ຂປລ
ຂປລ. ການສ້າງຕັ້ງຕາແສງ ເປັນການຜັນຂະຫຍາຍມະຕິ ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ວ່າດ້ວຍສືບຕໍ່ຍູ້ແຮງ ຜັນຂະຫຍາຍ ແນວທາງປ່ຽນແປງ ໃໝ່ສູ່ລວງເລິກສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ
ໃນການນຳພາຂອງພັກ ໂດຍ ສະເພາະການປ່ຽນແປງລະບົບ ການປົກຄອງທ້ອງຖິ່ນຄືນໃໝ່ ຊຶ່ງ ກໍານົດໃຫ້ຕາແສງ ເປັນການປົກຄອງທ້ອງຖິ່ນຂັ້ນລຸ່ມສຸດ ແລະ ບ້ານ ເປັນການຈັດຕັ້ງຊຸມຊົນ ຊຶ່ງໄລຍະ ຜ່ານມາ, ຄະນະຈັດຕັ ້ງສູນກາງພັກໄດ້ຄົ້ນຄວ້າ, ສ້າງ, ປັບປຸງນິຕິກຳ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ກະກຽມສ້າງຕັ້ງຕາແສງ ແລະ ກຳ ນົດຈຳນວນຕາແສງມີທັງໝົດ 621 ຕາແສງ ໃນຂອບເຂດທົ່ວປະເທດ, ມາຮອດກາງເດືອນມິຖຸນາ 2026 ໄດ້ສຳເລັດການປະກາດສ້າງຕັ້ງຕາ ແສງແລ້ວ 379 ຕາແສງ ຫລື ປະ ມານ 61%, ກວມເອົາ 110 ເມືອງ ໃນນະຄອນຫລວງ ແລະ 17 ແຂວງ. ທ່ານ ປອງພົນ ໄຊຍະຈັກ ຮອງ ຫົວໜ້າກົມການປົກຄອງທ້ອງຖິ່ນ ຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ສຳ ພາດຕໍ ່ນັກຂ່າວ ສຳນັກຂ່າວສານ ອົງປະກອບທີ່ສຳຄັນໃຫ້ແກ່ການ ສ ປະເທດລາວ ໃນວັນທີ 3 ກໍລະກົດ 2026 ວ່າ: ຕາແສງແມ່ນອົງການ ບໍລິຫານຂັ້ນລຸ່ມສຸດ ຂອງອົງການ ປົກຄອງທ້ອງຖິ່ນ, ມີພາລະບົດບາດ ຄຸ້ມຄອງບໍລິຫານລັດທາງດ້ານ ການເມືອງ, ການປົກຄອງ, ເສດຖະ ກິດ, ວັດທະນະທຳ-ສັງຄົມ, ການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ປົກປັກຮັກສາ ແລະ ນຳໃຊ້ ຊັບພະຍາກອນທຳມະຊາດ, ສິ ່ງ ແວດລ້ອມ ແລະ ຊັບພະຍາກອນອື່ນ ໃນທ້ອງຖິ່ນຕົນ ຕາມການແບ່ງ ຂັ້ນຄຸ້ມຄອງ, ຊີ້ນຳ, ກວດກາການ ຈັດຕັ້ງປະຕິບັດແຜນພັດທະນາບ້ານ ໃນຂອບເຂດການຄຸ ້ມຄອງຂອງ ຕົນ. ຜ່ານການຈັດຕັ້ງປະຕິບັດການ ສ້າງຕັ້ງຕາແສງໄລຍະຜ່ານມາ, ສາມາດປະຕິບັດໄດ້ຕາມແຜນການ ທ ີ່ກຳນົດໄວ້ ແລະ ໄປຕາມກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະ ບັບປັບປຸງປີ 2025 ແລະ ລະບຽບ ການທີ່ກ່ຽວຂ້ອງ; ກະຊວງ/ອົງ ການຂັ້ນສູນກາງ ທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ຄົ້ນ ຄວ້າສ້າງນິຕິກຳ, ຕາປະທັບ, ພື້ນ ຖານໂຄງລ່າງ ແລະ ອື່ນໆ ຊຶ່ງເປັນ ້າງຕັ້ງຕາແສງ; ອົງການປົກຄອງ ທ້ອງຖິ່ນ ມີຄວາມເປັນເຈົ້າການໃນ ການຄົ້ນຄວ້າ, ກະກຽມສ້າງຕັ ້ງຕາ ແສງຢູ ່ທ້ອງຖິ່ນຕົນ ເຮັດໃຫ້ການ ສ້າງຕັ້ງຕາແສງ ໄປຕາມແຜນການ ທີ່ວາງໄວ້; ການຈັດຕັ້ງຕ່າງໆນັບ ທັງພາກລັດ, ເອກະຊົນ ແລະ ອົງ ການຈັດຕັ້ງທາງສັງຄົມ ໄດ້ໃຫ້ການ ສະໜັບສະໜູນອຸປະກອນຮັບໃຊ້ໃຫ້ ແກ່ຕາແສງເປັນຕົ້ນ ຄອມພິວເຕີ, ເຄື່ອງໃຊ້ຫ້ອງການ ແລະ ອື່ນໆ; ນຳໃຊ້ລັດຖະກອນ, ທະຫານ, ຕຳ ຫລວດທີ່ມີຢູ່ຈາກຂັ້ນເມືອງ, ກຸ່ມ ບ້ານ ແລະ ພະນັກງານຂັ້ນບ້ານທີ່ມີ ເງື່ອນໄຂປະກອບເຂົ້າໃນບຸກຄະ ລາກອນຂອງຕາແສງເຮັດໃຫ້ຈຳ ນວນລັດຖະກອນບໍ່ເພີ່ມຂຶ້ນ. ສຳ ລັບຕາແສງທີ່ໄດ້ເຄື່ອນໄຫວແລ້ວ ເຫັນວ່າການສະໜອງການບໍລິການ, ການເກັບຄ່າທຳນຽມ ແລະ ຄ່າບໍລິ ການເອກະສານຕ່າງໆ ຂອງຕາແສງ ມີລັກສະນະລວມສູນຢູ່ຈຸດດຽວ. ເຖິງຢ່າງໃດກໍຕາມ, ການໂຄສະ ນາເຜີຍແຜ່ກ່ຽວກັບວຽກງານຕາ ແສງຍັງບໍ ່ທັນທົ ່ວເຖິງເຮັດໃຫ້ຫລາຍ ພາກສ່ວນພົບຄວາມຫຍຸ້ງຍາກໃນ ການຄົ້ນຄວ້າ, ຜັນຂະຫຍາຍ ແລະ ດຳເນີນການກະກຽມສ້າງຕັ້ງຕາ ແສງ; ຫລາຍທ້ອງຖິ່ນຍັງພົບຄວາມ ຫຍຸ້ງຍາກ ໃນການປະກອບບຸກຄະ ລາກອນເຂົ້າໃນຕາແສງ ໂດຍສະ ເພາະແມ່ນຄະນະນໍາຕາແສງ; ມີ ບາງຕາແສງ ໄດ້ເອົານາຍບ້ານທີ່ ເປັນກຳມະການພັກເມືອງ ແຕ່ບໍ່ ແມ່ນລັດຖະກອນ ເປັນປະທານ, ຮອງປະທານຄະນະກໍາມະການປົກ ຄອງຕາແສງ; ຫລາຍຕາແສງ ຍັງ ບໍ່ທັນມີອາຄານສະຖານທີ່-ບ່ອນ ເຮັດວຽກທີ່ສົມບູນ, ຍັງຂາດວັດຖຸ ອຸປະກອນຮັບໃຊ້, ຂາດງົບປະມານ ແລະ ອື່ນໆ; ມີຫາງສຽງຈົ່ມວ່າຈາກ ປະຊາຊົນຈຳນວນໜຶ່ງ ທີ່ຢູ່ຫ່າງໄກ ຈາກຕາແສງ ຊຶ່ງໄດ້ໃຊ້ເວລາ ແລະ ຄ່າເດີນທາງເພີ່ມຂຶ ້ນ ຖ້າທຽບໃສ່ໄປ ບໍລິການຢູ່ຫ້ອງການບ້ານໃນເມື່ອ ກ່ອນ, ສະຖານທີ່ບໍລິການຂອງຕາ ແສງ ກໍແອອັດ ຍ້ອນການໂຮມເອົາ ວຽກຂອງແຕ່ລະບ້ານ ມາບໍລິການ ຢູ່ຕາແສງຈຸດດຽວ ແລະ ອື່ນໆ. ຂ່າວ-ພາບ: ກິດຕາ
KPL