ຂປລ
ປະຊາຄົມ ການເຊື່ອມໂຍງ ອຸດສາຫະກຳ ແລະ ການສຶກສາ ໃນຂະແໜງການ ເບິ່ງແຍງ ສຸຂະພາບ ແບບອັດສະລິຍະຈີນ-ອາຊຽນ ໄດ້ສ້າງຕັ້ງຂຶ້ນ ຢູ່ນະຄອນຫລີວໂຈ່ວ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ຂອງ ສປ ຈີນ.

ຂປລ ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 10 ກໍລະກົດນີ້, ປະຊາຄົມ ການເຊື່ອມໂຍງ ອຸດສາຫະກຳ ແລະ ການສຶກສາ ໃນຂະແໜງການ ເບິ່ງແຍງ ສຸຂະພາບ ແບບອັດສະລິຍະຈີນ-ອາຊຽນ ໄດ້ສ້າງຕັ້ງຂຶ້ນ ຢູ່ນະຄອນຫລີວໂຈ່ວ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ຂອງ ສປ ຈີນ. ຜູ້ຕາງໜ້າ ທີ່ມາຈາກສະຖາບັນ ການສຶກສາ, ອົງການປິ່ນປົວ, ອົງການດູແລສຸຂະພາບ, ວິສາຫະກິດ ວິທະຍາສາດເຕັກໂນໂລຊີ ອັດສະລິຍະ ຫລາຍແຫ່ງຂອງ ສປ ຈີນ ແລະ ຜູ້ຕາງໜ້າຂະແໜງການຂອງປະເທດສະມາຊິກອາຊຽນ ໄດ້ເຕົ້າໂຮມກັນ, ເພື່ອປຶກສາຫາລືກ່ຽວກັບ ປັນຍາປະດິດ ສ້າງຄວາມເຂັ້ມແຂງໃຫ້ແກ່ “ເສດຖະກິດຜູ້ສູງອາຍຸ” ຫລື “ເສດຖະກິດຜົມຫງອກ”. ປະຊາຄົມດັ່ງກ່າວ ແມ່ນສະຖາບັນ ການສຶກສາ ແລະ ວິສາຫະກິດຂອງ ສປ ຈີນ ຮ່ວມກັນ ປະສານງານສ້າງຕັ້ງຂຶ້ນ ແລະ ໄດ້ດຶງດູດສະຖາບັນການສຶກສາຊັ້ນສູງ ຂອງອິນໂດເນເຊຍ, ສປປ ລາວ, ໄທ ແລະ ປະເທດອື່ນໆ ເຂົ້າຮ່ວມ. ທ່ານ ເວີຍໄຫຈິ້ນ ເລຂາຄະນະພັກວິທະຍາໄລ ອາຊີວະສຶກສາ ຕົວເມືອງ ຫລີວໂຈ່ວແຈ້ງ ໃຫ້ຮູ້ວ່າ, ປະຊາຄົມດັ່ງກ່າວ ຈະສ້າງເວທີອອນລາຍ ເພື່ອຮ່ວມກັນແບ່ງປັນຊັບພະຍາກອນ ດ້ານອຸດສາຫະກຳ ແລະ ການສຶກສາໃນຂະແໜງການເບິ່ງແຍງສຸຂະພາບ ແບບອັດສະລິຍະຈີນ-ອາຊຽນ, ຈັດກອງປະຊຸມເວທີປຶກສາຫາລືແລກປ່ຽນສາກົນ ຢ່າງເປັນປົກກະຕິ, ທັງເນັ້ນໜັກເຖິງ ການຊຸກຍູ້ການອົບຮົມ ຜູ້ມີຄວາມຮູ້ ຄວາມສາມາດຂ້າມຊາດ, ຮ່ວມກັນຄົ້ນຄວ້າ ເຕັກໂນໂລຊີ ເບິ່ງແຍງ ສຸຂະພາບ, ຮັບຮອງມາດຕະຖານ ຂອງການບໍລິການອຳນວຍ ຄວາມສະດວກໃຫ້ແກ່ຜູ້ເຖົ້າ ເຊິ່ງກັນ ແລະ ກັນ ຢູ່ປະເທດສະມາຊິກອາຊຽນ, ລວມເຖິງ ການຮ່ວມກັນສ້າງ ແລະ ແບ່ງປັນຊັບພະຍາກອນ ການສອນດ້ວຍສອງພາສາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL