ສປປ ລາວ ເຂົ້າເປັນປະເທດ ຄູ່ເຈລະຈາ ຂອງອົງການຮ່ວມມືຊຽງໄຮ້ ຢ່າງເປັນທາງການ

12/07/2026 10:39
ຂປລ ພີ​ທີ​ເຊັນ​ບົດ​ບັນ​ທຶກ​​ ຄວາມ​ເຂົ້າ​ໃຈ ວ່າ​ດ້ວຍ ການ​ຮັບ​ຮອງ​ ສ​ປ​ປ ລາວ ​ເຂົ້າເປັນ​ປະເທດ ຄູ່ເຈລະຈາ​​ ຂອງອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວ​ງ​ປັກ​ກິ່ງ​ຂອງ​ຈີນ, ເຊິ່ງໝາຍຄວາມ​​ວ່າ ສ​ປ​ປ ລາວ​ໄດ້ເຂົ້າ​ເປັນປະເທດຄູ່ເຈລະຈາ ຂອງອົງການຮ່ວມມືຊຽງ​ໄຮ້ ຢ່າງ​ເປັນ​ທາງ​ການ.

    ຂປລ ວິທະຍຸ ໂທລະພາບສູນກາງຈີນ, ​ວັນ​ທີ 10 ກໍ​ລະ​ກົດ​ນີ້, ພີ​ທີ​ເຊັນ​ບົດ​ບັນ​ທຶກ​​ ຄວາມ​ເຂົ້າ​ໃຈ ວ່າ​ດ້ວຍ ການ​ຮັບ​ຮອງ​ ສ​ປ​ປ ລາວ ​ເຂົ້າເປັນ​ປະເທດ ຄູ່ເຈລະຈາ​​ ຂອງອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວ​ງ​ປັກ​ກິ່ງ​ຂອງ​ຈີນ, ເຊິ່ງໝາຍຄວາມ​​ວ່າ ສ​ປ​ປ ລາວ​ໄດ້ເຂົ້າ​ເປັນປະເທດຄູ່ເຈລະຈາ ຂອງອົງການ ຮ່ວມມືຊຽງ​ໄຮ້ ຢ່າງ​ເປັນ​ທາງ​ການ. ກອງປະຊຸມ ຄັ້ງທີ 25 ຂອງສະພາ ປະມຸກລັດ ປະເທດ ສະມາຊິກ ອົງການຮ່ວມມື ຊຽງ​ໄຮ້ ທີ່​ຈັດ​ຂຶ້ນ​ຢູ່​ ນະ​ຄອນ​ທຽນ​ສິນ ໃນ​ວັນ​ທີ 1 ກັນ​ຍາ​ປີ 2025 ໄດ້ເຫັນດີ ເປັນເອກະພາບກັນ ຮັບຮອງ ສ​ປ​ປ ລາວ ເປັນປະເທດ ຄູ່ເຈລະຈາ ຂອງອົງການຮ່ວມມືຊຽງ​ໄຮ້. ນັບ​ມາ​ຮອດ ປັດ​ຈຸ​ບັນ, ​ອົງການຮ່ວມມື ຊຽງ​ໄຮ້ມີ 10 ປະ​ເທດ ​ສະ​ມາ​ຊິກ, 2 ປະ​ເທດ​ສັງ​ເກດ​ການ ແລະ 15 ປະ​ເທດ​ ຄູ່​ເຈ​ລະ​ຈາ ເຊິ່ງລວມທັງ ສ​ປ​ປ ລາວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top