ຂປລ
ໄລຍະ 6 ເດືອນຕົ້ນປີ 2026 ນີ້, ພາຍໃຕ້ການນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ການບໍລິຫານດ້ວຍຄວາມຕັ້ງໜ້າຂອງລັດຖະບານ ກໍຄື ອົງການປົກຄອງທ້ອງຖິ່ນ ໂດຍໄດ້ດໍາເນີນມາດຕະການຈໍານວນໜຶ່ງ ເພື່ອຫລຸດຜ່ອນຜົນກະທົບຕໍ່ການພັດທະນາ ໄດ້ເຮັດໃຫ້ເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 6 ເດືອນ ຕົ້ນປີສືບຕໍ່ຂະຫຍາຍຕົວດີ ເປັນຕົ້ນ ເສດຖະກິດຂະຫຍາຍຕົວໃນລະດັບ 5%, ຄິດເປັນມູນຄ່າໃນປີ ເທົ່າກັບ 199.987 ຕື້ກີບ, ເທົ່າກັບ 48% ຂອງແຜນການ (ມະຕິສະພາ 417.523 ຕື້ກີບ).
ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ກໍລະກົດ 2026 ນີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້ ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວໃນລະດັບ 5%, ຄິດເປັນມູນຄ່າໃນປີ ເທົ່າກັບ 199.987 ຕື້ກີບ, ເທົ່າກັບ 48% ຂອງແຜນການ(ມະຕິສະພາ 417.523 ຕື້ກີບ). ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວ 4,3% ກວມເອົາ 17,4% (ມະຕິສະພາຂະຫຍາຍ ຕົວ 4,6%, ກວມເອົາ 21,9%); ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5,1% ກວມເອົາ 35% (ມະຕິສະພາຂະຫຍາຍຕົວ 5,1%, ກວມເອົາ 31,1%); ຂະແໜງບໍລິການຂະຫຍາຍຕົວ 5,3% ກວມເອົາ 37,2% (ມະຕິສະພາຂະຫຍາຍຕົວ 6,6%, ກວມເອົາ 36,6%) ແລະ ພາສີ-ອາກອນຜະລິດຕະພັນສຸດທິຂະຫຍາຍຕົວ 4,9% ກວມເອົາ 10,5% (ມະຕິສະພາຂະຫຍາຍ ຕົວ 4%, ກວມເອົາ 10,4%).
ສຳລັບທິດທາງແຜນການໃນໄລຍະ 6 ເດືອນທ້າຍປີນີ້, ລັດຖະບານ ຈະສຸມໃສ່ບາງວຽກງານບຸລິມະສິດ ເປັນຕົ້ນ ຈະສືບຕໍ່ຊຸກຍູ້ການເຕີບໂຕເສດຖະກິດ ໃຫ້ບັນລຸໄດ້ໃນລະດັບ 5,5%, GDP ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ 2.238 ໂດລາສະຫະລັດ ແລະ ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນໃຫ້ໄດ2.101 ໂດລາສະຫະລັດ ໂດຍຈະສຸມໃສ່ມາດຕະການຈໍານວນໜຶ່ງຄື: ຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານໃຫ້ໄດ້ຕາມແຜນ; ເລັ່ງຈັດຕັ້ງປະຕິບັດມາດຕະການແກ້ໄຂຫລຸດຜ່ອນຕົ້ນທຶນການຜະລິດສິນຄ້າ, ແກ້ໄຂບັນຫາຂອດການຈຳໜ່າຍໄປສູ່ເຂດຕ່າງໆໃຫ້ຄ່ອງຕົວ; ກະກຽມຕ້ານແລ້ງ ແລະ ຕ້ານຖ້ວມ ໂດຍເລັ່ງປັບປຸງ ແລະ ກໍ່ສ້າງຊົນລະປະທານ ຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດຢ່າງພຽງພໍ ແລະ ກຳນົດຊະນິດພືດ, ກະກຽມແນວພັນ ທີ່ຈະຜະລິດເພື່ອບໍ່ໃຫ້ມີຜົນກະທົບຈາກການຂາດແຄນນ້ໍາ; ເລ່ັງຊຸກຍູ້ການຜະລິດສິນຄ້າກະສິກຳ ຕິດພັນກັບການປຸງແຕ່ງ ແລະ ມີລະບົບຈັດເກັບຮັກສາທີ່ດີແຕ່ຫົວທີ ເພື່ອສົ່ງອອກໂດຍສຸມໃສ່ພືດ-ສັດ ທີ່ໄດ້ມີການເຈລະຈາເຕັກນິກແລ້ວໃຫ້ໄດ້ 1.900 ລ້ານໂດລາສະຫະລັດ; ຊຸກຍູ້ການຜະລິດແຮ່ທາດເພື່ອສົ່ງອອກ ໃຫ້ໄດ້ 2.185,9 ລ້ານໂດລາສະຫະລັດ, ຄຽງຄູ່ກັບການຕິດຕາມ ແລະ ຄຸ້ມຄອງການຂົນສົ່ງແຮ່ທາດຢ່າງເຂັ້ມງວດ ເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນ; ສືບຕໍ່ພັດທະນາບັນດາໂຄງການພະລັງງານໄຟຟ້າສະອາດ ແລະ ຊຸກຍູ້ບັນດາເຂື່ອນໄຟຟ້າ ຕ່າງໆໃຫ້ຜະລິດເຕັມກໍາລັງໃນຊ່ວງລະດູຝົນ ເພື່ອສົ່ງອອກກະແສໄຟຟ້າ ໃຫ້ແກ່ບັນດາປະເທດເພື່ອນບ້ານ ໃຫ້ໄດ້ 45.705,94 ລ້ານ ກິໂລວັດໂມງ, ມູນຄ່າ 2.829,04 ລ້ານໂດລາສະຫະລັດ ແລະ ເລັ່ງ ເຈລະຈາກັບຕະຫລາດຕ່າງປະເທດ ເພື່ອເພີ່ມການສົ່ງອອກຕື່ມອີກ, ຊຸກຍູ້ໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ ທີ່ໄດ້ອະນຸມັດ ແລະ ເຊັນສັນຍາແລ້ວໃຫ້ເລີ່ມປະຕິບັດໂດຍໄວ ເປັນຕົ້ນ ທາງດ່ວນວຽງຈັນ-ບ່ໍເຕັນ, ທາງດ່ວນແຕ່ປາກຊັນ- ຊາຍແດນລາວ-ຫວຽດ, ທາງລົດໄຟແຕ່ທ່າແຂກ-ຊາຍແດນລາວຫວຽດນາມ ແລະ ອື່ນໆ. ພ້ອມທັງຈະໂຄສະນາ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເພີ່ມຂຶ້ນ, ຄຽງຄູ່ກັບການອໍານວຍຄວາມສະດວກການເຂົ້າ- ອອກ ແລະ ແກ້ໄຂຕົ້ນທຶນການຂົນສົ່ງໂດຍສານ ເພື່ອສູ້ຊົນໃຫ້ມີນັກທ່ອງທ່ຽວຕ່າງປະເທດບັນລຸ 4,46 ລ້ານເທື່ອຄົນ.
ຂ່າວ: ທະນູທອງ; ພາບ: ອ່າຍຄຳ
KPL