ຂປລ
ຂປລ. ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ປຣາຊ່ານຕ໌ ອາເກີວາລ໌ (Prashant AGRAWAL) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມຄົນໃໝ່ ແຫ່ງ ສ ອິນເດຍ ປະຈໍາ ສປປ ລາວ ໃນວັນທີ 14 ພະຈິກ 2023 ຜ່ານມາ ໃນໂອກາດ ທີ່ໄດ້ຮັບການແຕ່ງຕັ້ງຈາກລັດຖະບານອິນເດຍ ໃຫ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ຂປລ. ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ປຣາຊ່ານຕ໌ ອາເກີວາລ໌ (Prashant AGRAWAL) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມຄົນໃໝ່ ແຫ່ງ ສ ອິນເດຍ ປະຈໍາ ສປປ ລາວ ໃນວັນທີ 14 ພະຈິກ 2023 ຜ່ານມາ ໃນໂອກາດ ທີ່ໄດ້ຮັບການແຕ່ງຕັ້ງຈາກລັດຖະບານອິນເດຍ ໃຫ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໂອກາດນີ້, ທ່ານ ໄພວີ ສີບົວລິພາ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ທີ່ທ່ານທູດ ໄດ້ຮັບການແຕ່ງຕັ້ງ ແລະ ມາປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ ພ້ອມທັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ແຫ່ງການສ້າງສາຍພົວພັນ ການທູດຮ່ວມກັນຜ່ານມາ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອຂອງ ລັດຖະບານອິນເດຍ ໃຫ້ແກ່ ສປປ ລາວ ໂດຍສະເພາະ ບັນດາໂຄງການເຫັນຜົນໄວ ເປັນຕົ້ນ ການສົ່ງເສີມການປູກຝັງ, ລ້ຽງສັດ, ການກໍ່ສ້າງພື້ນ ຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ, ການສົ່ງເສີມການຄ້າ-ການລົງທຶນ, ການພັດທະນາຊົນນະບົດ, ການພັດທະນາຊັບພະຍາກອນມະນຸດ ແລະ ຂະແໜງການອື່ນໆ ອັນເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ. ນອກນັ້ນ, ຍັງໄດ້ແຈ້ງກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ວຽກຈຸດສຸມ ຂອງກະຊວງຍຸຕິທຳ ແລະ ຍິນດີຈະຮ່ວມກັບທ່ານທູດອິນເດຍ ໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອພາລະກິດແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ກໍຄື ການນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ອິນເດຍ, ອິນເດຍ-ລາວ ໃຫ້ສູງຂຶ້ນເລື້ອຍໆ.
ພ້ອມກັນນີ້, ທ່ານ ປຣາຊ່ານຕ໌ ອາເກີວາລ໌ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັັນອົບອຸ່ນ ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ-ສ ອິນເດຍ ແລະ ໃຫ້ຄໍາໝັ້ນສັນຍາ ທີ່ຈະສືບຕໍ່ພົວພັນຮ່ວມມື ລະຫວ່າງ ສອງປະເທດ ສປປ ລາວ-ສ ອິນເດຍ ໃຫ້ໄດ້ຮັບການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ອິນເດຍ-ລາວ ແລະ ພ້ອມຍິນດີສືບຕໍ່ເປັນຂົວ ຕໍ່ປະສານງານທີ່ດີໃນການຊຸກຍູ້ ການພົວພັນຮ່ວມມືທາງດ້ານການທູດ ລະຫວ່າງສອງປະເທດ ເພື່ອສ້າງຄວາມສາມັກຄີມິດຕະ ພາບ ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງຊາດ ອິນເດຍ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ຂ່າວ-ພາບ: ຊາຍພິມພອນ ສີຣິວົງໄຊ
KPL