ອິນເດຍ ຍິງຈະຫລວດຂົນສົ່ງດາວທຽມ ຂຶ້ນສູ່ວົງໂຄຈອນ 36 ດວງ

27/03/2023 22:05
Email Print 178
ຂປລ ອົງການວິໄຈ ອາວະກາດ ແຫ່ງ ອິນເດຍ (ISRO) ໄດ້ຍິງຈະຫລວດ ແອລວີເອັມ3 (LVM3) ຊຶ່ງມີ ນໍ້າໜັກ ຫລາຍທີ່ສຸດ ຂອງ ອິນເດຍ ເພື່ອຂົນສົ່ງດາວທຽມ ຂຶ້ນສູ່ອາວະກາດ ຈຳນວນ 36 ດວງ

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 26 ມີນາ, ອົງການວິໄຈ ອາວະກາດ ແຫ່ງ ອິນເດຍ (ISRO) ໄດ້ຍິງຈະຫລວດ ແອລວີເອັມ3 (LVM3) ຊຶ່ງມີ ນໍ້າໜັກ ຫລາຍທີ່ສຸດ ຂອງ ອິນເດຍ ເພື່ອຂົນສົ່ງດາວທຽມ ຂຶ້ນສູ່ອາວະກາດ ຈຳນວນ 36 ດວງ ຈາກສູນອາວະກາດ ສາທິດ ທາວັນ ແຄມຝັ່ງອ່າວເບງກໍລ ໃກ້ບໍລິເວນ ລັດອານທຳ ທາງພາກໃຕ້ຂອງ ອິນເດຍ. ອົງການດັ່ງກ່າວ ເປີດເຜີຍວ່າ ການປະຕິບັດ ພາລະກິດ ແອລວີເອັມ3-ເອັມ3 ແມ່ນພາລະກິດ ຊຶ່ງການຄ້າ ສຳລັບ ລູກຄ້າ ຕ່າງປະເທດ ໄດ້ແກ່ ວັນເວັບ (OneWeb) ທີ່ມີຖານ ຢູ່ໃນອັງກິດ. ນີ້ຖືເປັນ ພາລະກິດທີ 2 ສຳລັບວັນເວັບ ພາຍໃຕ້ ຂໍ້ຕົກລົງ ຊຶ່ງ ການຄ້າ ກັບ ບໍລິສັດ ນີວສະເປັກ ອິນເດຍ ລິມິເຕັດ (NSIL) ເພື່ອຈະສົ່ງດາວທຽມ ຂຶ້ນສູ່ວົງໂຄຈອນຕໍ່າຂອງໂລກ ລວມມີ 72 ດວງ. /

KPL

ຂ່າວອື່ນໆ

ads
ads

Top