ອາຊຽນ ມີແຜນຈະເຊີນມຽນມາ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ

12/07/2026 10:40
ຂປລ ນັກການ​ທູດ​ ຂອງ​ອາ​ຊຽນ ​ເປີດ ເຜີຍໃຫ້​ຮູ້​ວ່າ: ອາ​ຊຽນ​ ຈະ​ຈັດ​ກອ​ງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ຕ່າງ​ປະ​ເທດ ຢ່າງ​ບໍ່​ເປັນ​ທາງ​ການ ຢູ່​ປະ​ເທດ​ໄທ​ ໃນ​ວັນ​ທີ 12 ກໍ​ລະ​ກົດ​ນີ້, ປັດ​ຈຸ​ບັນ, ກຳ​ລັງ​ປະ​ສານ​ງານ ເພື່ອ​ເຊີນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາ ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

ຂປລ ວິທະຍຸ ໂທລະພາບສູນກາງຈີນ, ສື່ມວນ​ຊົນ​ ຕ່າງ​ປະ​ເທດ​ ລາຍ​ງານ​ວ່າ: ນັກການ​ທູດ​ ຂອງ​ອາ​ຊຽນ ​ເປີດ ເຜີຍໃຫ້​ຮູ້​ວ່າ: ອາ​ຊຽນ​ ຈະ​ຈັດ​ກອ​ງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ຕ່າງ​ປະ​ເທດ ຢ່າງ​ບໍ່​ເປັນ​ທາງ​ການ ຢູ່​ປະ​ເທດ​ໄທ​ ໃນ​ວັນ​ທີ 12 ກໍ​ລະ​ກົດ​ນີ້, ປັດ​ຈຸ​ບັນ, ກຳ​ລັງ​ປະ​ສານ​ງານ ເພື່ອ​ເຊີນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາ ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ. ນັບ​ແຕ່ ​ຝ່າຍ​ທະ​ຫານ​ ມຽນ​ມາ​​ ປະ​ກາດ ​ສະ​ຖາ​ນະ​ການ​ ສຸກ​ເສີນ ​ແຕ່​ປີ 2021 ເປັນ​ຕົ້ນ​ມາ, ອາ​ຊຽນ​ບໍ່​ໄດ້​ເຊີນ​ຜູ້​ນຳ​ ແລະ ​ລັດ​ຖະ​ມົນ​ຕີ​​ ມຽນ​ມາ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ​ສຳ​ຄັ​ນ​ຕ່າງໆ, ການ​ເຊື້ອ​ເຊີນ​ເທື່ອ​ນີ້ ແມ່ນເປັນ​ການ​ປ່ຽນ​ແປງ​ ທາງ​ນະ​ໂຍ​ບາຍ​ທີ່​ສຳ​ຄັນ.ຕາມ​ຂ່າວ​ແຈ້ງວ່າ, ຄາດ​ວ່າ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ຕ່າງ​ປະ​ເທດ ​ຢ່າງ​ບໍ່​ເປັນ​ທາງ​ການ ​ຍັງ​ຈະ​​ປຶກ​ສາ​ຫາ​ລື​​ວ່າ ຈະ​ເຊື້ອ​ເຊີນ​ຜູ້​ນຳ​ ມຽນ​ມາ ​ເຂົ້າ​ຮ່ວມ​ ກອງ​ປ​ະ​ຊຸມ​ ສຸດຍອດ​ອາ​ຊຽນ ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ລະ​ດູ​ ໃບ​ໄມ້​ຫລົ່ນປີ​ນີ້ ​ຫລື​ບໍ່. ແຕ່​ວ່າ, ຍ້ອນ​ລັດ​ຖະ​ບານ​ ມຽນ​ມາ ບໍ່​​ປະ​ຕິ​ບັດ​ຕາມ “ຄວາມ​ເຫັນ ທີ່​ເປັນ​ເອ​ກະ​​ພາບ​ກັນ 5 ຂໍ້” ຂອງ​ອາ​ຊຽນ ​ກ່ຽວ​ກັບ ​ມຽນ​ມາ ເຊັ່ນ: ການຍຸດ​ຕິ​ການ​ໃຊ້​​ຄວາມ​ຮຸນ​ແຮງ ​ແລະ ​ອື່ນໆ, ສະ​ນັ້ນ, ການ​ເຊື້ອ​ເຊີນ ມຽນ​ມາ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ ຕ່າງ​ປະ​ເທດ ອາ​ດ​ເຮັດ​ໃຫ້​ສະ​ມາ​ຊິກ ອາ​ຊ​ຽນ ​ຈຳ​ນວນ​ໜຶ່ງ​​ຄັດ​ຄ້ານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top