ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ທ່ານ ນາງ ເມ ເກນ ຈອນ (Megan Jones) ເອກອັກຄະລັດຖະທູດ ອົດສະຕຣາ ລີ ປະຈຳ ສປປ ລາວ ແລະ ທ່ານ ດຣ. ຫຸມພັນ ອິນທະມຸງຄຸນ ຫົວໜ້າ ພະແນກສາທາລະນະສຸກ ແຂວງ ອຸດົມໄຊ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການເຂົ້າເຖິງການບໍລິການ ສຸຂະພາບ ແລະ ໂພຊະນາການ
ພ້ອມທັງຢ້ຽມຢາມການດຳເນີນ ງານ ໂຄງການປັບປຸງການເຂົ້າເຖິງ ບໍລິການສຸຂະພາບທີ່ມີຄຸນນະພາບ ຢູ່ສຸກສາລາ ເຂດຜາວີ ບ້ານສາມັກຄີ ໄຊ ເມືອງຫລາ ແຂວງອຸດົມໄຊ ໃນ ວັນທີ 6 ກໍລະກົດ 2026 ຜ່ານມາ. ໃນໂອກາດດັ່ງກ່າວ, ທ່ານ ບຸນ ສົງ ວົງວິໄລ ຮອງຫົວໜ້າຫ້ອງການ ສາທາລະນະສຸກ ເມືອງຫລາ ໄດ້ ລາຍງານຜົນການຈັດຕັ້ງປະຕິບັດ ໂຄງການວ່າ: ໂຄງການເຂົ້າເຖິງ ການບໍລິການສຸຂະພາບ ແລະ ໂພ ຊະນາການໄດ້ສືບຕ່ໍຈາກໂຄງການ ພັດທະນາສຸຂະພາບ ແລະ ໂພຊະ ນາການ (HGNDP) ໂດຍດຳເນີນ ໃນໄລຍະທີ 1 ແຕ່ປີ 2021-2024 ແລະ ໄລຍະທີ 2 ປີ 2024-2028 ຊຶ່ງໄດ້ຮັບທຶນສະໜັບສະໜູນ ຈາກ ທະນາຄານໂລກ, ລັດຖະບານ ອົດ ສະຕຣາລີ, ກອງທຶນໂລກ ແລະ ພັນທະມິດໂລກ ເພື່ອວັກຊິນ ແລະ ການສ້າງພູມຄຸ້ມກັນ (Gavi). ສຳລັບການດຳເນີນງານໃນລະດັບ ຊຸມຊົນ ປະກອບດ້ວຍຫລາຍກິດຈະ ກຳສຳຄັນ ການສື່ສານ ແລະ ສ້າງ ການປ່ຽນແປງພຶດຕິກຳ ດ້ານສຸຂະ ພາບ ແລະ ໂພຊະນາການ, ການສັກ ຢາປ້ອງກັນພະຍາດ ພ້ອມທັງການ ໃຫ້ຄຳປຶກສາດ້ານໂພຊະນາການ ແກ່ແມ່ຍິງຖືພາ ແລະ ຄອບຄົວ. ການລົງຕິດຕາມ ໄດ້ເນັ້ນໜັກການ ຕິດຕາມການສື່ສານປ່ຽນແປງ ພຶດຕິກຳ ແລະ ການໃຫ້ຄຳປຶກສາ ດ້ານໂພຊະນາການ ແກ່ກຸ່ມເປົ້າ ໝາຍ.
ພ້ອມນີ້, ຄະນະດັ່ງກ່າວ ຍັງ ໄດ້ລົງຢ້ຽມຢາມການໃຫ້ບໍລິການ ຢູ່ສຸກສາລາ ຕິດຕາມການກວດ ຄັນກ່ອນເກີດ, ການສັກວັກຊິນ, ການໃຫ້ຄຳປຶກສາດ້ານໂພຊະນາ ການພ້ອມທັງສົນທະນາ ຊັກຖາມ ພະນັກງານສຸຂະພາບ, ອາສາ ສະໝັກ ສາທາລະນະສຸກບ້ານ, ແມ່ຍິງຖືພາ ແລະ ຄອບຄົວຜູ້ໄດ້ຮັບຜົນ ປະໂຫຍດ ເພ່ືອຮັບຟັງຄວາມຄິດ ເຫັນ ແລະ ບັນຫາຕົວຈິງໃນການ ຈັດຕັ້ງປະຕິບັດໂຄງການ. ພ້ອມທັງ ຍັງໄດ້ລົງຢ້ຽມຢາມຄອບຄົວທີ່ມີ ເດັກອາຍຸຕ່ຳກວ່າ 2 ປີ ເພື່ອຕິດຕາມ ການຊັ່ງນ້ຳໜັກ, ວັດສ່ວນສູງ, ບັນທຶກຂໍ້ມູນໃນປຶ້ມຕິດຕາມການ ເຕີບໂຕ ແລະ ໃຫ້ຄຳແນະນຳແກ່ຜ້ ປົກຄອງ ກ່ຽວກັບການລ້ຽງດູ ແລະ ໂພຊະນາການທີ່ເໝາະສົມ ເພື່ອໃຫ້ ເດັກມີການເຕີບໂຕສົມໄວ.
ການລົງຕິດຕາມ ແລະ ຢ້ຽມ ຢາມຄັ້ງນີ້ ກໍເພື່ອໃຫ້ເຫັນເຖິງຄວາມ ຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ລັດຖະບານ ສປປ ລາວ, ລັດຖະບານ ອົດສະຕຣາລີ ແລະ ບັນດາຄູ່ຮ່ວມ ພັດທະນາ ໃນການຍົກລະດັບການ ເຂ້ົາເຖິງບໍລິການສຸຂະພາບ ແລະ ໂພຊະນາການທີ່ມີຄຸນນະພາບ ໂດຍ ສະເພາະ ແມ່ ແລະ ເດັກ ໃນເຂດ ຊົນນະບົດ ແລະ ເຂດຫ່າງໄກ ອັນ ເປັນການປະກອບສ່ວນສຳຄັນໃນ ການຍົກລະດັບຄຸນນະພາບຊີວິດ ແລະ ສຸຂະພາບຂອງປະຊາຊົນ ໃຫ້ ດີຂຶ້ນຢ່າງຍືນຍົງ. ຂ່າວ: ຄຳພັນ ແກ້ວມະນີ
KPL