ຂປລ
ໃນວັນທີ 3 ກໍລະກົດ 2026 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະກັບ ທ່ານ ມິນ ອອງລາຍ ປະທານາທິບໍດີແຫ່ງສາທາລະນະລັດ ສະຫະພາບ ມຽນມາ ໃນໂອກາດຢ້ຽມຢາມລັດຖະກິດຢູ່ ສປປ ລາວ ລະຫວ່າງ ວັນທີ 3-5 ກໍລະກົດ 2026.
ຂປລ. ໃ ນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ທ່ານ ມິນ ອອງລາຍ ພ້ອມດ້ວຍພັນລະຍາ ແລະ ຄະນະໃນຄັ້ງນີ້ ຊຶ່ງຖືເປັນປະເທດທໍາອິດໃນອາຊຽນ ຂອງການເຄື່ອນໄຫວຕ່າງປະເທດ ພາຍຫລັງດໍາລົງຕໍາແໜ່ງ. ການຢ້ຽມຢາມຄັ້ງນີ້ ເປັນຂີດໝາຍສຳຄັນທ່ີສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ, ຄວາມສາມັກຄີຮັກແພງ ແລະ ການຮ່ວມມືອັນໃກ້ຊິດຖານປະເທດໃກ້ຄຽງທີ່ດີລະຫວ່າງ ລາວ-ມຽນມາ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານປະທານສະພາແຫ່ງຊາດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຈັດການເລືອກຕັ້ງທົ່ວໄປ ແລະ ການຈັດຕັ້ງລັດຖະບານຊຸດໃໝ່ຂອງ ສສ ມຽນມາ ຢ່າງເປັນທາງການໃນຕົ້ນປີນີ້, ພ້ອມທັງສະແດງຄວາມຊົມເຊີຍ ທ່ານ ມິນ ອອງລາຍ ທີ່ ໄດ້ຮັບໄຊຊະນະໃນການເລືອກຕັ້ງ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນມຽນມາ ໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີແຫ່ງ ສສ ມຽນມາ.
ໂອກາດນີ້, ທ່ານ ມິນ ອອງ ລາຍ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ໄຊສົມພອນ ພົມວິຫານ ຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕ່ໍຜົນສໍາເລັດຂອງກອງປະຊຸມສະພາແຫ່ງຊາດລາວ ສະໄໝທີ X ແລະ ຊົມເຊີຍ ທ່ານ ໄຊສົມພອນ ພົມວິຫານ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ອີກສະໄໝໜຶ່ງ.
ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນຂອງປະເທດຕົນໃຫ້ກັນຊາບ ພ້ອມທັງສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ໃນການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ. ທັງສອງຝ່າຍຍັງໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງລາວ-ມຽນມາ ໄດ້ຮັບການຮັດແໜ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ຊຶ່ງສະແດງອອກໃນການຮ່ວມມືທາງດ້ານການເມືອງທີ່ມີຄວາມໜັກແໜ້ນ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ມີການສະໜັບສະໜູນຊ່ວຍເຫລືອກັນດ້ວຍດີຕະຫລອດມາ ແລະ ການນໍາຂັ້ນສູງຂອງສອງປະເທດ ກໍໄດ້ມີການພົບປະແລກປ່ຽນການຢ້ຽມຢາມກັນຢ່າງເປັນປົກກະຕິທັງໃນຂອບ ສອງຝ່າຍ ແລະ ໃນໂອກາດເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ສອງຝ່າຍກໍໄດ້ເຫັນດີເປັນເອກະພາບຕໍ່ທິດທາງແຜນການຮ່ວມມືກັນໃນຕ່ໍໜ້າ ໂດຍສະເພາະແມ່ນການເພີ່ມທະວີການຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາ ສສ ມຽນມາ.
ນອກຈາກນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົບປະປຶກສາຫາລ ລະຫວ່າງ ສອງປະມຸກລັດ ໃນຕອນເຊົ້າຂອງມື້ນີ້ ແລະ ໄດ້ຢືນຢັນວ່າສະພາແຫ່ງຊາດລາວ ຈະໃຫ້ການສະໜັບສະໜູນທາງດ້ານນິຕິບັນຍັດ ແລະ ການຕິດຕາມກວດກາການຜັນຂະຫຍາຍບັນດາບົດບັນທຶກຄວາມເຂົ້າໃຈ (MOU) ແລະ ສັນຍາຕ່າງໆທີ່ລັດຖະບານສອງຝ່າຍໄດ້ລົງນາມຮ່ວມກັນ ເພື່ອຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຮູບປະທໍາ ລວມທັງຕິດຕາມການຜັນຂະຫຍາຍຜົນການຢ້ຽມຢາມລັດຖະກິດໃນຄັ້ງນີ້ ໃຫ້ເກີດດອກອອກຜົນ ເພື່ອນໍາເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນທັງສອງຊາດ.
ໃນຂະນະດຽວກັນ, ທ່ານ ມິນ ອອງ ລາຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ, ພ້ອມທັງມີຄໍາເຫັນສະໜັບສະໜູນໃຫ້ສະພາແຫ່ງຊາດ ມຽນມາ ແລະ ລາວ ສືບຕໍ່ຊຸກຍູ້ລັດຖະບານຂອງທັງສອງປະເທດ ໃນການຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈ ແລະ ສັນຍາຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ເພື່ອສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການຂະຫຍາຍຕົວຍິ່ງຂຶ້ນ ສົມຄູ່ກັບການພົວພັນຮ່ວມມືທາງດ້ານການເມືອງທີ່ມີຄວາມແໜ້ນແຟ້ນ.
KPL