ຂປລ
ຂປລ. ກອງປະຊຸມ ຄັ້ງທີ 10 ຂອງຫົວໜ້າແພດທະຫານ ອາຊຽນ ຈັດຂຶ້ນລະຫວ່າງ ວັນທີ 13-17 ມີນາ 2023 ນີ້ ທີ່ນະຄອນຫລວງບາງກອກ, ຣາຊະອານາຈັກໄທ ພາຍໃຕ້ຫົວຂໍ້ "ການດໍາລົງຊີວິດປົກກະຕິ ແບບໃໝ່ຫລັງໂຄວິດ-9, ການຮ່ວມມືດ້ານການແພດ, ແລກປ່ຽນບົດຮຽນ ປະສົບການນໍາກັນ, ເສີມສ້າງຄວາມເຂົ້າໃຈ ລະຫວ່າງສະມາ ຊິກອາຊຽນ ແລະ ທິດທາງການຮ່ວມມື ແພດທະຫານອາຊຽນ ໃນໄລຍະໃໝ່

ຂປລ. ກອງປະຊຸມ ຄັ້ງທີ 10 ຂອງຫົວໜ້າແພດທະຫານ ອາຊຽນ ຈັດຂຶ້ນລະຫວ່າງ ວັນທີ 13-17 ມີນາ 2023 ນີ້ ທີ່ນະຄອນຫລວງບາງກອກ, ຣາຊະອານາຈັກໄທ ພາຍໃຕ້ຫົວຂໍ້ "ການດໍາລົງຊີວິດປົກກະຕິ ແບບໃໝ່ຫລັງໂຄວິດ-9, ການຮ່ວມມືດ້ານການແພດ, ແລກປ່ຽນບົດຮຽນ ປະສົບການນໍາກັນ, ເສີມສ້າງຄວາມເຂົ້າໃຈ ລະຫວ່າງສະມາ ຊິກອາຊຽນ ແລະ ທິດທາງການຮ່ວມມື ແພດທະຫານອາຊຽນ ໃນໄລຍະໃໝ່ ແລະ ນະວັດຕະກຳໃໝ່ ດ້ານການແພດ. ໃນນີ້, ຄະນະຜູ້ແທນກອງທັບປະຊາຊົນລາວ ນໍາໂດຍ ທ່ານ ພັອ ສີທະວົງ ບຸນປະສົງ ຮອງຫົວໜ້າກົມເສນາຮັກ, ມີບັນດາກົມແພດທະຫານອາຊຽນ, ບັນດາຫົວໜ້າກົມ, ເຈົ້າໜ້າທີ່ອາວຸໂສແພດທະຫານ ແລະ ແພດທະຫານໜຸ່ມ ເຂົ້າຮ່ວມ. ຈາກນັ້ນ, ຄະນະຜູ້ແທນແພດທະຫານອາຊຽນ ໄດ້ຢ້ຽມຢາມສະຖາບັນ ການແພດທະຫານອາກາດ, ສູນການແພດທະຫານ ອາຊຽນ ແລະ ທ່ຽວຊົມພະບໍລົມມະຣາຊະວັງ.
ກອງປະຊຸມ ຫົວໜ້າແພດທະຫານອາຊຽນ ໄດ້ພົບປະກັນ ຄັ້ງທີ 1 ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນປີ 2011 ດ້ວຍຄວາມຄິດລິເລີ່ມ ຈາກກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ ໃນປີ 2010 ທີ່ຫວຽດນາມ, ຕໍ່ມາກໍໄດ້ຈັດຂຶ້ນທຸກໆປີ ແລະ ສຳລັບປີ 2017 ເປັນກອງປະຊຸມ ຄັ້ງທີ 7 ໂດຍກົມເສນາຮັກ ກອງທັບປະຊາຊົນລາວ ເປັນເຈົ້າພາບ ແລະ ປີ 2019 (ຄັ້ງທີ 9) ໂດຍກໍາປູເຈຍເປັນເຈົ້າພາບ. ຫລັງຈາກນັ້ນ, ກໍໄດ້ເລື່ອນຍ້ອນ ການແພ່ລະບາດຂອງ ພະຍາດໂຄວິດ-19 ແລະ ມາ ເຖິງປີນີ້ ຈຶ່ງໄດ້ຈັດຄັ້ງທີ 10 ທີ່ຣາຊະອານາຈັກໄທ ເປັນເຈົ້າພາບ.
KPL