ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

21/10/2026 09:53
Email Print 136
ຂປລ ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 20 ຕຸລາ 2026 ນີ້ວ່າ: ສະພາບການຄ້າມະນຸດທີ່ເກີດຂຶ້ນຫຼາຍໃນປີ 2025 ເປັນຕົ້ນການແຕ່ງດອງທີ່ມີລັກສະນະແອບແຝງ ໂດຍສວຍໃຊ້ສື່ສັງຄົມອອນລາຍສະເໜີຄ່າດອງສູງ, ມີການບັງຄັບ, ມີການຕົວະຍົວະ, ປອມແປງເອກະສານ ແລະ ອື່ນໆ. ໃນປີ 2025 ພົບເຫັນແມ່ຍິງລາວຖືກຫຼອກລວງໄປແຕ່ງດອງຢູ່ຕ່າງປະເທດຈຳນວນຫຼາຍ; ການຮັບຈ້າງຖືພາແທນ (ອຸ້ມບຸນ) ກາຍເປັນອາຊະຍາກຳຮູບແບບໃໝ່ ໂດຍມີການເປີດໂຮງໝໍ ຫຼື ຄລີນິກບັງໜ້າ ແຕ່ເບື້ອງຫຼັງແມ່ນການປະສົມພັນທຽມ ເພື່ອນຳສົ່ງເດັກອອກຕ່າງປະເທດ. ພ້ອມນີ້, ຍັງມີການຂູດຮີດແຮງງານ ແລະ ການຄ້າປະເວນີ ຊຶ່ງມັກເກີດຂຶ້ນຢູ່ຕາມສະຖານທີ່ຕ່າງໆ ໂດຍມີການກັກຂັງໜ່ວງໜ່ຽວຈຳກັດອິດສະລະພາບຂອງຜູ້ອອກແຮງງານ. ເນື່ອງຈາກແຮງງານສ່ວນຫຼາຍຖືກຊັກຈູງຜ່ານສື່ອອນລາຍ ເມື່ອເຮັດວຽກບໍ່ໄດ້ຕາມເປົ້າໝາຍກຳນົດ ກໍຈະຖືກບັງຄັບ, ຈຳກັດອິດສະລະພາບ ແລະ ບັງຄັບໃຫ້ເຮັດວຽກລ່ວງເວລາ.

ຕໍ່ກັບບັນຫາດັ່ງກ່າວ, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍພາຍໃຕ້ການນຳພາຊີ້ນຳຂອງລັດຖະບານ ໂດຍສະເພາະຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ແຂວງ, ເມືອງ ໄດ້ຊີ້ນຳຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດວຽກງານຢ່າງຕັ້ງໜ້າ ເປັນຕົ້ນວຽກງານການປ້ອງກັນສະກັດກັ້ນ ໂດຍສະເພາະການໂຄສະນາປູກຈິດສຳນຶກໄດ້ເນັ້ນໃສ່ການຕອບໂຕ້ກັບທ່າອ່ຽງອາຊະຍາກຳຮູບແບບໃໝ່ ແລະ ການນຳໃຊ້ເຕັກໂນໂລຊີ ເຊັ່ນ: ດ້ານສື່ມວນຊົນ ແລະ ອອນລາຍ: ໄດ້ເຜີຍແຜ່ສະປອດໂຄສະນາ ເພື່ອແຈ້ງເຕືອນປະຊາຊົນ (ສຽງເຕືອນທີ່ຄວນຟັງ, ວຽກໃນຝັນ, ຍ້ອນຄວາມລຳບາກຈຶ່ງຖືກຕົວະ, ເຕືອນສະຕິກ່ອນແຕ່ງດອງ); ການສອດແຊກເຂົ້າໃນຫຼັກສູດການສຶກສາ: ເປັນບາດກ້າວສຳຄັນໃນປີ 2025, ໄດ້ສຳເລັດການສອດແຊກວຽກງານຕ້ານການຄ້າມະນຸດເຂົ້າໃນຫຼັກສູດວິຊາສຶກສາພົນລະເມືອງ (ມ.ຕົ້ນ-ມ.ປາຍ) ພ້ອມທັງໄດ້ແຈກຢາຍປຶ້ມອ່ານເສີມຫຼາຍກວ່າ 6.250 ຫົວ ໃຫ້ບັນດາໂຮງຮຽນໃນທົ່ວປະເທດ. ນອກນີ້, ຄະນະກຳມະການຂັ້ນແຂວງ ແລະ ເມືອງ ຍັງໄດ້ລົງໂຄສະນາເຜີຍແຜ່ເຖິງ 983 ຄັ້ງ, ມີຜູ້ເຂົ້າຮ່ວມເຖິງ 126.616 ຄົນ, ຍິງ 56.216 ຄົນ.

ສຳລັບວຽກງານການດຳເນີນຄະດີ ແລະ ບັງຄັບໃຊ້ກົດໝາຍ ເຈົ້າໜ້າທີ່ໄດ້ສຸມໃສ່ແກ້ໄຂຄະດີຢ່າງຕັ້ງໜ້າ ໂດຍສະເພາະການມ້າງເຄືອຂ່າຍອາຊະຍາກຳໃນເຂດເສດຖະກິດພິເສດ ແລະ ການສະກັດກັ້ນການແຕ່ງດອງແອບແຝງ ຊຶ່ງເຈົ້າໜ້າທີ່ຕຳຫຼວດ (ປກສ) ໄດ້ຮັບຄະດີເຂົ້າໃໝ່ 45 ເລື່ອງ, ມີຜູ້ຖືກຫາ 119 ຄົນ, ຍິງ 75 ຄົນ. ໃນນັ້ນ, ຕ່າງປະເທດ 36 ຄົນ, ສາມາດກູ້ໄພ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ 86 ຄົນ, ຍິງ 80 ຄົນ, ຊຶ່ງເປັນເດັກອາຍຸຕ່ຳກວ່າ 18 ປີ ເຖິງ 71 ຄົນ. ຜົນການແກ້ໄຂໄດ້ສະຫຼຸບສຳນວນສົ່ງໃຫ້ອົງການໄອຍະການປະຊາຊົນ 36 ເລື່ອງ ແລະ ພວມສືບສວນ-ສອບສວນ 16 ເລື່ອງ. ສ່ວນວຽກງານການປົກປ້ອງ ແລະ ຊ່ວຍເຫຼືອຜູ້ເຄາະຮ້າຍໄດ້ມີການຍົກລະດັບກົນໄກການຊ່ວຍເຫຼືອໃຫ້ມີຄວາມວ່ອງໄວ ແລະ ກວມເອົາຫຼາຍພື້ນທີ່ຫຼາຍຂຶ້ນ ເປັນຕົ້ນການຊ່ວຍເຫຼືອໂດຍກົງ: ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສາມາດຕ້ອນຮັບ ແລະ ຊ່ວຍເຫຼືອຜູ້ເຄາະຮ້າຍເຂົ້າພັກເຊົາໄດ້ 34 ຄົນ, ຍິງ 29 ຄົນ, ສູນກາງຊາວໜຸ່ມ ກໍໄດ້ໃຫ້ຄຳປຶກສາແກ່ໄວໜຸ່ມ-ຊາວໜຸ່ມຈຳນວນ 889 ຄັ້ງ. ການຮ່ວມມືກັບອົງການຈັດຕັ້ງສັງຄົມ, ຂະແໜງການລັດ (ທັງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ ແຂວງສະຫວັນນະເຂດ ແລະ ແຂວງຫຼວງນ້ຳທາ) ໄດ້ເພີ່ມທະວີການປະສານສົມທົບກັບສະມາຄົມບ້ານແສງສະຫວ່າງ ໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ, ສາມາດລົງພື້ນທີ່ຊ່ວຍເຫຼືອກຸ່ມສ່ຽງ, ໄວໜຸ່ມວ່າງງານ ແລະ ແຮງງານລາວທີ່ກັບຈາກຕ່າງປະເທດ ໃຫ້ໄດ້ຮັບການພັດທະນາສີມືແຮງງານ, ຊອກວຽກເຮັດງານທຳໃນລະບົບທີ່ຖືກຕ້ອງ ແລະ ສົ່ງເສີມໃຫ້ຜູ້ດ້ອຍໂອກາດໄດ້ເຂົ້າເຖິງການສຶກສາຢ່າງເປັນຮູບປະທຳ, ພ້ອມທັງຂະຫຍາຍຕາໜ່າງການຊ່ວຍເຫຼືອຂັ້ນທ້ອງຖິ່ນ ຊຶ່ງບັນດາແຂວງໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ສູນປົກປ້ອງຂັ້ນແຂວງ ໂດຍສະເພາະການຮອງຮັບແຮງງານທີ່ຖືກຫຼອກລວງຈາກບັນດາເຂດເສດຖະກິດພິເສດ ແລະ ການແກ້ໄຂບັນຫາແບບມອບເໝົາ ໂດຍເນັ້ນການສົ່ງກັບຄືນສູ່ພູມລຳເນົາຢ່າງປອດໄພ ພ້ອມທັງມອບເງິນອຸດໜູນເບື້ອງຕົ້ນ.

ທ່ານ ພັອ ກິແກ້ວ ຈັນທະລັງສີ ຍັງໃຫ້ຮູ້ອີກວ່າ: ສຳລັບວຽກງານການພົວພັນຮ່ວມມືກັບຕ່າງປະເທດ ແລະ ສາກົນ ໃນປີ 2025, ວຽກງານພົວພັນຮ່ວມມືໄດ້ມີການເຄື່ອນໄຫວທີ່ພົ້ນເດັ່ນ ໂດຍສະເພາະກະຊວງການຕ່າງປະເທດ ໄດ້ເປັນເຈົ້າການໃນການກະກຽມຄວາມພ້ອມ ເພື່ອຈັດກອງປະຊຸມໜ່ວຍງານວິຊາການຕ້ານການຄ້າມະນຸດຮ່ວມກັບອົງການຈັດຕັ້ງສາກົນ ສິ່ງທີ່ພົ້ນເດັ່ນທີ່ສຸດຄື ການກະກຽມຈັດກອງປະຊຸມຄະນະຈຸດປະສານງານແຫ່ງຊາດ ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງສາກົນ ວ່າດ້ວຍການເຄື່ອນຍ້າຍຖິ່ນຖານຢ່າງປອດໄພ, ເປັນລະບຽບ ແລະ ປົກກະຕິ (GCM) ຊຶ່ງເປັນບາດກ້າວສຳຄັນໃນການເຊື່ອມໂຍງມາດຕະຖານສາກົນເຂົ້າໃນການຄຸ້ມຄອງແຮງງານເຄື່ອນຍ້າຍຂອງລາວ; ພ້ອມທັງການຍົກລະດັບກົນໄກການປົກປ້ອງແຮງງານຂ້າມຊາດ ພາຍໃຕ້ການສະໜັບສະໜູນຈາກອົງການແຮງງານສາກົນ (ILO), ສູນກາງສະຫະພັນກຳມະບານລາວ ໄດ້ສຳເລັດການກະກຽມລົງນາມບົດບັນທຶກການຮ່ວມມືກັບອົງການກຳມະບານແຫ່ງປະເທດໄທ ແນໃສ່ການສ້າງຕາໜ່າງຊ່ວຍເຫຼືອ ແລະ ປົກປ້ອງສິດທິອັນຊອບທຳຂອງຜູ້ອອກແຮງງານລາວທີ່ອາໄສຢູ່ປະເທດໄທ ແລະ ຜູ້ອອກແຮງງານໄທທີ່ອາໄສຢູ່ລາວ. ພ້ອມນີ້, ການຮ່ວມມືຍົກລະດັບຂະບວນການຍຸຕິທຳ ຊຶ່ງອົງການໄອຍະການປະຊາຊົນສູງສຸດ ໄດ້ຮ່ວມມືກັບແຜນງານອາຊຽນ-ອົດສະຕຣາລີ ໃນການກະກຽມສ້າງເອກະສານຝຶກອົບຮົມລະດັບຊາດ. ນອກຈາກນີ້, ຍັງໄດ້ເຮັດວຽກຮ່ວມກັບອົງການ IOM ເພື່ອສ້າງປຶ້ມຄູ່ມືມາດຕະຖານວ່າດ້ວຍການສຳພາດ ແລະ ການເອົາຄຳໃຫ້ການຂອງຜູ້ເຂົ້າຮ່ວມຄະດີຄ້າມະນຸດ ເພື່ອຮັບປະກັນການດຳເນີນຄະດີທີ່ເຊື່ອຖືໄດ້ ແລະ ໄດ້ມາດຕະຖານສາກົນ.

ພາບ: ວີລະວັນ

KPL

ຂ່າວອື່ນໆ

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

    • ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍວັດທະນະທຳ-ສັງຄົມ

      ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍ

      10/15/2026 11:28:16 AM

      ໃນວັນທີ 12 ຕຸລາ 2026 ຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຈັງ ອິກບົ່ງ (Jang Ik-bong) ຮອງປະທານສະພາເມືອງຊອງຈູ (Seongju County Council Vice Chairman) ແລະ ຂະແໜງການທີ່ກ່ຽວຂ້ອງຈາກເມືອງຊອງຈູ ສ ເກົາຫຼີ ເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດງານໃນການຈັດສົ່ງແຮງງານລະດູການ, ພ້ອມທັງສະເໜີທິດທາງການສືບຕໍ່ຮ່ວມມື ລະຫວ່າງ ກົມການຈັດຫາງານ, ກະຊວງ ຮສສ ແລະ ເມືອງຊອງຈູ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບຍິ່ງຂຶ້ນ.

ads
ads

Top