ຂປລ
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກ ກອມມູນິດຈີນ, ປະທານປະເທດຈີນ ແລະ ທ່ານ ກິມ ເຈິງອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ສປປ ເກົາຫລີ ໄດ້ສົ່ງໂທລະເລກ ຊົມ ເຊີຍຕໍ່ກັນ ເນື່ອງໃນໂອກາດ ການລົງນາມໃນ “ສັນຍາວ່າດ້ວຍ ມິດຕະພາບ, ການຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງ ສປ ຈີນ-ສປປ ເກົາຫລີ” ຄົບຮອບ 65 ປີ.

ຂປລ ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 11 ກໍລະກົດນີ້, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກ ກອມມູນິດຈີນ, ປະທານປະເທດຈີນ ແລະ ທ່ານ ກິມ ເຈິງອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ສປປ ເກົາຫລີ ໄດ້ສົ່ງໂທລະເລກ ຊົມເຊີຍຕໍ່ກັນ ເນື່ອງໃນໂອກາດ ການລົງນາມໃນ “ສັນຍາວ່າດ້ວຍ ມິດຕະພາບ, ການຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງ ສປ ຈີນ-ສປປ ເກົາຫລີ” ຄົບຮອບ 65 ປີ.
ເນື້ອໃນໂທລະເລກຂອງ ທ່ານ ສີ ຈິ້ນຜິງ ລະບຸວ່າ: ຕະຫລອດໄລຍະ 65 ປີຜ່ານມາ, ສອງຝ່າຍໄດ້ຍຶດໝັ້ນຈິດໃຈຂອງສັນຍາດັ່ງກ່າວ ໂດຍໄດ້ສະໜັບສະໜູນ ເຊິ່ງກັນ ແລະ ກັນ, ສາມັກຄີ ປະສານງານກັນ ແລະ ສູ້ຊົນແບບຄຽງບ່າຄຽງໄຫລ່ ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ລັກສະນະສະເພາະອັນພົ້ນເດັ່ນ ຂອງສາຍພົວພັນລະຫວ່າງ ສປ ຈີນ-ສປປ ເກົາຫລີ.
ທ່ານ ສີ ຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຂ້າພະເຈົ້າ ຢໍ້າອີກເທື່ອໜຶ່ງວ່າ: ບໍ່ວ່າສະຖານະການສາກົນ ຈະປ່ຽນແປງໄປ ຄືແນວໃດກໍຕາມ, ຈຸດຢືນອັນໜັກແໜ້ນຂອງພັກ ແລະ ລັດຖະບານຈີນ ທີ່ໃຫ້ຄວາມສໍາຄັນ ໃນລະດັບສູງ ຕໍ່ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສປ ຈີນ-ສປປ ເກົາຫລີ ຈະບໍ່ປ່ຽນແປງ, ການສະໜັບສະໜູນ ອັນໜັກແໜ້ນຕໍ່ ສະຫາຍ ເລຂາທິການໃຫຍ່ ກິມເຈິງອຸນ ໃນການນໍາພາ ພາລະກິດ ສັງຄົມນິຍົມຂອງ ສປປ ເກົາຫລີ ຈະບໍ່ປ່ຽນແປງ ແລະ ຄວາມຕັດສິນໃຈອັນໜັກແໜ້ນ ຕໍ່ການປົກປັກຮັກສາ ຜົນປະໂຫຍດ ຮ່ວມກັນ ກໍຄື ສະພາບແວດລ້ອມ ຍຸດທະສາດທີ່ດີລະຫວ່າງ ສປ ຈີນ-ສປປ ເກົາຫລີ ຈະບໍ່ປ່ຽນແປງ.
ເນື້ອໃນໂທລະເລກຂອງ ທ່ານ ກິມເຈິງອຸນ ລະບຸວ່າ: ຂ້າພະເຈົ້າຍິນດີຮ່ວມກັບ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ, ນໍາພາມິດຕະພາບສປປ ເກົາຫລີ- ສປ ຈີນ ທີ່ມີປະຫວັດສາດອັນຍາວນານ ແລະ ມູນເຊື້ອອັນດີງາມ ທີ່ເປັນພື້ນຖານນັ້ນ ໃຫ້ກ້າວຂຶ້ນສູ່ ລະດັບໃໝ່, ພ້ອມທັງ ພັດທະນາ ໃຫ້ກາຍເປັນຕົວແບບແຫ່ງການພົວພັນ ລະຫວ່າງ ປະເທດສັງຄົມນິຍົມທີ່ເຂັ້ມແຂງທີ່ສຸດ ແລະ ມີລັກສະນະຍຸດ ທະສາດ ສູງທີ່ສຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL