ຂປລ
ຂປລ. ທັບນັກກິລາບານເຕະ ເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ແລະ ຄະນະຄູເຝິກຂອງ ສະໂມສອນ ເບສະຫວັນ ເອັຟຊີ (Baysanvanh FC) ໄດ້ເດີນທາງ ເຖິງນະຄອນຫລວງວຽງຈັນ ສປປ ລາວ ໃນວັນທີ 6 ກໍລະກົດ 2026 ຢູ່ດ່ານສາກົນຂົວມິດ ຕະພາບ ລາວ-ໄທ 1 ພາຍຫລັງຍາດໄດ້ຂັນ ຊະນະເລີດ (ຂັນແຊັມ) ໃນການ ແຂ່ງຂັນບານເຕະເຍົາວະຊົນນານາ ຊາດ ລາຍການ “COPA NAKA 2026 – U10” ທີ່ແຂວງຊຽງໃໝ່ ຣາຊະອານາຈັກໄທ ລະຫວ່າງ ວັນທີ 4-5 ກໍລະກົດ 2026.
ການເດີນທາງຄັ້ງນີ້ ນຳໂດຍ ທ່ານ ບຸນມີ ຫລ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນ ພິການຕາແຫ່ງຊາດລາວ, ຮອງ ປະທານສະຫະພັນບານເຕະ ນະຄອນ ຫລວງວຽງຈັນ ທັງເປັນປະທານ ກິດຕິມະສັກຂອງສະໂມສອນ ເບ ສະຫວັນ ເອັຟຊີ ໄດ້ຮ່ວມເດີນທາງ ໄປຕິດຕາມ ແລະ ໃຫ້ກຳລັງໃຈ ນັກກິລາຢ່າງໃກ້ຊິດ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ຕໍ່ການ ພັດທະນາບານເຕະຮາກຖານ (Grassroots Football) ໃນ ສປປ ລາວ. ການເຂົ້າຮ່ວມແຂ່ງຂັນ ຄັ້ງນີ້ ຖືເປັນໂອກາດອັນດີເລີດ ຂອງທັບນັກເຕະຮຸ່ນເຍົາວະຊົນ ເບ ສະຫວັນ ເອັຟຊີ ທີ່ຈະໄດ້ເກັບກ່ຽວປະສົບການຈິງ ພັດທະນາທັກສະ ແລະ ຮຽນຮູ້ມາດຕະຖານການຫລິ້ນ ໃນລະດັບສາກົນ, ພ້ອມທັງເປັນ ການເຜີຍແຜ່ຊື່ສຽງ ແລະ ຄວາມ ກ້າວໜ້າຂອງວົງການບານເຕະເຍົາ ວະຊົນລາວ ໃຫ້ເປັນທີ່ຮູ້ຈັກໃນເວທີ ສາກົນຫລາຍຂຶ້ນ.
ການແຂ່ງຂັນ COPA NAKA 2026 – U10 ມີທີມເຂົ້າຮ່ວມ ທັງໝົດຈາກ 14 ປະເທດ ທົ່ວພາກ ພື້ນອາຊີ ປະກອບດ້ວຍ ຍີ່ປຸ່ນ, ສ ເກົາຫລີ, ສປ ຈີນ, ໄທ, ມາເລເຊຍ, ສສ ຫວຽດນາມ, ອິນໂດເນເຊຍ, ອິນເດຍ, ຟີລິບປິນ ສິງກະໂປ, ສປປ ລາວ, ເມົາດິບ, ມົງໂກລີ ແລະ ມຽນມາ. ສໍາລັບຜົນງານຂອງທັບ ນັກກິລາ ເບສະຫວັນ ເອັຟຊີ ຮອບ ແບ່ງກຸ່ມ ນັດທໍາອິດ ເອົາຊະນະ All star 14-0 ນັດທີສອງ ໄລ່ ເອົາຊະນະ Elite 11-0 ແລະ ນັດ ທີ 3 ເອົາຊະນະ Spartans 8-1 ຮອບ 8 ທີມສຸດທ້າຍ ເອົາຊະນະ Chiangmai FA Bx Wachi-rawit 7-0, ຮອບຮອງຊະນະເລີດ ( 4 ທີມສຸດທ້າຍ) ເອົາຊະນະ Lampang Arena 7-1 ແລະ ນັດ ຊີງຊະນະເລີດ ເອົາຊະນະ Spirit Academy 5-2 ພ້ອມໄດ້ສິດໄປ ແຂ່ງຂັນຢູ່ປະເທດສິງກະໂປ ໃນ ເດືອນພະຈິກ 2026.
ລາຍການຕ່ໍໄປຫລານນ້ອຍ ເບສະຫວັນ ມີແຜນຈະສືບຕໍ່ອອກ ເດີນທາງໄປແຂ່ງຂັນທີ່ນະຄອນ ຊຽງໄຮ ສປ ຈີນ ໃນວັນທີ 12 ກໍລະກົດ 2026 ນີ້. ສຳລັບຜົນງານ ໃນໄລຍະຜ່ານມາ ສະໂມສອນ ເບ ສະຫວັນ ໃນຮຸ່ນດັ່ງກ່າວ ກໍໄດ້ສາຍ ແວວ ໃນການຄວ້າແຊັມບານເຕະ ຊີງແຊັມນາໆຊາດ ທີ່ນະຄອນຖາຍ ຫງຽນ ສສ ຫວຽດນາມມາແລ້ວ.
ຂ່າວ: ສີພອນ
KPL