​ຮູ້​ອີກ​ວ່າ: ອີງຕາມເປົ້າໝາຍວາງໄວ້ ​ແມ່ນສູ້ຊົນເຮັດໃຫ້ເດັກນ້ອຍ​ຕ່ຳ​ກ່ວາ​ 5 ປີ​ ຂອງ​ເດັກຂາດສານອາຫານຫລຸດລົງໃຫ້ໄດ້ 15% ຜ່ານການຈັດຕັ້ງປະຕິບັດຕົວຈິງ ປະຕິບັດໄດ້ 13%; ສໍາລັບລວງສູງຂອງເດັກຫລຸດມາດຕະຖານ ຕັ້ງເປົ້າໄວ້ 18% ແຕ່ການຈັດຕັ້ງປະຕິບັດໄດ້ 15%. ສ່ວນອັດຕາສ່ວນ​ ອັດຕາການຕາຍຂອງເດັກ ລຸ່ມ 1 ປີ ໃຫ້ຕ່ຳກວ່າ 12,7%, ອັດຕາການຕາຍຂອງເດັກລຸ່ມ 5 ປີ ໃຫ້ຕ່ຳກວ່າ 13,6% (ແຜນ 15); ອັດຕາການຕາຍຂອງແມ່ ໃຫ້ຕ່ຳກວ່າ 23,7%; ອັດຕາເດັກລຸ່ມ 1 ປີ ໄດ້ຮັບການສັກຢາກັນ Pantas ໃຫ້ບັນລຸ 87,4% (ແຜນ 95%).

ຂ່າວ-ພາບ: ມະ​ໄລ​ລັກ

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top