ຂປລ
ໃນວັນທີ 20 ຕຸລາ 2026 ນີ້, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027.
ຂປລ. ພາຍຫລັງທ່ີສະພາແຫ່ງຊາດ ໄດ້ຮັບຟັງການລາຍງານຈາກລັດຖະບານແລ້ວ, ຄະນະປະຈຳສະພາແຫ່ງຊາດ ແລະ ບັນດາ ສສຊ ໄດ້ສຸມສະຕິປັນຍາລົງເລິກຄົ້ນຄວ້າ, ວິເຄາະ-ວິໄຈ ລວມທັງນຳເອົາຄຳຄິດຄຳເຫັນຂອງພໍ່ແມ່ປະຊາຊົນມາເປັນການຕີລາຄາ, ປະກອບຄຳເຫັນໃສ່ການຈັດຕ້ັງປະຕິບັດແຜນດ່ັງກ່າວ ທ່ີລັດຖະບານໄດ້ສະເໜີຕໍ່ກອງປະຊຸມໃນຄັ້ງນີ້, ດ້ວຍຄວາມຮັບຜິດຊອບສູງ, ມີຈຸດສຸມ ແລະ ຟົດຟື້ນ ຊຶ່ງສາມາດເຫັນໄດ້ບັນຫາຕ່າງໆເປັນຕົ້ນບັນຫາການຮົ່ວໄຫລການຈັດເກັບລາຍຮັບງົບປະມານ, ບັນຫາການຄຸ້ມຄອງລົດບັນທຸກເກີນຂອບເຂດທີ່ເປັນສາເຫດເຮັດໃຫ້ເສັ້ນທາງເປ່ເພ, ບັນຫາການເຊົ່າ ແລະ ສໍາປະທານ, ບັນຫາການຂຸດຄ້ົນແຮ່ທາດ ແລະ ອື່ນໆ ຊຶ່ງລ້ວນແລ້ວແຕ່ແມ່ນບັນຫາທີ່ສັງຄົມ ແລະ ປະຊາຊົນກຳລັງໃຫ້ຄວາມສົນໃຈຢ່າງສູງ. ຕ່ໍກັບບັນຫາດ່່ັງກ່າວ, ບັນດາສະ ມາຊິກສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານນໍາໄປປັບປຸງແກ້ໄຂ ໂດຍປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງກັບກົດໝາຍ, ມະຕິຂອງສະພາແຫ່ງຊາດ ແລະ ສະພາບເງື່ອນໄຂຄວາມເປັນຈິງຂອງປະເທດ ເພື່ອແກ້ໄຂບັນຫາໃຫ້ຖືກຈຸດ, ຖືກກັບເນື້ອໃນຈິດໃຈຂອງພໍ່ແມ່ປະຊາຊົນທີ່ໄດ້ປະສົບພົບພໍ້ໃນຂອບເຂດທົ່ວປະເທດ ຊຶ່ງທ່ານນາຍົກລັດຖະມົນຕີກໍໄດ້ອະທິບາຍ, ຊີ້ແຈງຕໍ່ຄໍາຊັກຖາມ ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ສະມາຊິກສະພາແຫ່ງຊາດ, ພ້ອມທັງໃຫ້ຄໍາໝັ້ນສັນຍາຕໍ່ກອງປະຊຸມຈະສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາຕ່າງໆໃຫ້ດີ ແລະ ຖືກຕ້ອງຕາມກົດໝາຍເພື່ອສ້າງຄວາມເຂົ້າໃຈຄວາມເຊື່ອໝັ້ນໃຫ້ພະນັກງານ, ທະຫານຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າຕໍ່ການບໍລິຫານຂອງລັດຖະບານໃນຕໍ່ໜ້າ.
ສໍາລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2026 ກອງປະຊຸມສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ແລະ ຄວາມພະຍາຍາມສູ້ຊົນຂອງລັດຖະບານ ໃນການຈັດຕັ້ງປະຕິບັດທ່າມກາງສະພາບການພາກພື້ນ ແລະ ສາກົນທີ່ມີຄວາມຜັນແປສັບສົນ, ສົງຄາມຢູ່ຕາເວັນອອກກາງ, ການແຂ່ງຂັນທາງການຄ້າ, ການເພີ່ມຂຶ້ນຂອງລາຄານ້ຳມັນເຊ້ືອໄຟ, ໄພພິບັດທາງທຳມະຊາດ. ພາຍໃຕ້ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ການຮ່ວມມືຂອງທຸກພາກສ່ວນ, ປະເທດເຮົາຍັງສືບຕ່ໍຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນ່ືອງ ຊ່ຶງການເຕີບໂຕທາງເສດຖະກິດ (GDP) ສາມາດບັນລຸໄດ້ 5,1%, ສາມາດຮັກສາໄດ້ສະຖຽນລະພາບດ້ານເງິນຕາ ແລະ ສາມາດປະຕິບັດໄດ້ບາງຄາດໝາຍ ດ້ານວັດທະນະທໍາ-ສັງຄົມ. ເຖິງຢ່າງໃດກໍຕາມ, ສະພາແຫ່ງຊາດ ກໍໄດ້ສະເໜີໃຫ້ລັດຖະບານເອົາໃຈໃສ່ແກ້ໄຂບັນຫາການຂົນສົ່ງລົດບັນທຸກນ້ຳໜັກເກີນທີ່ເຮັດໃຫ້ເສັ້ນທາງເປ່ເພ, ການຄຸ້ມຄອງການລົງທຶນຂອງລັດ-ເອກະຊົນ, ການເຊົ່າ-ສຳປະທານທີ່ດິນ ແລະ ການຂຸດຄົ້ນແຮ່ທາດໃຫ້ຖືກຕ້ອງຕາມກົດໝາຍ ແລະ ທ່ວງທັນກັບຄວາມຕ້ອງການຂອງສັງຄົມ.
ສຳລັບແຜນງົບປະມານແຫ່ງລັດ ປີ 2026 ກອງປະຊຸມສະພາແຫ່ງຊາດ ໄດ້ຕີລາຄາສູງຕ່ໍການຈັດເກັບລາຍຮັບງົບປະມານ ປະຈຳປີ 2026 ທີ່ສາມາດປະຕິບັດໄດ້ເຖິງ 110% ຂອງແຜນການຊຶ່ງລື່ນຄາດໝາຍທີ່ວາງໄວ້. ຜົນສຳເລັດດັ່ງກ່າວ, ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານ ແລະ ເຈົ້າໜ້າທ່ີຂະແໜງການເງິນໃນການສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ. ພ້ອມກັນນັ້ນ, ສະພາແຫ່ງຊາດກໍໄດ້ເນັ້ນໃຫ້ລັດຖະບານເອົາໃຈໃສ່ເພີ່ມທະວີວິໄນການເງິນ-ງົບປະມານຢ່າງເຂັ້ມງວດ, ສະກັດກັ້ນການຮົ່ວໄຫລຂອງລາຍຮັບ, ການຄຸ້ມຄອງລາຍຈ່າຍງົບປະມານໃຫ້ມີປະສິດທິຜົນສູງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການ ເງິນ-ງົບປະມານຂອງປະເທດໃນໄລຍະຍາວ.
ຕໍ່ກັບທິດທາງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ປີ 2027 ກອງປະຊຸມເຫັນດີຕ່ໍການສະເໜີແຜນວຽກຈຸດສຸມ ແລະ ມາດຕະການຂອງລັດຖະບານໃນ ປີ 2027 ທີ່ລັດຖະບານໄດ້ສະເໜີໃນກອງປະຊຸມໃນຄັ້ງນີ້. ສະນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແຜນການດັ່ງກ່າວ, ມີຜົນສໍາເລັດ, ກອງປະຊຸມສະພາແຫ່ງຊາດ ໄດ້ສະເໜີບາງມາດຕະການເພີ່ມເຕີມ ຄື: ການກຳນົດແຜນວຽກຈຸດສຸມໂດຍສະເພາະອັດຕາການເຕີບໂຕເສດຖະກິດມະຫາພາກ ປີ 2027 ໂດຍລວມຜູ້ແທນເຫັນດີເປັນເອກະພາບແຕ່ຍັງມີຄວາມເປັນຫວ່ງຕໍ່ກັບຄາດໝາຍໃນປີ 2026 ທີ່ອາດຈະຍັງບໍ່ສາມາດບັນລຸແຜນທີ່ວາງໄວ້. ເພື່ອຮັບປະກັນໃຫ້ມີຜົນສໍາເລັດຈຶ່ງສະເໜີໃຫ້ມີການວິເຄາະ-ວິໄຈຢ່າງລະອຽດຂຶ້ນຕື່ມ; ສືບຕໍ່ເອົາໃຈໃສ່ຂະຫຍາຍການຫັນເປັນລະບົບທັນສະໄໝເຂົ້າໃນການຈັດເກັບລາຍຮັບໃຫ້ໄດ້ຫລາຍຂຶ້ນ ແລະ ທົ່ວເຖິງໂດຍສະເພາະຢູ່ບັນດາຫົວໜ່ວຍທຸລະກິດ. ສະໜອງງົບປະມານຢ່າງພຽງພໍ ເພື່ອສຸມໃສ່ການຫັນເປັນທັນສະໄໝຄວບຄູ່ກັບການເພີ່ມທະວີຄວາມເຂັ້ມງວດ ໃນການກວດກາເຈົ້າໜ້າທີ່ ແລະ ໜ່ວຍງານທີ່ມີສິດອະນຸມັດທີ່ປະຈຳຢູ່ດ່ານສາກົນ; ເອົາໃຈໃສ່ປັບປຸງ ແລະ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ການຈັດສັນງົບປະມານການລົງທຶນຂອງລັດ ໂດຍສະເພາະບັນດາໂຄງການໃຫ້ສຳເລັດ 100%; ປະເມີນ ແລະ ທົບທວນຄືນບັນດາໂຄງການທີ່ໄດ້ຮັບອະນຸມັດແລ້ວແຕ່ການຈັດຕັ້ງປະຕິບັດຊັກຊ້າ ຫລື ບໍ່ມີຄວາມຄືບໜ້າ (ໂດຍສະເພາະໂຄງການລະດັບຊາດ) ເພ່ືອແກ້ໄຂບັນຫາການເອົາໂຄງການໄປຂາຍ/ໂອນຕໍ່ ໂດຍບ່ໍຜ່ານລັດຖະບານ, ພ້ອມທັງກວດກາຄືນການດັດແກ້ມູນຄ່າໂຄງການທ່ີຫົວໜ່ວຍລາຄາສູງເກີນ.
ສຳລັບການດຶງດູດການລົງທຶນ, ການສ້າງສູນບໍລິການປະຕູດຽວ ເຫັນວ່າຫລາຍບ່ອນການເຄື່ອນໄຫວບໍ່ມີປະສິດທິຜົນຍ້ອນງົບປະມານຍັງມີຈໍາກັດ, ຫລາຍຂະແໜງການບໍ່ໄດ້ສົ່ງພະນັກງານຂອງຕົນລົງປະຈຳເພື່ອອຳນວຍຄວາມສະດວກໃຫ້ນັກລົງທຶນ, ນະໂຍບາຍ ແລະ ການກຳນົດເຂດລົງທຶນຍັງບໍ່ມີຄວາມຊັດເຈນ, ການກຳນົດຂັ້ນຄຸ້ມຄອງຕ້ອງມີຄວາມຊັດເຈນຕື່ມ; ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ, ຫລຸດຜ່ອນການນໍາເຂົ້າ ແລະ ຜະລິດເປັນສິນຄ້າສ່ົງອອກໃຫ້ຫລາຍຂ້ຶນ, ພ້ອມທັງໃຫ້ຕິດພັນກັບຕ່ອງໂສ້ການຜະລິດ, ປັບປຸງພື້ນຖານໂຄງລ່າງໃຫ້ເຊື່ອມຈອດກັນ ເພື່ອເປັນການຊຸກຍູ້ການຄ້າຂາຍຜົນຜະລິດກະສິກໍາຂອງປະຊາຊົນ ແລະ ຮັບປະກັນການເຂົ້າເຖິງຕະຫລາດໃຫ້ທ່ວງທັນຕາມອາຍຸຂອງຜະລິດຕະພັນ. ນອກຈາກນັ້ນ, ກໍໃຫ້ມີການຊຸກຍູ້ດ້ານປັດໃຈການຜະລິດ ເພື່ອຫລຸດຜ່ອນການນໍາເຂົ້າຈາກຕ່າງປະເທດ; ກວດກາຄືນບັນດາໂຄງການເຊ່ົາ-ສຳປະທານທີ່ດິນທີ່ໄດ້ຮັບອະນຸມັດຈາກສູນກາງ ແລະ ທ້ອງຖິ່ນທີ່ບ່ໍມີການພັດທະນາ, ການນຳໃຊ້ບໍ່ຖືກເປົ້າໝາຍ, ການອະນຸມັດທັບຊ້ອນ, ໂຄງການທ່ີສ່ົງຜົນກະທົບຕ່ໍທ່ີດິນ ແລະ ຊັບສິນຂອງປະຊາຊົນ; ຈັດສັນງົບປະມານເຂ້ົາໃນການຈັດຕ້ັງປະຕິບັດວຽກງານການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້, ພ້ອມທັງມີມາດຕະການເດັດຂາດຕ່ໍກັບຜູ້ບຸກລຸກ, ຈັບຈອງ ແລະ ນໍາໃຊ້ທີ່ດິນປ່າໄມ້ໂດຍບໍ່ໄດ້ຮັບອະນຸຍາດ; ປະເມີນຄືນການຈັດຕັ້ງປະຕິບັດຍຸດ ທະສາດແຮ່ທາດ ຮອດປີ 2030 ໂດຍສະເພາະການກໍານົດປະເພດແຮ່ທາດທີ່ຄວນສົ່ງເສີມໃຫ້ມີການຂຸດຄ້ົນ, ແຮ່ທາດທ່ີຄວນຫວງຫ້າມ ຫລື ສະຫງວນ; ເພ່ີມມາດຕະການໃນການຄຸ້ມຄອງລົດບັນທຸກນໍ້າໜັກເກີນ, ການດັດແປງເຕັກນິກລົດ ເພ່ືອບັນທຸກໃຫ້ໄດ້ຫລາຍ ແລະ ຊິງຊ່ັງນ້ໍາໜັກ, ສຸມໃສ່ການກ່ໍສ້າງ ແລະ ບູລະນະສ້ອມແປງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງຍຸດທະສາດ, ທາງຫລວງແຫ່ງຊາດ, ບັນດາເສັ້ນທາງເຂົ້າແຫລ່ງທ່ອງທ່ຽວທີ່ເປ່ເພຢ່າງໜັກໜ່ວງ ແລະ ບັນດາເສັ້ນທາງທີ່ມີຄວາມສໍາຄັນ ແລະ ຈໍາເປັນຕາມຊາຍແດນທີ່ມີການຂົນສ່ົງສິນຄ້າເຂົ້າ-ອອກຜ່ານດ່ານສາກົນຕ່າງໆ; ຄົ້ນຄວ້າສ້າງໂຮງຮຽນກິນນອນ, ຫໍພັກນັກຮຽນ ເພື່ອແກ້ໄຂບັນຫາການປະລະການຮຽນຢູ່ເຂດຊົນນະບົດຫ່າງໄກສອກຫລີກ, ປະຕິບັດນະໂຍບາຍໃຫ້ຄູສອນຢູ່ເຂດພູດອຍ, ພ້ອມທັງປັບປຸງຫລັກສູດການຮຽນ-ການສອນ ໃຫ້ແທດເໝາະກັບທ້ອງຖ່ິນ; ສຸມໃສ່ຈັດສັນງົບປະມານໃຫ້ຂະແໜງສຶກສາໃຫ້ໄດ້ 18% ຕາມກົດໝາຍກໍານົດ ໂດຍສະເພາະຮ່ວງສົ່ງເສີມວິຊາການໃຫ້ຫລາຍຂ້ຶນ ເພ່ືອໃຫ້ເດັກໃນໄວຮຽນໄດ້ຮັບການສຶກສາ ແລະ ການສຶກສາສາຍວິຊາຊີບໂດຍບໍ່ເສຍຄ່າ ເພື່ອຫລຸດຜ່ອນການປະລະການຮຽນ, ເພີ່ມອັດຕາເບ້ຍລ້ຽງໃຫ້ແກ່ນັກຮຽນຊົນເຜ່ົາ ເພ່ືອສ່ົງເສີມການເຂົ້າເຖິງການສຶກສາ, ຮັບປະກັນງົບປະມານໃຫ້ບັນດາໂຄງການທີ່ໄດ້ຮັບການອະນຸມັດແລ້ວໃຫ້ສາມາດຈັດຕ້ັງປະຕິບັດໄດ້; ຈັດສັນງົບປະມານໃຫ້ຂະແໜງສາທາລະນະສຸກໃຫ້ໄດ້ 9% ຕາມທ່ີກົດໝາຍກຳນົດ; ເອົາໃຈໃສ່ຕໍ່ວຽກງານແມ່-ເດັກ ແລະ ໂພຊະນາການທີ່ຕິດພັນກັບ 7 ຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ເປັນຄາດໝາຍທ່ີມີຄວາມສ່ຽງຈະບ່ໍບັນລຸ; ຈັດສັນງົບປະມານສະເພາະໃຫ້ວຽກງານເກັບກູ້ລະເບີດບ່ໍທັນແຕກ ພ້ອມທັງ, ເປັນເຈົ້າການລະດົມທຶນຊ່ວຍເຫລືອ ຈາກຫລາຍພາກສ່ວນດ້ວຍຫລາຍ ຮູບການທ່ີເໝາະສົມ; ເພ່ີມທະວີການໂຄສະນາເຜີຍແຜ່ຢ່າງກວ້າງຂວາງລວມທັງການປະເມີນຜົນການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາກ່ຽວກັບການນຳໃຊ້ເຄມີທ່ີຖືກຄວບຄຸມການນຳໃຊ້ ໂດຍສະເພາະການນຳໃຊ້ເຄມີຢູ່ໂຮງງານຜະລິດຢາ, ການປຸງແຕ່ງຕ່າງໆເພື່ອເຮັດໃຫ້ການນໍາໃຊ້, ການຜະລິດຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.
ຂ່າວ: ກິດຕາ; ພາບ: ເກດສະໜາ
KPL