ລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການເຫັນຜົນໄວປີ 2006-2027 ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ

06/07/2026 11:59
ຂປລ ຂປລ. ໃນຕອນບ່າຍວັນທີ 2 ກໍລະກົດ 2026 ທີ່ກະຊວງການ ຕ່າງປະເທດ ໄດ້ມີພິທີລົງນາມບົດ ບັນທຶກຄວາມເຂົ້າໃຈ (MOU) ເພື່ອຈັດຕັ້ງປະຕິບັດໂຄງການເຫັນ ຜົນໄວ (Quick Impact Projectຫລື QIP) ປະຈໍາປີ 2026-2027

 ພາຍໃຕ້ຂອບການຮ່ວມມື ແມ່ນ້ຳ ຂອງ-ແມ່ນໍ້າຄົງຄາ (Mekong Ganga Cooperation ຫລື MGC) ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສ ອິນເດຍ ໃຫ້ ກຽດເຂົ້າຮ່ວມ ແລະ ລົງນາມໃນພິທີ ຄັ້ງນີ້ ໂດຍມີ ທ່ານ Yogeshwar Sangwan ເອກອັກຄະລັດຖະ ທູດ ແຫ່ງ ສ ອິນເດຍ ປະຈໍາ ສປປ ລາວ, ຕາງໜ້າໃຫ້ແກ່ລັດຖະບານ ອິນເດຍ ແລະ ບັນດາທ່ານຕາງໜ້າ ຈາກ 10 ແຂວງ ທີ່ໄດ້ຮັບອະນຸມັດ ໂຄງການຂອງຝ່າຍ ສປປ ລາວ ຄື: ແຂວງຈຳປາສັກ, ຫລວງນໍ້າທາ, ສາລະວັນ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ, ບໍ່ແກ້ວ, ເຊກອງ, ອຸດົມໄຊ ແລະ ແຂວງວຽງຈັນ ໂດຍ ມີ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໃຫ້ກຽດເຂົ້າຮ່ວມເປັນສັກ ຂີພິຍານ ຮ່ວມກັບຜູ ້ຕາງໜ້າຈາກບັນ ດາກົມທີ່ກ່ຽວຂ້ອງ ຂອງກະຊວງ ການຕ່າງປະເທດ ແລະ ພະນັກງານ ຈາກສະຖານທູດອິນເດຍ ເຂົ້າຮ່ວມ. ໃນສົກປີ 2026-2027 ນີ້, ສປປ ລາວ ໄດ້ຮັບການສະໜັບສະໜູນຈາກລັດຖະບານອິນເດຍ ສຳ ລັບໂຄງການເຫັນຜົນໄວ ພາຍໃຕ້ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ ນ້ຳຄົງຄາ ຈຳນວນ 10 ໂຄງການ ລວມເປັນມູນຄ່າ 498.387,37 ໂດລາສະຫະລັດ ຄື: ໂຄງການກໍ່ ສ້າງອາຄານໂຮງຮຽນປະຖົມ ແລະ ສິ່ງອໍານວຍຄວາມສະດວກທາງ ດ້ານສາທາລະນະສຸກ ບ້ານກາງ ໂຂງ, ແຂວງຈຳປາສັກ ມູນຄ່າ 50.000 ໂດລາສະຫະລັດ; ໂຄງ ການກໍ່ສ້າງອາຄານ ສຳລັບພະ ຍາດວັນນະໂລກ ໂຮງໝໍວຽງຄູ ຄຳ, ແຂວງຫລວງນໍ້າທາ ມູນຄ່າ 49.532 ໂດລາສະຫະລັດ; ໂຄງ ການກໍ່ສ້າງອາຄານປະສູດ, ສຸກສາ ລາບ້ານແບ່ງອຸດົມ, ແຂວງສາລາ ວັນ ມູນຄ່າ 49.906 ໂດລາສະ ຫະລັດ; ໂຄງການກໍ່ສ້າງອາຄານ ໂຮງຮຽນມັດທະຍົມສາທິດ, ແຂວງ ຊຽງຂວາງ ມູນຄ່າ 49.500 ໂດ ລາສະຫະລັດ; ໂຄງການສົ່ງເສີມປູກ ຜັກອິນຊີ (ເຮືອນແກ້ວ) ເພື່ອເປັນ ສິນຄ້າໃນໄລຍະລະດູແລ້ງ ແລະ ລະດູຝົນ, ແຂວງຫົວພັນ ມູນຄ່າ 49.906 ໂດລາສະຫະລັດ; ໂຄງ ການກໍ່ສ້າງຫ້ອງການປົກຄອງຕາ ແສງຖິ່ນແກ້ວ, ແຂວງວຽງຈັນ ມູນຄ່າ 50.000 ໂດລາສະຫະລັດ; ໂຄງການກໍ່ສ້າງອາຄານໂຮງຮຽນ ປະຖົມສີສະຫວ່າງໃຕ້, ແຂວງສະ ຫວັນນະເຂດ ມູນຄ່າ 50.000 ໂດ ລາສະຫະລັດ; ໂຄງການກໍ່ສ້າງ ຫໍວາງສະແດງຜົນງານ ແລະ ສະ ໜອງອຸປະກອນຝຶກອົບຮົມວິຊາຊີບ ໃຫ້ແກ່ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ແຂວງບໍ ່ແກ້ວ ມູນຄ່າ 49.991,37 ໂດລາສະ ຫະລັດ; ໂຄງການກໍ່ສ້າງອາຄານ ໂຮງຮຽນປະຖົມກຳກອກ, ແຂວງ ເຊກອງ ມູນຄ່າ 49.683 ໂດລາ ສະຫະລັດ ແລະ ໂຄງການກໍ່ສ້າງ ອາຄານສຸກສາລາບ້ານຫ້ວຍປອດ, ແຂວງອຸດົມໄຊ ມູນຄ່າ 49.869ໂດລາສະຫະລັດ.

ໃນໂອກາດດັ ່ງກ່າວ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດ ຖະກິດ, ກະຊວງການຕ່າງປະເທດ, ໃນນາມກອງເລຂາແຫ່ງຊາດ ຂອບ ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳ ຄົງຄາ ໄດ້ຕາງໜ້າໃຫ້ ສປປ ລາວ ກ່າວສະແດງຄວາມຂອບໃຈຢ່າງ ຈິງໃຈມາຍັງລັດຖະບານ ແລະ ປະ ຊາຊົນອິນເດຍ ທີ່ໄດ້ສືບຕໍ່ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍຜ່ານ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ ນ້ຳຄົງຄາ ຊຶ່ງໄດ້ປະກອບສ່ວນອັນ ສຳຄັນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026 2030) ຂອງ ສປປ ລາວ ລວມທັງ ການເພີ່ມທະວີຮັດແໜ້ນສາຍພົວ ພັນມິດຕະພາບອັນຍາວນານ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ອິນເດຍ ໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ. ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ແຫ່ງ ສ ອິນເດຍ ປະຈຳ ສປປ ລາວ ໄດ້ສະ ແດງຄວາມເຊື່ອໝັ້ນວ່າ ບັນດາໂຄງ ການເຫັນຜົນໄວເຫລົ່ານີ້ ຈະຖືກຈັດ ຕ ັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ບັນລຸຄາດໝາຍທີ່ວາງໄວ້ ເພື່ອຮ່ວມກັນຊຸກຍູ້ການພັດທະນາແບບຍືນ ຍົງໃນອະນຸພາກພື້ນແມ່ນ້ຳຂອງ. ສ ອິນເດຍ ໃນນາມຄູ່ຮ່ວມພັດ ທະນາຂອບການຮ່ວມມືແມ່ນ້ຳ ຂອງ-ແມ່ນໍ ້າຄົງຄາ ໄດ້ປະກາດສ້າງ ຕ ັ ້ງໂຄງການເຫັນຜົນໄວ ໃນປີ 2012 ໂດຍມີຈຸດປະສົງ ເພື່ອສົ່ງເສີມການ ພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກລຸ່ມແມ່ນ້ຳ ຂອງ ແລະ ສົ່ງເສີມສາຍພົວພັນອັນ ດີກັບອິນເດຍ, ນັບຕັ້ງແຕ່ສ້າງຕັ້ງ ໂຄງການດັ່ງກ່າວ ສປປ ລາວ ໄດ້ຮັບ ອະນຸມັດໂຄງການ ທັງໝົດ 36 ໂຄງ ການ ລວມມູນຄ່າ 1.763.678 ໂດລາສະຫະລັດ.

KPL

ຂ່າວອື່ນໆ

ads
ads

Top