ນາຍົກລັດທະມົນຕີ ພົບປະ ກັບປະທານາທິບໍດີ ແຫ່ງ ສສ ມຽນມາ

06/07/2026 11:48
ຂປລ ຂປລ. ໃນຕອນບ່າຍວັນທີ 3 ກໍລະກົດ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ ໃຫ້ການຕ້ອນຮັບ ແລະ ພົບປະກັບ ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ

 ໃນໂອກາດເດີນທາງມາ ຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 3-5 ກໍລະກົດ 2026. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາ ສູງຕໍ່ການເດີນທາງມາຢ້ຽມຢາມ ລັດຖະກິດ ຂອງ ທ່ານ ມິນ ອອງ ລາຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ຊຶ່ງເປັນນິມິດໝາຍອັນດີງາມ ໃນການເສີມຂະຫຍາຍ ແລະ ເພີ່ມ ພູນຄູນສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ຍາວນານ ແລະ ການຮ່ວມມືອັນໃກ້ຊິດຖານບ້ານ ໃກ້ເຮືອນຄຽງທີ່ດີ ລະຫວ່າງ ລາວ ມຽນມາ ຕະຫລອດໄລຍະຫລາຍ ກວ່າ 7 ທົດສະວັດ ໃຫ້ໄດ້ຮັບການ ຮັດແໜ້ນຍິ່ງຂຶ້ນ. ພ້ອມກັນນີ ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສໍາເລັດຢ່າງ ຈົບງາມ ຂອງການພົບປະຢ່າງເປັນ ທາງການ ລະຫວ່າງ ທ່ານປະທານ ປະເທດ ທອງລຸນ ສີສຸລິດ ແລະ ທ່ານ ມິນ ອອງ ລາຍ ລວມທັງຜົນ ສໍາເລັດໃນການແລກເອກະສານ ຮ່ວມມື ຈໍານວນ 2 ສະບັບ ໃນຕອນ ເຊົ້າມື້ນີ້. ຄຽງຄູ່ກັນນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດຂອງການເລືອກ ຕັ້ງທົ່ວໄປ ແລະ ການຈັດຕັ້ງຄະນະ ລັດຖະບານຊຸດໃໝ່ຂອງ ມຽນມາ ພ້ອມທັງສະແດງຄວາມຊົມເຊີຍ ທ່ານ ມິນ ອອງ ລາຍ ທີ່ໄດ້ຮັບ ຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນມຽນມາ ໃຫ້ດຳລົງຕຳແໜ່ງ ເປັນປະທານາທິບໍດີ ແຫ່ງ ສສ ມຽນມາ ແລະ ເຊື່ອໝັ້ນວ່າ ພາຍໃຕ້ ການນຳພາອັນປີຊາສາມາດ ຂອງ ທ່ານ, ສສ ມຽນມາ ຈະສືບຕໍ່ໄດ້ ຮັບການພັດທະນາໃຫ້ຈະເລີນກ້າວ ໜ້າ, ປະຊາຊົນມີຄວາມຢູ່ດີກິນດີ. ການເດີນທາງມາຢ້ຽມຢາມລັດຖະ ກິດໃນຄັ້ງນີ້ ສະແດງໃຫ້ເຫັນເຖິງ ການໃຫ້ຄວາມສໍາຄັນ ແລະ ຖືເປັນ ບຸລິມະສິດສູງ ຂອງການນຳ ສສ ມຽນມາ ທີ່ມີຕໍ່ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ, ຄວາມສາມັກ ຄີຮັກແພງ ແລະ ການຮ່ວມມືອັນ ໃກ້ຊິດຖານປະເທດບ້ານໃກ້ເຮືອນ ຄຽງທີ່ດີ ລະຫວ່າງ ລາວ-ມຽນມາ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການ ພົວພັນຮ່ວມມື ໂດຍສະເພາະດ້ານ ການເມືອງ ທີ່ມີຄວາມໄວ້ເນື້ອເຊື່ອ ໃຈເຊິ່ງກັນ ແລະ ກັນໃນລະດັບສູງ ແລະ ໃຫ້ການສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນຕະຫລອດ ມາ, ການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງຢ່າງ ເປັນປົກກະຕິ ເປັນຕົ້ນແມ່ນການ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະ ຫລ້າ ສຸດແມ່ນການຢ້ຽມຢາມທາງການ ຂອງທ່ານຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດລາວ. ພ້ອມກັນນີ້, ສອງ ຝ່າຍໄດ້ເຫັນດີເປັນເອກະພາບ ທີ່ ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດໃນ ຂະແໜງການຕ່າງໆ ເປັນຕົ້ນ ດ້ານ ການເມືອງ, ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ເສດຖະກິດ, ການ ຄ້າ, ການລົງທຶນ, ການຂົນສົ່ງ, ພະ ລັງງານ, ແຮງງານ, ການສຶກສາ, ມະນຸດສະທໍາ, ການແກ້ໄຂບັນຫາ ໝອກຄວັນຂ້າມຊາຍແດນ ແລະ ດ້ານອື່ນໆ ຜ່ານກົນໄກຄະນະກໍາມາ ທິການຮ່ວມ ວ່າດ້ວຍການຮ່ວມມື ສອງຝ່າຍ ລາວ-ມຽນມາ ແລະ ບັນ ດາກົນໄກອື່ນທີ່ກ່ຽວຂ້ອງ ເພື່ອຊຸກ ຍູ້ການຮ່ວມມືສອງຝ່າຍໃຫ້ເປັນ ຮູບປະທຳ. ໃນຂະນະດຽວກັນ, ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສສ ມຽນມາ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈ ຕໍ ່ການຕ້ອນຮັບ ອັນອົບອຸ່ນ ຂອງທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ກໍຄື ລັດຖະບານ ແລະ ປະຊາຊົນລາວ ທີ່ ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດໄລຍະຜ່ານມາ ເພື່ອເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນໃນຕໍ່ໜ້າ. ພ້ອມດຽວກັນ ນີ້, ທ່ານ ມິນ ອອງ ລາຍ ກໍໄດ້ສະ ແດງຄວາມຊົມເຊີຍ ທ່ານ ສອນໄຊ ສີພັນດອນ ທີ່ໄດ້ຮັບການເລືອກຕັ້ງ ໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ. ພາຍຫລັງສໍາເລັດການພົບປະ ກັບບັນດາການນໍາຂອງ ສປປ ລາວ ທ ່ານ ມິນ ອອງ ລາຍ ພ້ອມດ້ວຍພັນ ລະຍາ ແລະ ຄະນະຈະສືບຕໍ່ເດີນ ທາງໄປຢ້ຽມຢາມນະຄອນຫລວງ ພະບາງ ເມືອງມໍລະດົກໂລກ ເພື່ອ ຢ້ຽມຊົມວັດວາອາຮາມປູຊະນີຍະ ສະຖານ ແລະ ບັນດາສະຖານທີ່ທ່ອງ ທ່ຽວສໍາຄັນທາງປະຫວັດສາດ ຂອງ ສປປ ລາວ. ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top