ໄປຜົ້ງສາລີ ບໍ່ຄວນພາດແຫລ່ງທ່ອງທ່ຽວທີ່ມີຊື່ສຽງໂດງດັງຂອງແຂວງ

13/08/2026 10:11
ຂປລ ຂປລ. ແຂວງຜົ້ງສາລີ ເປັນດິນແດນເໜືອສຸດຂອງປະເທດລາວ ທີ່ອຸດົມສົມບູນໄປດ້ວຍທຳມະຊາດ, ປ່າໄມ້, ຜາຫີນ, ເມືອງສາຍໝອກ ແລະ ວິຖີຊີວິດອັນເປັນເອກະລັກຂອງບັນດາຊົນເຜົ່າ.

ຂປລ. ແຂວງຜົ້ງສາລີ ເປັນດິນແດນເໜືອສຸດຂອງປະເທດລາວ ທີ່ອຸດົມສົມບູນໄປດ້ວຍທຳມະຊາດ, ປ່າໄມ້, ຜາຫີນ, ເມືອງສາຍໝອກ ແລະ ວິຖີຊີວິດອັນເປັນເອກະລັກຂອງບັນດາຊົນເຜົ່າ. ດ້ວຍສະເໜ່ທີ່ແຕກຕ່າງ,ຜົ້ງສາລີ ຈຶ່ງເປັນອີກໜຶ່ງຈຸດໝາຍປາຍທາງ ທີ່ເໝາະສຳລັບຜູ້ທີ່ມັກທ່ອງທ່ທ່ຽວ ແບບທຳມະຊາດ, ວັດທະນະທຳ ແລະ ວິຖີຊີວິດຂອງຊຸມຊົນ.ແນວໃດກໍດີ, ມື້ນີ້ ຄໍລຳທ່ອງທ່ຽວເມືອງລາວ ຂໍພາທ່ານຜູ້ອ່ານໄປຮູ້ກັບບັນດາແຫລ່ງທ່ອງທ່ຽວຂອງແຂວງຜົ້ງສາລີວ່າ ມີແຫລ່ງທ່ອງທ່ຽວໃດ ແລະ ຢູ່ເມືອງໃດພ້ອມໆກັນ.

      ໜຶ່ງໃນແຫລ່ງທ່ອງທ່ຽວຍອດນິຍົມໃນ ແຂວງຜົ້ງສາລີນັ້ນ ກໍຄືພູຟ້າ ຕັ້ງສະຫງ່າງາມຢູ່ໃຈກາງເມືອງ ແລະ ມີຄວາມສູງກວ່າ 1,600 ແມັດ ຈາກລະດັບນ້ຳທະເລ. ຍອດພູຟ້າ ເປັນຈຸດຮວບຮວມຄວາມງາມທາງທຳມະຊາດທີ່ສົມບູນແບບ ແລະ ມະຫັດສະຈັນ ທີ່ສາມາດພັນລະນາຄວາມງາມຕາມແຕ່ລະຊ່ວງເວລາໄດ້  ໂດຍສະເພາະໃນຍາມເຊົ້າ ຍອດພູຟ້າຈະຖືກປົກຄຸມດ້ວຍທະເລໝອກສີຂາວ ທີ່ລອຍອ້ອມຮອບຍອດພູໃນຂະນະທີ່ແສງອາລຸນວັນໃໝ່ຄ່ອຍໆ ໂຜ່ພົ້ນຂອບຟ້າ, ພູຟ້າຈະຖືກປົກຄຸມດ້ວຍ "ທະເລໝອກ" ສີຂາວບໍລິສຸດເໝືອນດັ່ງປຸຍຝ້າຍລອຍຢູ່ອ້ອມຮອບຍອດພູ. ຕົວເມືອງຜົ້ງສາລີ ແລະ ສາຍພູທີ່ຊັບຊ້ອນຢູ່ເບື້ອງລຸ່ມຈະຖືກຊ້ອນໄວ້ກາງມ່ານໝອກ, ມີພຽງແຕ່ຍອດພູຟ້າ ແລະ ພະທາດພູຟ້າ ທີ່ພົ້ນຂຶ້ນມາຮັບແສງອາທິດອົບອຸ່ນ. ໃນເວລານີ້, ອາກາດຈະເຢັນສະບາຍ, ສົດຊື່ນ ແລະ ມີກິ່ນຫອມອາຍດິນ-ອາຍປ່າ ທີ່ຊ່ວຍໃຫ້ຜູ້ທີ່ໄດ້ໄປສຳຜັດຮູ້ສຶກຜ່ອນຄາຍ. ທັດສະນີຍະພາບໃນຍາມກາງເວັນ ຄວາມອຸດົມສົມບູນ ເມື່ອໝອກສີຂາວຄ່ອຍໆ ຈາງຫາຍໄປກັບແສງແດດ, ທິວທັດອັນກວ້າງໃຫຍ່ໄພສານຈະປະກົດຂຶ້ນຕໍ່ສາຍຕາ. ຈາກຈຸດຊົມທິວທັດເທິງຍອດພູຟ້າ, ທ່ານຈະສາມາດເບິ່ງເຫັນ ຕົວເມືອງຜົ້ງສາລີ ຕັ້ງຢູ່ຕາມເນີນພູຢ່າງງົດງາມ ຊຶ່ງປະກອບດ້ວຍເຮືອນໄມ້ບູຮານຊົງຈີນ ແລະ ອາຄານເຮືອນຊານທີ່ຫລຸດຫລັ່ນກັນໄປຕາມເນີນພູ. ອ້ອມຮອບຕົວເມືອງແມ່ນ ສາຍພູຂຽວອຸ່ນທຸ່ມ ທີ່ສັບຊ້ອນກັນຢ່າງກວ້າງໃຫຍ່, ມີປ່າໄມ້ຕຶບໜາອຸດົມສົມບູນ ແລະ ສວນຊາອາຍຸຫລາຍຮ້ອຍປີ ທີ່ຂຽວສົດງົດງາມຕະຫລອດປີ.ພ້ອມນັ້ນ, ຄວາມງາມໃນຍາມແລງ ແສງສັ້ນອາທິດ ແລະ ຄວາມງຽບສະຫງົບ ໃນຍາມແລງ ເມື່ອແສງອາທິດກຳລັງຈະຕົກດິນ, ທ້ອງຟ້າເທິງຍອດພູຟ້າຈະປ່ຽນສີຈາກສີຟ້າເປັນສີສົ້ມແດງ ແລະ ສີບົວປົນມ່ວງ ທີ່ສະທ້ອນໃສ່ກ້ອນເມກ. ແສງສຸດທ້າຍຂອງມື້ຈະສາດສ່ອງໃສ່ ພະທາດພູຟ້າ ເຮັດໃຫ້ພະທາດປະກາຍສະຫງ່າງາມ. ບັນຍາກາດອ້ອມຂ້າງຈະງຽບສະຫງົບ, ມີພຽງສຽງລົມພັດຜ່ານຍອດໄມ້ ແລະ ອາກາດທີ່ເລີ່ມເຢັນລົງເລື້ອຍໆ.

ນອກຈາກແຫລ່ງທ່ອງທ່ຽວພູຟ້າແລ້ວ, ແຂວງຜົ້ງສາລີ ຍັງມີສວນຊາ 400 ປີ ບ້ານກໍໂນ້ຍ ຕັ້ງຢູ່ເມືອງຜົ້ງສາລີ, ເປັນສວນຊາເກົ່າແກ່ທີ່ຕົ້ນຊາມີອາຍຸຫລາຍຮ້ອຍປີ ແລະ ມີຕົ້ນໃຫຍ່ສູງ ໂດຍຊາຜົ້ງສາລີ ມີກິ່ນຫອມເປັນເອກະລັກ ແລະ ເປັນຂອງຝາກຂອງຕ້ອນທີ່ມີຊື່ສຽງທີ່ສຸດຂອງແຂວງ. ສຳລັບຢູ່ເມືອງຂວາ ເປັນເມືອງທ່າທີ່ສຳຄັນຕາມລຳນ້ຳອູ, ເປັນຈຸດເລີ່ມຕົ້ນ ຫລື ຈຸດແວ່ພັກຂອງການເດີນທາງດ້ວຍເຮືອຊົມທຳມະຊາດສອງຝັ່ງນ້ຳອູ ທີ່ຕິດພັນກັບຜາຫີນຊັນ ແລະ ປ່າໄມ້ຂຽວອຸ່ນທຸ່ມ. ຂະນະທີ່ເມືອງຍອດອູ ເປັນເມືອງດິນແດນເໜືອສຸດຂອງລາວ ທີ່ມີຊາຍແດນຕິດກັບປະເທດຈີນ, ເປັນເມືອງທີ່ມີຄວາມງຽບສະຫງົບ, ທຳມະຊາດສົດຊື່ນ ແລະ ມີວັດວາອາຮາມເກົ່າແກ່ທີ່ສະທ້ອນເຖິງສະຖາປັດຕະຍະກຳທ້ອງຖິ່ນ. ແນວໃດກໍຕາມນອກຈາກແຫລ່ງທ່ອງທ່ຽວທາງທຳມະຊາດແລ້ວຜົ້ງສາລີຍັງມີຈຸດເດັ່ນດ້ານວິຖີຊີວິດ ແລະ ວັດທະນະທຳຂອງຫລາຍຊົນເຜົ່າ ເຊັ່ນ: ເຜົ່າຜູ້ໄທອາຂ່າໄທດຳລື້ ແລະ ອື່ນໆ. ການເຂົ້າໄປຢ້ຽມຢາມຊຸມຊົນ ຈະເປີດໂອກາດໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບການແຕ່ງກາຍພາສາປະເພນີອາຫານພື້ນເມືອງ ແລະ ເຮືອນໄມ້ຮູບຊົງດັ້ງເດີມຂອງແຕ່ລະຊົນເຜົ່າ. ດ້ວຍຈຸດເດັ່ນທີ່ຫລາກຫລາຍທັງດ້ານທຳມະຊາດພູຜາສາຍນ້ຳທະເລໝອກສວນຊາເກົ່າແກ່ ແລະ ວິຖີຊີວິດຊົນເຜົ່າແຂວງຜົ້ງສາລີ ຈຶ່ງເປັນດິນແດນອີກແຫ່ງໜຶ່ງທີ່ຄວນສຳຜັດ. ການເດີນທາງມາຢ້ຽມຢາມຜົ້ງສາລີ ບໍ່ພຽງແຕ່ໄດ້ສຳຜັດຄວາມງາມຂອງທຳມະຊາດ ແຕ່ຍັງໄດ້ຮຽນຮູ້ຄຸນຄ່າຂອງວັດທະນະທຳປະເພນີ ແລະ ພູມປັນຍາທ້ອງຖິ່ນອີກດ້ວຍ.

KPL

ຂ່າວອື່ນໆ

ads
ads

Top