ປີນີ້ ແຂວງຈໍາປາສັກ ຈະປ່ອຍປາຫລາຍກວ່າ 1 ລ້ານໂຕ ລົງສູ່ແຫລ່ງນໍ້າທໍາມະຊາດ

09/07/2026 10:55
Email Print 791
ຂປລ ຂປລ. ໃນປີ 2026 ນີ້, ແຂວງຈໍາປາສັກ ຈະປ່ອຍປາຫລາຍກວ່າ 1​ ລ້ານໂຕ ລົງສູ່ແຫລ່ງນໍ້າທໍາມະຊາດ ເພື່ອເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນຂອງປາ ແລະ ສັດນ້ໍາ. ທັງນີ້ກໍເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງ ກໍຄືທົ່ວສັງຄົມ

ຂປລ. ໃນປີ 2026 ນີ້, ແຂວງຈໍາປາສັກ ຈະປ່ອຍປາຫລາຍກວ່າ 1​ ລ້ານໂຕ ລົງສູ່ແຫລ່ງນໍ້າທໍາມະຊາດ ເພື່ອເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນຂອງປາ ແລະ ສັດນ້ໍາ. ທັງນີ້ກໍເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງ ກໍຄືທົ່ວສັງຄົມ ໃຫ້ເຫັນຄວາມສໍາຄັນຂອງການອະນຸລັກປາ ແລະ ສັດນໍ້າ ແນໃສ່ເພີ່ມຄວາມອຸດົມສົມບູນໃຫ້ກັບທໍາມະຊາດ,​ ປົກປັກຮັກສາລະບົບນິເວດ ໃຫ້ມີຄວາມສົມດູນ ແລະ ຍືນຍົງ.

ທ່ານ​ ຄໍາ​ ນີລາວົງ​ ຫົວໜ້າ​ພະແນກ​ກະສິກຳ​ ແລະ​ ສິ່ງ​ແວດລ້ອມ​ແຂວງ​ຈໍາປາສັກ​ ໃຫ້ສໍາພາດວ່າ: ເນື່ອງໃນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ຄົບຮອບ 29 ປີ (13/7​/1997-​13/7​/2026) ແລະ ວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 117 ປີ (13/7​/1909 -​13/7​/2026) ທີ່ຈະມາເຖິງນີ້,​ ແຂວງຈຳປາສັກ ຈະໄດ້ຈັດພິທີເພື່ອສ້າງຂະບວນການ ໃນໂອກາດສະເຫລີມສະຫລອງວັນດັ່ງກ່າວ ຢູ່ນະຄອນປາກເຊ ແລະ 9 ເມືອງ ແລະ ບັນດາໂຄງການຕ່າງໆ ເຊັ່ນ: ເຂື່ອນໄຟຟ້າເຊປຽນ​-ເຊນໍ້ານ້ອຍ, ເຂື່ອນໄຟຟ້າດອນເຊໂຮງ ແລະ ອື່ນໆ ຄາດຄະເນປ່ອຍປາລົງແຫລ່ງນໍ້າທຳມະຊາດໃຫ້ໄດ້ຫລາຍກວ່າ 1​ ລ້ານໂຕ.ສໍາລັບພິທີຂອງແຂວງປີນີ້້ຈະຈັດຢູ່ ບ້ານຄີລີ ເມືອງຊະນະສົມບູນ ຊຶ່ງເປັນເຂດທີ່ໄດ້ຮັບຜົນກະທົບ ແລະ ມີປາຕາຍ ໃນລະດູແລ້ງຜ່ານມາ ພ້ອມທັງຈະສຸມໃສ່ຊຸກຍູ້ສົ່ງເສີມການປ່ອຍລ້ຽງໃນໜອງສ້າງຂຶ້ນ, ກະຊັງປາຂອງປະຊາຊົນ ແລະ ການລ້ຽງປາເປັນສິນຄ້າຂອງຜູ້ປະກອບການ ໃຫ້ເປັນຂະບວນກວ້າງຂວາງລື່ນຄາດໝາຍ ແລະ ແຜນການທີ່ວາງໄວ້.​ ຄຽງຄູ່ກັບການປັບປຸງ ແລະ ຊຸກຍູ້ໃຫ້ສະຖານີທີ່ຜະລິດລູກປາຂອງລັດ ທີ່ມີແລ້ວ 2 ແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນ 3 ແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີຫລາຍກວ່າ 5 ແຫ່ງ ໃຫ້ສາມາດຜະລິດ ແລະ ສະໜອງແນວພັນປາ ແກ່ກະສິກອນ ໃຫ້ໄດ້ຫລາຍກວ່າ 15 ລ້ານໂຕ ຫລື ເທົ່າກັບ 19% ຂອງແຜນການ; ສຸມໃສ່ປັບປຸງ ແລະ ສ້າງນິຕິກໍາ ໃນການຄຸ້ມຄອງວັງສະຫງວນ ທີ່ມີແລ້ວ 162 ວັງ, ເນື້ອທີ່ 454,8 ເຮັກຕາ ໃຫ້ເຂັ້ມງວດ ແລະ ມີຄວາມຍືນຍົງ.​

ໂອກາດນີ້, ທ່ານ​ ຄໍາ​ ນີລາວົງ​ ຍັງໄດ້ຮຽກຮ້ອງມາຍັງພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ໃນທົ່ວສັງຄົມ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈເຂົ້າໃສ່ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປາ ແລະ ສັດນໍ້າ ຕາມທິດສີຂຽວ ແລະ ຍືນຍົງ, ແນໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນ ຂອງປາ ແລະ ສັດນ້ໍາ ທີ່ເປັນມໍລະດົກທາງທໍາມະຊາດຂອງຊາດໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດ ຮອດເຊັ່ນລູກເຊັ່ນຫລານຂອງ ພວກເຮົາຕະຫລອດໄປ.​ ການປ່ອຍປາ ແລະ ສັດນໍ້າ ໃນປີນີ້​ແມ່ນອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ ໂດຍເນັ້ນໃສ່ການປຸກລະດົມໃນທົ່ວສັງຄົມ ເປັນເຈົ້າການມີສ່ວນຮ່ວມ ໃນການຄຸ້ມຄອງປົກປັກຮັກສາປາ ແລະ ສັດນໍ້າ, ການປະກອບສ່ວນລູກປາ ຫລື ອຸປະກອນຮັບໃຊ້ຕ່າງໆ ໃນການປ່ອຍປາ ແລະ ສັດນໍ້າ ລົງສູ່ແຫລ່ງນໍ້າທຳມະຊາດ, ຕາມທິດເສດຖະກິດເອກະລາດເປັນເຈົ້າຕົນເອງ, ບົນພື້ນຖານປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ, ບ່ອນໃດມີເງື່ອນໄຂ-ຄວາມພ້ອມ ກໍໃຫ້ເລີ່ມຈັດຕັ້ງປະຕິບັດແຕ່ດຽວນີ້ເປັນຕົ້ນໄປ ໂດຍບໍ່ໃຫ້ລໍຖ້າຮອດວັນທີ 13 ກໍລະກົດ. ທັງນີ້, ກໍເພື່ອ​ເປັນ​ການ​ໂຄສະນາ ປູກ​ຈິດ​ສຳ​ນຶກ​ໃຫ້​ແກ່​ພະ​ນັກ​ງານ, ທະ​ຫານ, ຕຳ​ຫລວດ, ນັກທຸລະກິດຜູ້ປະກອບການ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ ​ໃຫ້ມີ​ສ່ວນ​ຮ່ວມ ​ແລະ ເປັນ​ເຈົ້າ​ການໃນ​ການ​ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ ປາ ​ແລະ ​ສັດນ້ຳ ທີ່​ຫາ​ຍາກ ແລະ ໃກ້​ຈະ​ສູນ​ພັນ​ ໄວ້​ໃຫ້​​ຢູ່​ຄຽງ​ຄູ່​ກັບ ສປປ ລາວ ກໍຄືຢູ່ຄຽງ​ຄູ່​ກັບປະຊາຊົນ​ບັນດາເຜົ່າ ​ແລະ ລູກ​ຫລານແຂວງຈໍາປາສັກຕະຫລອດ​ໄປ, ທັງເປັນ​ການ​ສົ່ງ​ເສີມການຂະ​ຫຍາຍ​ພັນ ປາ,​​ ສັດນໍ້າ ໃຫ້​ມີ​ຢູ່​ທຸກ​ຫົນ​ທຸກ​ແຫ່ງໃນແຫລ່ງນໍ້າຕາມ​ທຳມະຊາດ, ພ້ອມທັງຮຽກຮ້ອງ​ ແລະ​ ເຊີນຊວນບັນດາພະແນກການ, ກົມກອງ, ຄະນະພັກ​-ຄະນະກໍາມະການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນໃນທົ່ວສັງຄົມ​ ຈົ່ງເປັນເຈົ້າການປະຕິບັດກົດໝາຍ ວ່າດ້ວຍສັດນໍ້າ ແລະ ການປະມົງ ແລະ ແຈ້ງການຂອງກະຊວງກະສິກຳ ແລະ ສິ່ງ​ແວດລ້ອມ​, ແຈ້ງການຂອງປະທານຄະນະກໍາມະການປົກຄອງ ແຂວງຈໍາປາສັກ ໂດຍສຸມໃສ່ ເປັນເຈົ້າການໂຄສະນາເຜີຍແຜ່ບັນດານະໂຍບາຍ, ກົດໝາຍ ແລະ ປູກຈິດສໍານຶກ ໂດຍຜ່ານສື່ມວນຊົນຕ່າງໆ ເປັນຕົ້ນ​ ​ວິທະຍຸ, ໂທລະພາບ, ໜັງສືພິມ​ ແລະ ສື່ອື່ນໆ ໃຫ້ທົ່ວສັງຄົມເຂົ້າຮ່ວມໃນການປ່ອຍປາ ແລະ ສັດນໍ້າ ໃຫ້ເປັນຂະບວນກວ້າງຂວາງ ແລະ ບັນລຸຕາມແຜນການທີ່ວາງໄວ້ ທັງເຮັດໃຫ້ທົ່ວປວງຊົນຮັບຮູ້-ເຂົ້າໃຈຕໍ່ນະໂຍບາຍຂອງພັກ,​ ລະບຽບ​ກົດໝາຍ​ຂອງ​ລັດ, ເຫັນໄດ້ເຖິງຄວາມໝາຍສຳຄັນຂອງປາ ແລະ ສັດນໍ້າ ຕໍ່ການດຳລົງຊີວິດຂອງ ປະຊາຊົນບັນດາເຜົ່າ, ປຸກລະດົມໃຫ້ທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການອະນຸລັກ, ປົກປັກຮັກສາ ແລະ ພັດທະນາ ປາ ແລະ ສັດນໍ້າ ຕາມກົດໝາຍ ແລະ ລະບຽບການກຳນົດໄວ້ຢ່າງເຂັ້ມງວດ; ເປັນເຈົ້າການອະນຸລັກຮັກສາ ແລະ ປ່ອຍປາພັນພື້ນເມືອງ ເຊັ່ນ: ປາປາກ, ປາເພັ້ຍ, ປາແກງ, ປາຊວາຍ, ປາເຄີງ ແລະ ປາຊະນິດອື່ນໆ ແຕ່ຫ້າມປ່ອຍປາພັນຕ່າງປະເທດ ເຊັ່ນ: ປານິນ, ປາໄນ, ປາດຸກພັນ ແລະ ຊະນິດອື່ນໆ ລົງໃສ່ແຫລ່ງນໍ້າທໍາມະຊາດ ຊຶ່ງເປັນການທໍາລາຍແຫລ່ງທີ່ຢູ່ອາໄສ ຫລື ການວາງໄຂ່ຂອງປາພື້ນເມືອງລາວ; ເປັນເຈົ້າການໃນການຕິດຕາມ, ກວດກາ ແລະ ສະກັດກັ້ນທຸກຮູບແບບ ການຫາປາແບບດັບສູນ ທີ່ຜິດຕໍ່ລະບຽບກົດໝາຍ ເປັນຕົ້ນ​ ການນໍາໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າທຸກປະເພດ, ຄື້ນ, ເຄື່ອງແສງ ເພື່ອຫາ ຫລື ຈັບປາ ແລະ ສັດນໍ້າ ແບບດັບສູນ; ນໍາໃຊ້ເຄື່ອງມືຫາ ປາ ແລະ ສັດນໍ້າ ທີ່ມີຄວາມສ່ຽງເຮັດໃຫ້ສັດນໍ້າສູນພັນ ເຊັ່ນ: ອວນ, ຫລີ່, ມອງຕາຖີ, ໂຕ່ງ, ລອບຂະໜາດໃຫຍ່ ແລະ ອື່ນໆ; ຫາປາ ແລະ ສັດນໍ້າ ຈາກແຫລ່ງນໍ້າທໍາມະຊາດ ດ້ວຍການ ຕັນຮູນໍ້າໃນແງ່ນໍ້າຂອງ, ຫ້ວຍ, ຮ່ອງ, ໂສກ, ບຸ່ງ, ຄອງນໍ້າ, ຂຸດໜອງ (ຂຸຸມປາ) ຫລື ດູດໜອງທໍາມະຊາດທີ່ມີນໍ້າຕະຫລອດປີ; ການບຸກລຸກວັງສະຫງວນ ຫລື ເຂດອະນຸລັກພັນປາ ແລະ ສັດນໍ້າ, ເຂດປາອໍ, ແຫລ່ງປາ ແລະ ສັດນໍ້າວາງໄຂ່, ເຂດຈະເລີນເຕີບໂຕຂອງລູກປາ ແລະ ສັດນໍ້າໄວອ່ອນ.​

ໃນປີ 2025 ຜ່ານມາ,​ ແຂວງຈໍາປາສັກ​ ໄດ້ປ່ອຍປາ ແລະ ສັດນໍ້າ ຄືນສູ່ທຳມະຊາດ ໃນມື້ຈັດພິທີປ່ອຍປາສ້າງຂະບວນການ ໃນວັນທີ 13 ກໍລະກົດ​ ໄດ້ 733.000 ໂຕ ແລະ ຊຸກຍູ້ຂະບວນການປ່ອຍປາລ້ຽງໃນກະຊັງ, ໜອງສ້າງຂຶ້ນ ຂອງປະຊາຊົນ ແລະ ການລ້ຽງປາເປັນສິນຄ້າຂອງຜູ້ປະກອບການ ຢ່າງເປັນຂະບວນກວ້າງຂວາງ.​
KPL

ຂ່າວອື່ນໆ

    • ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງບົດ-ສາລະຄະດີ

      ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງ

      7/21/2026 1:06:52 PM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ອົດສະຕຣາ ລີ ປະຈຳ ສປປ ລາວ ຢ້ຽມຢາມກຸ່ມ ຫັດຖະກຳ ຂອງບຸກຄົນທີ່ມີຄວາມ ພິການ ຢູ່ບ້ານຊ່າງໄຫ ເມືອງປາກ ອູ ແຂວງຫລວງພະບາງ

    • ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊບົດ-ສາລະຄະດີ

      ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊ

      7/21/2026 1:00:37 PM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງທົ່ງໃຫຍ່ ແລະ ຕາ ແສງມີໄຊ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ຈັດຂຶ້ນໃນວັນທີ 18 ກໍລະກົດ 2026 ໂດຍມີ ທ່ານ ເພັງ ນິລັນ ຄໍາພັນເພັງ ເລຂາພັກແຂວງ ໄຊຍະບູລີ, ທ່ານ ພົຈວ ບຸນຍອງ ດວງດີ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງໄຊຍະບູ ລີ ພ້ອມດ້ວຍຄະນະຮັບຜິດຊອບສ້າງ ຕາແສງ, ອົງການປົກຄອງແຕ່ລະ ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

    • ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີບົດ-ສາລະຄະດີ

      ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

      7/21/2026 12:55:46 PM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ແຂວງອັດຕະປື ຈັດພິທີ ສະເຫລີມສະ ຫລອງວັນສ້າງຕັ້ງ ສະຫະ ພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ທີ່ຫໍປະຊຸມໃຫຍ່ ຂອງແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງອັດຕະປື ພ້ອມດ້ວຍອະດີດ ການນໍາເພດຍິງ, ຄະນະບໍລິຫານ ງານ, ຄະນະໜ່ວຍ, ຮາກ ຖານ ແລະ ສະມາຊິກສະຫະ ພັນແມ່ຍິງເຂົ້າ ຮ່ວມ.

    • ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026ບົດ-ສາລະຄະດີ

      ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026

      7/21/2026 11:11:51 AM

      ຂປລ. ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ

    • ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້ບົດ-ສາລະຄະດີ

      ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້

      7/21/2026 11:06:43 AM

      ຂປລ. ຊົນເຜົ່າຫໍ້ ເປັນໜຶ່ງໃນຊົນເຜົ່າທີ່ອາໄສຢູ່ພາກເໜືອຂອງ ສປປ ລາວ ໂດຍສະເພາະໃນແຂວງຜົ້ງສາລີ, ຫລວງນ້ຳທາ,​ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ. ຊົນເຜົ່ານີ້ມີຕົ້ນກຳເນີດຈາກປະເທດຈີນ ແລະ ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ດິນແດນຂອງລາວໃນຊ່ວງໄລຍະທ້າຍສະຕະວັດທີ XIX. ເຂົາເຈົ້າເອີ້ນຕົນເອງວ່າ “ຫໍ້” ແລະ ຊື່ນີ້ກໍເປັນຊື່ທີ່ໃຊ້ໃນທາງລັດຖະການຈົນຮອດປັດຈຸບັນ.

ads
ads

Top