ບົນເສັ້ນທາງແຫ່ງການສ້າງຕັ້ງ ກອງທັບປະຊາຊົນລາວ ໃນພາລະກິດປະຕິວັດ

13/09/2023 13:11
Email Print 2018
ຂປລ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ໃຫ້ສໍາພາດກັບນັກຂ່າວ ໜັງສືພິມກອງທັບ ເນື່ອງໃນໂອກາດກະກຽມສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ວັນທີ 20 ມັງກອນ 2024 ທີ່ຈະມາເຖິງນີ້.






(ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ວັນທີ 20/01/1949-20/01/2024)


ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ໃຫ້ສໍາພາດກັບນັກຂ່າວໜັງສືພິມກອງທັບ ເນື່ອງໃນໂອກາດກະກຽມສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ວັນທີ 20 ມັງກອນ 2024 ທີ່ຈະມາເຖິງນີ້ວ່າ: ແມ່ນວັນທີ່ມີຄວາມໝາຍສໍາຄັນ ຂອງບັນດາກໍາລັງ ປະກອບອາວຸດປະຊາຊົນລາວ ສຸດທີ່ມີຄວາມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈທີ່ຈະໄດ້ພ້ອມກັບທົ່ວພັກ, ທົ່ວປວງຊົນລາວ ບັນດາເຜົ່າໃນທົ່ວປະເທດ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 75 ປີ ໃນທ່າມກາງບັນຍາກາດ ທີ່ປະຊາຊົນລາວໃນທົ່ວປະເທດ ພວມອອກແຮງແຂ່ງຂັນກັນ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເຂົ້າສູ່ຊີ ວິດຕົວຈິງຢ່າງເລິກເຊິ່ງ ແລະ ກ້ວາງຂວາງ ອັນໄດ້ເຮັດໃຫ້ຊີວິດການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ໄດ້ມີການປັບປຸງຂະຫຍາຍຕົວໄປ ສູ່ບາດກ້າວອັນໃໝ່ ແລະ ຍາດໄດ້ຜົນງານໄຊຊະນະຢ່າງຈົບງາມ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.



ກ່ອນໜ້ານີ້ 75 ປີໃນຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວ ຕ້ານກັບການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ໄດ້ດໍາເນີນໄປຢ່າງຟົດຟື້ນ ແລະ ແຂງແຮງໃນຂອບເຂດທົ່ວປະເທດນັ້ນ, ໂດຍຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງການຕໍ່ສູ້ກູ້ຊາດ, ປະຕິບັດຕາມຄໍາສັ່ງ ຂອງສູນກາງພັກກອມມູນິດອິນດູຈີນ, ກອງທັບລາວອິດສະຫລະ ຊຶ່ງເປັນຕົ້ນກໍາເນີດຂອງກອງທັບປະຊາຊົນລາວ ໃນປັດຈຸບັນກໍ່ໄດ້ຮັບການສ້າງຕັ້ງຂຶ້ນຢູ່ຕາແສງລາວຮຸ່ງພຽງສາ, ເມືອງຊຽງຄໍ້ ແຂວງຫົວພັນ ໃນວັນທີ 20 ມັງກອນ 1949 ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງ. ຕໍ່ເຫດການທາງດ້ານການເມືອງ ທີ່ມີຄວາມໝາຍປະຫວັດສາດດັ່ງກ່າວ ໄດ້ເປັນຂີດໝາຍແຫ່ງການຂະຫຍາຍຕົວໃໝ່ ທີ່ສະຫວ່າງ ສະໄຫວຂອງຊາດ ຊຶ່ງເປັນເທື່ອທໍາອິດໃນປະຫວັດສາດ ທີ່ປະຊາຊົນເຮົາ ໄດ້ມີກອງທັບຂອງຕົນ ເພື່ອສືບທອດມູນເຊື້ອຕໍ່ສູ້ອັນພິລະອາດຫານ ຂອງບັນພະບູລຸດລາວ, ສູ້ຮົບເພື່ອພາລະກິດປົດປ່ອຍ ປະຊາຊົນຊາວຜູ້ອອກແຮງງານບັນດາເຜົ່າ, ເພື່ອຄວາມເປັນເອກະລາດ ແລະ ອິດສະລະພາບແຫ່ງຊາດອັນແທ້ຈິງ; ບົນເສັ້ນທາງແຫ່ງການສ້າງຕັ້ງ ກອງທັບປະຊາຊົນລາວ ໄປສົມຄູ່ກັບ ການ ເຮັດໜ້າທີ່ສູ້ຮົບ ແລະ ສູ້ຮົບມີໄຊ ເຕີບໃຫຍ່ຂະຫຍາຍຕົວ ແລະ ຜ່ານຜ່າຄວາມຫຍຸ້ງຍາກ, ເສຍສະຫຼະນາໆປະການ ຕໍ່ສູ້ເພື່ອຊາດເພື່ອປະຊາຊົນ, ຕີຊະນະສັດຕູທີ່ຄວາມເຂັ້ມແຂງ ທາງດ້ານການທະຫານ ແລະ ທາງດ້ານເສດຖະກິດ ບໍ່ຈັກເທົ່າໃດທົບ ແຕ່ກອງທັບປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກ ກໍ່ສາມາດປົດປ່ອຍປະເທດຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ສົມກັບຄໍາເວົ້າທີ່ວ່າ: ກອງທັບວິລະຊົນຂອງຊາດລາວວິລະຊົນ, ຄົນລາວພິລະອາດຫານ”.



ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ຍັງໃຫ້ຮູ້ຕື່ມອີກວ່າ: ຕະຫຼອດໄລຍະເວລາກວ່າເຄິ່ງສະຕະວັດແຫ່ງການຕໍ່ສູ້ມີໄຊ ຂອງກອງທັບປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ຜູ້ສືບທອດພາລະກິດປະຕິວັດອັນມີກຽດສະຫງ່າ ຂອງພັກກອມມູນິດອິນດູຈີນ ກອງທັບປະຊາຊົນລາວ ທັງສູ້ຮົບ ແລະ ທັງຂົນຂວາຍກໍ່ສ້າງຮາກຖານການ ເມືອງໃນບັນດາເງື່ອນໄຂອັນສຸດທີ່ຫຍຸ້ງຍາກ, ລໍາບາກ, ກອງທັບປະຊາຊົນລາວ ໄດ້ພ້ອມກັບປວງຊົນລາວບັນດາເຜົ່າໃນທົ່ວປະເທດ ດໍາເນີນການຕໍ່ສູ້ຢ່າງໜຽວແໜ້ນບໍ່ຍອມຈໍານົນ ແລະ ຕີຕ້ານອິດທິກໍາລັງປໍລະປັກທີ່ມາຮຸກຮານ ໃຫ້ປະລາໄຊລົງເຖິງແມ່ນວ່າ ພວກອິດທິກໍາລັງປໍລະປັກຈະມີເຕັກນິກວິທະຍາສາດ ການທະຫານທັນສະໄໝ, ເຂັ້ມແຂງທາງດ້ານເສດຖະກິດ ເໜືອກ່ວາເທົ່າໃດ ແຕ່ກອງທັບປະຊາຊົນລາວ ກໍ່ສາມາດຕີໃຫ້ພວກມັນປະລາໄຊລົງຢ່າງເຈັບແສບ ສະຖາປະນາປະເທດຊາດໄດ້ຢ່າງສົມບູນ.



KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top