ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ສາ ລະວັນ ເພີ່ມທະວີວຽກງານ ປກຊ-ປກສ

22/05/2023 15:17
Email Print 1447
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ໃນໂອກາດເຂົ້າຮ່ວມ ກອງປະຊຸມດໍາເນີນຊີ ວິດການເມືອງ ພາຍໃນຄະນະບໍລິຫານງານພັກ ແຂວງສາລະວັນ ກາງສະໄໝ ທີ IX ເຊິ່ງຈັດຂຶ້ນໃນທ້າຍອາທິດຜ່ານມາ


ຂປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ໃນໂອກາດເຂົ້າຮ່ວມ ກອງປະຊຸມດໍາເນີນຊີ ວິດການເມືອງ ພາຍໃນຄະນະບໍລິຫານງານພັກ ແຂວງສາລະວັນ ກາງສະໄໝ ທີ IX ເຊິ່ງຈັດຂຶ້ນໃນທ້າຍອາທິດຜ່ານມາ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ຄະນະບໍລິຫານງານພັກແຂວງສາລະວັນ ສືບຕໍ່ເຮັດວຽກງານສຶກສາອົມຮົມ ການເມືອງແນວຄິດໃຫ້ຕໍ່ເນື່ອງ ແລະ ເຖິງເປົ້າໝາຍ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳແໜ້ນ ແລະ ຕ້ານສະກັດກັ້ນ ການ ເຄື່ອນໄຫວຂອງກຸ່ມຄົນບໍ່ດີ ທີ່ຫວັງກໍ່ຄວາມບໍ່ສະຫງົບຢູ່ຮາກຖານ ແລະ ບໍລິເວນຕ່າງໆ ຮັບປະກັນເຮັດໃຫ້ສະພາບພາຍໃນແຂວງ ມີຄວາມສະຫງົບໜັກແໜ້ນ.
  ພ້ອມກັນນີ້
, ໃຫ້ສືບຕໍ່ເຮັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານ 3 ສ້າງຂອງພັກ, ເພີ່ມທະວີປັບປຸງລະບົບການ ເມືອງ ແຕ່ຂັ້ນແຂວງລົງຮອດຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ, ພັດທະນາດ້ານວັດທະນະທຳ-ສັງຄົມ ໃຫ້ຄຽງຄູ່ກັບການພັດທະນາ ທາງດ້ານເສດຖະກິດ, ເພີ່ມທະວີການນໍາພາ-ຊີ້ນຳ ສ້າງພະນັກງານໃຫ້ມີແນວຄິດໜັກແໜ້ນ, ເຂັ້ມແຂງ, ຈົ່ງຮັກພັກດີ, ມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ, ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫລັກການ 3 ທິດນໍາໃນການກໍ່ສ້າງພັກ, ປະຕິບັດຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ ແລະ ບຸກຄົນຮັບຜິດຊອບ, ເພີ່ມທະວີວຽກງານກວດກາພັກ, ກວດກາລັດ ແລະ ການກວດສອບ, ປັບປຸງອົງການຈັດຕັ້ງມະຫາຊົນຂອງພັກ ແລະ ສ້າງເງື່ອນໄຂໄດ້ເຄື່ອນໄຫວຖືກຕ້ອງ ຕາມພາລະບົດບາດເປັນຢ່າງດີ.
  ຄະນະບໍລິຫານງານພັກແຂວງ ຕ້ອງຍົກສູງຄວາມສາມາດນໍາພາ ຄວາມເປັນແບບຢ່າງນຳໜ້າ ຕໍ່ການແກ້ໄຂບັນຫາຕົວຈິງ  ເພື່ອສືບຕໍ່ສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຈາກປະຊາຊົນ, ສືບຕໍ່ປະຕິບັດແນວທາງການຕ່າງປະເທດ ຍາດແຍ່ງເອົາການສະໜັບສະໜູນພັດທະນາແຂວງ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໃຫ້ປະສົບຜົນສໍາເລັດ ແລະ ມີໝາກຜົນຕົວຈິງ.

ຂ່າວ: ກິນດາວັນ ອ້ວນນາຄູ

KPL

ຂ່າວອື່ນໆ

    • ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີການເມືອງ

      ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີ

      8/19/2026 12:28:19 PM

      ກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບຄະນະ ໂຄສະນາອົບຮົມແຂວງໄຊຍະບູລີ (ຄອຂ) ຈັດຝຶກອົບຮົມ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ກັບ ພະນັກງານຂັ້ນຕາແສງ ຊຸດທີ I ເມື່ອບໍ່ດົນມານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໂດຍ ການເປັນປະທານຂອງທ່ານ ສີສອນພັນ ບຸນສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ, ວຽກພັກພະນັກງານ, ອົງການຈັດຕັ້ງມະຫາຊົນ, ມີ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະກຳມະການ ຕາແສງ ແລະ ນັກສໍາມະນາກອນ ຈາກຕາແສງທົ່ວແຂວງໄຊຍະບູລີ ເຂົ້າຮ່ວມ.

    • ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊ

      8/19/2026 10:09:21 AM

      ໃນວັນທີ 18 ສິງຫາ 2026 ນ້ີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ໄດ້ພົບປະຢ້ຽມຢາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ).

    • ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີການເມືອງ

      ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີ

      8/18/2026 9:42:13 AM

      ໃນວັນທີ 17 ສິງຫາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເນື່ອງໃນໂອກາດວັນປະກາດ ເອກະລາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 81 ປີ.

    • ໂທລະເລກສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະເລກສະແດງຄວາມເສົ້າສະຫລົດໃຈ

      8/17/2026 11:29:29 AM

      ເມື່ອບໍ່ດົນມານີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສ່ົງໂທລະເລກສະແດງຄວາມເສົ້າສະຫລົດໃຈເຖິງ ສະຫາຍ ຫລີ ສຽງ ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ຕ່ໍກັບການຈາກໄປຂອງສະຫາຍ ຈູ່ ຢົງຈີ່ ອະດີດກຳມະການກົມການເມືອງສູນກາງ ພັກກອມມູນິດຈີນ ຊຸດທີ 14 ແລະ 15, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ.

    • ໂທລະເລກສະແດງຄວາມເສຍໃຈ ຈາກການນຳຂອງບຣູໄນ ດາຣູຊາລາມການເມືອງ

      ໂທລະເລກສະແດງຄວາມເສຍໃຈ ຈາກການນຳຂອງບຣູໄນ ດາຣູຊາລາມ

      8/17/2026 9:27:13 AM

      ອາທິດຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບສານສະແດງຄວາມເຫັນໃຈຈາກສົມເດັດ ຊຸນຕານ ຮາຈິ ຮັດຊະນານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ads
ads

Top