ຂປລ
ກອງປະຊຸມປຶກສາຫາລືກ່ຽວກັບການນໍາໃຊ້ກົດໝາຍ ແລະ ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນທີ່ມີຄວາມຫຍຸ້ງຍາກ ຈັດຂຶ້ນໃນທ້າຍອາທິດຜ່ານມາ.
ຂປລ. ໂດຍການເປັນປະທານຮ່ວມຂອງ ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ຄໍາພັນ ພົມມະທັດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາ, ມີ ທ່ານນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ, ທ່ານ ບົວຄົງ ນາມມະວົງ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂ້ັນສູນກາງ, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານການພັກແຂວງຈຳປາສັກ ພ້ອມດ້ວຍຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ, ຂັ້ນແຂວງພາກກາງ- ພາກໃຕ້ເຂົ້າຮ່ວມ.
ໃນກອງປະຊຸມຄະນະຜູ້ແທນ ໄດ້ຮັບຟັງການລາຍງານສະພາບໄພພິບັດ, ແຜນກຽມພ້ອມຕອບໂຕ້ໄພພິບັດ ແລະ ທ່າແຮງໃນການກຽມພ້ອມຮັບມືກັບໄພພິບັດ ຂອງຄະນະກຳມະການຄຸ້ມຄອງໄພພິບັດຂ້ັນສູນກາງ, ຂັ້ນແຂວງ, ລາຍງານຮ່າງແນວຄວາມຄິດສ້າງສູນກຽມພ້ອມຕອບໂຕ້ໄພພິບັດປະຈໍາຢູ່ 3 ພາກ ຂອງປະເທດລາວ ໂດຍສະເພາະຢູ່ພາກໃຕ້ ທີ່ແຂວງຈຳປາສັກ, ລາຍງານຫຍໍ້ສະພາບໄພພິບັດທີ່ເກີດຂຶ້ນ, ການແກ້ໄຂ ແລະ ແຜນຮັບມືກັບສະພາບແຫ້ງແລ້ງ ຢູ່ແຂວງ ຈຳປາສັກ, ຮັບຟັງລາຍງານຈາກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກ່ຽວກັບແຜນກຽມພ້ອມຮັບມືກັບສະພາບແຫ້ງແລ້ງ, ການກຽມຄວາມພ້ອມທາງດ້ານກໍາລັງພົນ, ພາຫະນະ, ອຸປະກອນຈາກກະຊວງປ້ອງກັນປະເທດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ພ້ອມທັງແລກປ່ຽນບົດຮຽນວຽກງານຄຸ້ມຄອງໄພພິບັດບັນດາ ແຂວງພາກກາງ-ພາກໃຕ້ ກ່ຽວກັບແຜນການກຽມພ້ອມຮັບມືກັບສະພາບໄພພິບັດແຫ້ງແລ້ງແອວນິນໂຢ ແລະ ຮັບມືກັບສະພາບໃນໄລຍະລະດູຝົນຕໍ່ໜ້າຕື່ມອີກ.
ໂອກາດດຽວກັນ, ຄະນະດັ່ງກ່າວ ຍັງໄດ້ລົງຕິດຕາມພື້ນທີ່ຄວາມສ່ຽງຈາກສະພາບນໍ້າຖ້ວມໃນລະດູຝົນ ຢູ່ຈຸດປາກຫວ້ຍຂອງບ້ານຫວຍປູນ ແລະ ປາກຫ້ວຍ ຂອງບ້ານແກ ນະຄອນປາກເຊ ແຂວງຈໍາປາສັກ ຊຶ່ງ 2 ຈຸດ ຂອງ 2 ບ້ານ ແມ່ນມີສະພາບນໍ້າຖ້ວມໃນລະດູຝົນຂອງແຕ່ລະປີຜ່ານມາ ເນື່ອງຈາກເປັນພື້ນທີ່ຕໍ່າ, ການກໍ່ສ້າງຄູກັນນໍ້າຖ້ວມ (ກັນຕາຝັ່ງເຈື່ອນ) ທັງຢູ່ບ້ານ ຫ້ວຍປູນ ແລະ ບ້ານແກ ແມ່ນບໍ່ທັນສຳເລັດ ແລະ ໄດ້ມາດຕະຖານ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາເບີ່ງສະພາບຕົວຈິງຂອງພື້ນທີ່, ຊຸກຍູ້, ຊີ້ນໍາເຮັດໃຫ້ໃຫ້ການກໍ່ສ້າງຄູກັນນໍ້າຖ້ວມ (ກັນຕາຝັ່ງເຈື່ອນ) ທັງ 2 ບ້ານດຳເນີນໄປຢ່າງມີປະສິດທິພາບ, ປະສິດທິຜົນສໍາເລັດທັນຕາມກຳນົດເວລາ ແລະ ສາມາດປ້ອງກັນໄດ້ຈາກໄພພິບັດນໍ້າຖ້ວມ, ນໍ້າຊຸຸໃນລະດູຝົນທີ່ອາດຈະເກີດຂຶ້ນ ໃນປີ 2027 ທີ່ຈະມາເຖິິງ.
ຂ່າວ: ເກດສະໜາ, ພາບ: ຈັນທະວີສັກ
KPL