ປະທານປະເທດ ລົງຊຸກຍູ້ວຽກງານ ຢູ່ແຂວງສະຫວັນນະເຂດ

24/03/2023 16:11
Email Print 1972
ຂປລ ຂປລ. ໃນໂອກາດທີ່ ລົງຢ້ຽມຢາມ, ຊຸກຍູ້ວຽກງານດ້ານຕ່າງໆ ຢູ່ແຂວງສະຫວັນນະເຂດ ໃນວັນທີ 23 ມີນາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍການນໍາຈາກກະຊວງຕ່າງໆ ໄດ້ໄປຢ້ຽມຢາມ ຫໍພິພິດທະພັນໄດໂນເສົາ

 

  ຂປລ. ໃນໂອກາດທີ່ ລົງຢ້ຽມຢາມ, ຊຸກຍູ້ວຽກງານດ້ານຕ່າງໆ ຢູ່ແຂວງສະຫວັນນະເຂດ ໃນວັນທີ 23 ມີນາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍການນໍາຈາກກະຊວງຕ່າງໆ ໄດ້ໄປຢ້ຽມຢາມ ຫໍພິພິດທະພັນໄດໂນເສົາ, ເຂດພັດທະນາແຄມຂອງ, ຢ້ຽມຢາມຫໍວາງສະແດງຂອງແຂວງ ແລະບໍລິ ເວນໄກ້ຄຽງ ທີ່ເປັນເຂດທ່ອງທ່ຽວຕົວເມືອງເກົ່າ ນະຄອນໄກສອນ ພົມວິຫານ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ບັນດາການນໍາຂັ້ນແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງຮ່ວມຕິດຕາມ.
   ການລົງຢ້ຽມຢາມຄັ້ງນີ້, ໄດ້ຮັບຟັງລາຍງານກ່ຽວກັບ ປະຫວັດຄວາມເປັນມາ ຂອງແຕ່ລະສະຖານທີ່, ລວມທັງການເຄື່ອນໄຫວ, ການພັດທະນາໃນໄລຍະທີ່ຜ່ານມາ ແລະ ແຜນການທີ່ຈະສືບຕໍ່ໃນຕໍ່ໜ້າ. ໃນນີ້, ກໍມີແຜນພັດທະນາ ສົ່ງເສີມການທ່ອງທ່ຽວ ຈາກພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໃນເຂດຫໍວາງສະແດງຂອງແຂວງ ລວມທັງບັນດາກິຈະກໍາທີ່ໄດ້ປະຕິບັດຜ່ານມາ ແລະ ກິຈະກໍາທີ່ກໍາລັງສືບຕໍ່
, ແຜນທີ່ຈະພັດທະນາ ເສັ້ນທາງວົງຈອນການທ່ອງທ່ຽວດ້ານວັດທະນະທໍາ ຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໂດຍສະເພາະ ເສັ້ນທາງໄປພະທາດອີງຮັງ ນະຄອນໄກສອນ ພົມວິຫານ, ເສັ້ນທາງ ໄປພະທາດໂພ່ນ, ເຮືອນຫີນ ເມືອງໄຊພູທອງ, ທາງໄປຫໍໄຕປີດົກ ແລະ ວົງຈອນທ່ອງທ່ຽວ ເມືອງຈໍາພອນ, ປັດຈຸບັນຫລາຍໂຄງການໄດ້ຈັດຕັ້ງປະຕິບັດແລ້ວ. ທັງນີ້ ກໍເພື່ອເປັນການປັບປຸງ ແລະ ພັດທະນາແຫລ່ງທ່ອງທ່ຽວ ໃຫ້ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ ຢູ່ແຂວງສະຫວັນນະເຂດ ໃຫ້ຫລາຍຂຶ້ນ, ທັງມີບັນຍາກາດທີ່ຄຶກຄື້ນກວ່າເກົ່າ.
   ໂອກາດດັ່ງກ່າວ, ທ່ານປະທານປະເທດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການນໍາຂອງແຂວງ
, ພະແນກການກ່ຽວຂ້ອງ ທີ່ໄດ້ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ ແລະ ມີແຜນທີ່ຈະພັດທະນາ ເພາະວ່າວຽກງານການທ່ອງທ່ຽວ ເປັນວຽກທີ່ສໍາຄັນ ສາມາດສ້າງລາຍໄດ້ແກ່ປະຊາຊົນ ແລະ ເປັນການສ້າງລາຍຮັບເຂົ້າງົບປະມານຂອງແຂວງ ຕື່ມອີກ.

ຂ່າວ-ພາບ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

 

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

      7/2/2025 12:13:13 PM

      ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.

    • ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນການເມືອງ

      ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ

      7/2/2025 12:05:08 PM

      ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ.

    • ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງການເມືອງ

      ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

      7/2/2025 11:54:47 AM

      ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່)

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ

      7/2/2025 11:45:14 AM

      ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ປະເທດເເອັດສະປາຍ.​

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top