ຂປລ
ຂປລ. ຊົນເຜົ່າຫໍ້ ແມ່ນຊົນເຜົ່າໜຶ່ງໃນວົງຄະນາຍາດແຫ່ງຊາດລາວ ແລະ ຕັ້ງຖິ່ນຖານອາໄສຢູ່ທາງພາກເໜືອຂອງປະເທດລາວ

ຂປລ. ຊົນເຜົ່າຫໍ້ ແມ່ນຊົນເຜົ່າໜຶ່ງໃນວົງຄະນາຍາດແຫ່ງຊາດລາວ ແລະ ຕັ້ງຖິ່ນຖານອາໄສຢູ່ທາງພາກເໜືອຂອງປະເທດລາວ ໂດຍສະເພາະແມ່ນແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ. ຊົນເຜົ່ານີ້ມີພາສາປາກເວົ້າ ແລະ ມີຕົວໜັງສືຂຽນເປັນຂອງໂຕເອງ ພ້ອມທັງມີຮີດຄອງປະເພນີ, ຄວາມເຊື່ອຖື ແລະ ວັດທະນະທໍາອັນເປັນເອກະລັກທີ່ໄດ້ຮັບການສືີບທອດຈາກຫລາຍຮຸ່ນຄົນຈົນມາເຖິງປັດຈຸບັນ.
ຕາມປະຫວັດຄວາມເປັນມາ, ຊົນເຜົ່າຫໍ້ ມີຕົ້ນກຳເນີດຈາກປະເທດຈີນ ແລະ ໄດ້ອົບພະຍົບເຄື່ອນຍ້າຍມາຕັ້ງຖິ່ນຖານຢູ່ພາກເໜືອຂອງລາວ ເປັນຕົ້ນແມ່ນແຂວງຜົ້ງສາລີ ໃນທ້າຍສະຕະວັດທີ XIX. ໂດຍທົ່ວໄປແລ້ວຊົນເຜົ່າຫໍ້ ມັກປຸກບ້ານ ເຮືອນຢູ່ຕາມເຂດພູສູງ ທີ່ມີຄວາມສູງປະມານ 1.000-1.500 ແມັດ ເໜືອລະດັບນໍ້າທະເລ. ເຮືອນມີລັກສະນະເປັນເຮືອນຕິດດິນ ແລະ ມີການຈັດແບ່ງຫ້ອງນອນຕາມຈໍານວນສະມາຊິກໃນຄອບຄົວ. ນອກນີ້, ຍັງນິຍົມເອົາງ້າວ, ຫອກ, ດາບ ແລະ ເຄື່ອງມືໃນການຂ້າສັດປະດັບເອ້ໄວ້ເທິງປະຕູເຮືອນ.
ຊົນເຜົ່າຫໍ້ ມີອາຊີບຕົ້ນຕໍແມ່ນເຮັດໄຮ່ປູກເຂົ້າ, ເຮັດສວນປູກພືດຜັກຊະນິດຕ່າງໆ ແລະ ມີປະສົບການໃນການເຮັດກະສິກຳແບບປະສົມປະສານໃຫ້ສອດຄ່ອງກັບແຕ່ລະລະດູການຜະລິດ. ພ້ອມກັນນັ້ນ, ຍັງມີການລ້ຽງງົວ ແລະ ຄວາຍ ເພື່ອໃຊ້ເປັນແຮງງານລາກແກ່, ສ່ວນໝູ ແລະ ສັດປີກ ກໍນິຍົມລ້ຽງໄວ້ສຳລັບປະກອບພິທີກຳຕ່າງໆ, ຈຳໜ່າຍ ແລະ ແລກປ່ຽນເປັນສິ່ງຂອງທີ່ຈຳເປັນໃນຊີວິດປະຈຳວັນ ເຊັ່ນ: ເກືອ, ແປ້ງນົວ, ນ້ຳຕານ, ນໍ້າມັນເຊື້ອໄຟ ແລະ ອື່ນໆ.
ສຳລັບການສືບທອດມໍລະດົກ, ຊົນເຜົ່າຫໍ້ ຢຶດຖືການສືບທອດຕະກຸນທາງພໍ່ເປັນຫລັກ, ໃນຄອບຄົວພໍ່ຈະເປັນຜູ້ທີ່ມີສິດອໍານາດຕັດສິນບັນຫາຕ່າງໆ. ຕາມຮີດຄອງດັ້ງເດີມການສືບທອດມູນມໍລະດົກສ່ວນໃຫຍ່ແມ່ນລູກຊາຍ ໂດຍລູກຊາຍກົກຈະໄດ້ຮັບສ່ວນແບ່ງຫລາຍກວ່າລູກຄົນອື່ນໆ. ສ່ວນຄວາມເຊື່ອຖືຊົນເຜົ່ານີ້ ນັບຖືຜີ ໂດຍສະເພາະແມ່ນຜີພໍ່ແມ່, ຜີບັນພະບູລຸດທີ່ລ່ວງລັບໄປແລ້ວກໍຈະມີການເຮັດຮ້ານບູຊາໄວ້ໃນເຮືອນ.
ການແຕ່ງດອງຂອງຊົນເຜົ່າຫໍ້ ຈະແຕກຕ່າງກັບຊົນເຜົ່າອື່ນ, ຕາມຮີດຄອງດັ້ງເດີມການຕັດສິນໃຈເລືອກຄູ່ຄອງມັກຂຶ້ນກັບພໍ່ແມ່ເປັນຄົນເລືອກໃຫ້. ຫລັງຈາກແຕ່ງດອງແລ້ວ ລູກແມ່ຍິງຕ້ອງໄປຢູ່ເຮືອນຂອງພໍ່ແມ່ຜົວ ເພື່ອເບິ່ງແຍງລ້ຽງດູຄອບຄົວຂອງຜົວ. ນອກນີ້, ການເລືອກຄູ່ຄອງຍັງຄຳນຶງເຖິງຖານະຄອບຄົວຂອງຝ່າຍຊາຍເປັນສຳຄັນ.
ສຳລັບບຸນປະເພນີທີ່ສຳຄັນຂອງຊົນເຜົ່າຫໍ້ ແມ່ນບຸນກິນຈຽງ ຫລື ບຸນປີໃໝ່ ຊຶ່ງເປັນບຸນທີ່ຈັດຂຶ້ນເປັນປະຈຳທຸກປີ, ໃນນີ້ຈະປະກອບພິທີກຳຕາມຄວາມເຊື່ອຖື ໂດຍການຂ້າໝູເພື່ອລ້ຽງຜີເຮືອນ (ຜີພໍ່ແມ່), ພ້ອມທັງມີການຈັດກິດຈະກຳເຊັ່ນ: ຈູດດອກໄມ້ໄຟ, ໝາກກະໂພກ ແລະ ບັ້ງໄຟດອກ ເພື່ອສ້າງບັນຍາກາດຄຶກຄື້ນມ່ວນຊື່ນ.
ດ້ານສີລະປະວັດທະນະທຳແມ່ນມີຄວາມໂດດເດັ່ນໃນການຮ້ອງເພງ ຊຶ່ງເນື້ອໃນທຳນອງເພງຮ້ອງຈະພັນລະນາເຖິງຄວາມມັກຮັກຂອງຄູ່ບ່າວສາວ, ວິຖີຊີວິດປະຈໍາວັນ, ດິນແດນແຫ່ງການກໍາເນີດຂອງຊົນເຜົ່າຕົນ, ການຕໍ່ສູ້ກັບສັດຕູ, ໄພທໍາມະຊາດ, ສັດຕູຜູ້ຮຸກຮານດ້ວຍຄວາມອົດທົນຕໍ່ສູ້ຂອງຊົນເຜົ່າຫໍ້ ກັບທໍາມະຊາດ ແລະ ອື່ນໆ. ນອກຈາກນີ້ຍັງມີເຄື່ອງດົນຕີພື້ນເມືອງຫລາຍຊະນິດ ເຊັ່ນ: ປີ່, ກະຈັບປີ່, ຂຸ່ຍ ແລະ ອື່ນໆ.
ໂດຍ: ແສງສະຫວັນ
KPL