ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ

13/08/2026 10:08
Email Print 2215
ຂປລ ໃນວັນທີ 11 ສິງຫາ 2026 ນີ້, ຄະນະຮັບຜິດຊອບ ພິທີຊາປະນະກິດສົບລະດັບຊາດ ໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສ້ົາສະຫລົດໃຈຈາກຄະນະປະຈຳສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຕ່ໍການເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ.

ຂປລ.  ເນ້ືອໃນໂທລະເລກໄດ້ລະບຸວ່າ: ຄະນະປະຈຳສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ມີວາມເສົ້າສະຫລົດໃຈ ແລະ ສຸດແສນອາໄລເມື່ອໄດ້ຮັບຂ່າວຕໍ່ການເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການ ກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຂໍສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງມາຍັງສະພາແຫ່ງຊາດ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄອບຄົວ ແລະ ຍາດຕິພີ່ນ້ອງຂອງ ສະຫາຍ ໄຊສົມພອນ ພົມວິຫານ.

   ພວກຂ້າພະເຈົ້າຈະຈາລຶກຄຸນງາມຄວາມດີຂອງສະຫາຍ ໄຊສົມພອນ ພົມວິຫານ ທ່ີໄດ້ປະກອບສ່ວນອັນສໍາຄັນຢ່າງໃຫຍ່ຫລວງເຂົ້າໃນພາລະກິດການສ້າງສາສັງຄົມນິຍົມຂອງປະຊາຊົນລາວ ກໍຄື ການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີງາມລະຫວ່າງ ສອງຊາດ ສປປ ເກົາຫລີ ແລະ ສປປ ລາວ ຕະຫລອດໄປ.

KPL

ຂ່າວອື່ນໆ

    • ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກ

      9/10/2026 10:45:30 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານພັກ ສະໄໝ XII ແລະ ບັນດາເອກະສານສຳຄັນຕ່າງໆຂອງພັກ ໃນວັນທີ 9 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ພະນັກງານຫລັກແຫລ່ງ, ພ້ອມດ້ວຍສະມາຊິກພັກ- ພະນັກງານລັດຖະກອນເຂົ້າຮ່ວມ.

    • ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີການເມືອງ

      ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີ

      9/10/2026 10:37:33 AM

      ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກໄລຍະ 2021-2025 ແລະ ວາງທິດທາງແຜນການໄລຍະ 2026-2030 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ມີຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

    • ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ  3RC-CCMການເມືອງ

      ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

      9/8/2026 11:54:28 AM

      ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ຄຊກລ ໄດ້ໃຫ້ສໍາພາດຕໍ່ສຶ່ມວນຊົນ ໂດຍໄດ້ຢືນຢັນຢ່າງໜັກແໜ້ນວ່າ: ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (3RC CCM) ໂດຍໄດ້ມີການກະກຽມຄວາມພ້ອມຢ່າງຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ.

    • ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການການເມືອງ

      ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການ

      9/7/2026 7:36:33 PM

      ໃນວັນທີ 3 ກັນຍາ 2026, ທີ່ນະຄອນຫຼວງອັດສະຕານາ, ສາທາລະນະລັດ ກາຊັກສະຖານ, ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອວາງຂອບ ແລະ ສ້າງພື້ນຖານ ໃຫ້ແກ່ການຮ່ວມມືວຽກງານໄອຍະການ ລະຫວ່າງສອງອົງການ ໃນຕໍ່ໜ້າຢ່າງມີປະສິດທິຜົນ.

    • ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

      9/7/2026 12:47:54 PM

      ໃນວັນທີ 1 ກັນຍາ 2026 ທີ່ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).

ads
ads

Top