ເລີ່ມລົງມືກໍ່ສ້າງສຳນັກງານສູນປ້ອງກັນ-ຕ້ານອາດຊະຍາກຳອິນເຕີເນັດ ຢູ່ພາກພື້ນ ອາຊີ ປາຊີຟິກ

12/07/2026 10:39
ຂປລ ກະ​ຊວງ​ຕຳຫລວດ ​ຈັດ​ພິ​ທີ​ເລີ່ມ​ລົງ​ສື​ກໍ່​ສ້າງ​ ສຳ​ນັກ​ງານ​ ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ ອິນ​ເຕີ​ເນັດ​ ພາກ​ພື້ນ ອາ​ຊີ-ປາ​ຊີ​ຟິກ. ນີ້​ແມ່ນ​ເຫດ​ການ​ ມີ​ຄວາມ​ໝາຍ​ສຳ​ຄັ​ນ​ພິ​ເສດ, ສ້າງ​ບາດ​ກ້າວ​ແທ້​ຈິງ​ ໃນ​ການ​ຜັນ​ຂະ​ຫຍາຍ ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ວັນ​ທີ 10 ກໍ​ລະ​ກົດ, ຢູ່​ເຂດ​ອຸດ​ສາ​ຫະ​ກຳເຕັກ​ໂນ​ໂລ​ຢີສູງ ຮ​ວ່າ​ລາກ, ຮ່າ​ໂນ້ຍ, ​ກະ​ຊວງ​ຕຳຫລວດ ​ຈັດ​ພິ​ທີ​ເລີ່ມ​ລົງ​ສື​ກໍ່​ສ້າງ​ ສຳ​ນັກ​ງານ​ ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ ອິນ​ເຕີ​ເນັດ​ ພາກ​ພື້ນ ອາ​ຊີ-ປາ​ຊີ​ຟິກ. ນີ້​ແມ່ນ​ເຫດ​ການ​ ມີ​ຄວາມ​ໝາຍ​ສຳ​ຄັ​ນ​ພິ​ເສດ, ສ້າງ​ບາດ​ກ້າວ​ແທ້​ຈິງ​ ໃນ​ການ​ຜັນ​ຂະ​ຫຍາຍ ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ, ພ້ອມ​ທັງ ​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຂອງ ສສ ຫວຽດ​ນາມ ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ຮ່ວ​ມ​ແຮງ​ຮ່ວມໃຈ ​ສ້າງ​​ລະ​ບົບອິນ​ເຕີ​ເນັດ​ປອດ​ໄພ, ມີ​ຄວາມ​ໝັ້ນ​ຄົງ, ໄວ້​ເນື້ອ​ເຊື່ອ​ໃຈ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ໃນ​ພິ​ທີ, ທ່ານ​ ນາງ ເດລຟີນ ຊານຊ໌(Delphine Schantz) ຜູ້​ຕາງ​ໜ້າ​ ອົງ​ການ​ຕ້ານ​ອາດ​ຊະ​ຍາ​ກຳ ​ອິນ​ເຕີ​ເນັດ ສ​ປ​ຊ (UNODC)ຊີ້​ໃຫ້​ເຫັນ​ວ່າ: ເຫດ​ການ​ໄດ້ສ້າງ​ຂີດ​ໝາຍ​ ສຳ​ຄັນ ​ບໍ່​ພຽງ​ແຕ່​ສຳ​ລັບ ສສ ຫວຽດ​ນາມ ​ເທົ່າ​ນັ້ນ​ຫາກ​ຍັງ​ສຳ​ລັບ​ທົ່ວ​ພາກ​ພື້ນ ​ອີກ​ດ້ວຍ. ການ​ສ້າງ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ ອິນ​ເຕີ​ເນັດ​ ພາກ​ພື້ນ ອາ​ຊີ-ປ​າ​ຊີ​ຟິກ ສ່ອງ​ແສງ​ຄຳ​ໝັ້ນ​ສັ​ນ​ຍາ​ຢ່າງ​ແຮງ​ຂອງ ສສ ຫວຽດ​ນາມ ໃນ​ການ​ປ້ອງ​ການ, ຕ້ານ​ອາ​ດ​ຊະ​ຍາ​ກຳ, ເພີ່ມ​ທະ​ວີ​ ຄວາມ​ສາ​ມາດ​ຮັບ​ມື ແລະ ປະ​ກອບ​ສ່ວນ ​ເຂົ້າ​ໃນ​ ຄວາມ​ໝັ້ນ​ຄົງ ພາກ​ພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top