ລາວ-ກຳປູເຈຍ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

19/05/2025 15:26
Email Print 127
ຂປລ ຂປລ. ກອງປະຊຸມ ຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ ຄັ້ງທີ III ປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ 2025 ນີ້, ຢູ່ທີ່ນະຄອນປາກເຊ ແຂວງຈໍາປາສັກ ສປປ ລາວ



ຂປລ. ກອງປະຊຸມ ຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ ຄັ້ງທີ
III ປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ 2025 ນີ້, ຢູ່ທີ່ນະຄອນປາກເຊ ແຂວງຈໍາປາສັກ ສປປ ລາວ, ເຊິ່ງຝ່າຍລາວ ນຳໂດຍ ທ່ານ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ປະທານຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ ລາວ-ກຳປູເຈຍ, ຝ່າຍກຳປູເຈຍ ນຳໂດຍ ພົນເອກ ເອິດ ສາຣາດ ຮອງຜູ້ບັນຊາການທະຫານສູງສຸດ, ຫົວໜ້າເສນາທິການຮ່ວມກອງທັບ ແຫ່ງ ຣາຊະອານາຈັກກຳປູເຈຍ, ປະທານຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ກຳປູເຈຍ-ລາວ, ມີບັນດາຄະນະກຳມະການທັງສອງຝ່າຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.




ໃນກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນ ທົບທວນຄືນ ແລະ ຕີລາຄາຜົນ ຂອງການຈັດຕັ້ງປະຕິບັດ ຕາມບົດບັນທຶກກອງປະຊຸມ ຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຕາມຊາຍແດນ ລາວ-ກຳປູເຈຍ
, ກຳປູເຈຍ-ລາວ ຄັ້ງທີ II ທີ່ຈັດຂື້ນ ທີ່ ນະຄອນສຽມຣຽບ ແຂວງ ສຽມຣຽບ ຣາຊະອານາຈັກກຳປູເຈຍ ໃນວັນທີ 30 ເມສາ 2024 ທີ່ຜ່ານມາ, ໂດຍລວມແລ້ວ ການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ມີຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ, ມີຄວາມປອດໄພດີສົມຄວນ, ມີການພັດທະນາແບບຍືນຍົງ ແລະ ເຫັນວ່າ ບັນຫາອາດຊະຍາກຳຕ່າງໆ ຕາມບໍລິເວນຊາຍແດນ ຂອງສອງປະເທດ ແມ່ນຄ່ອຍໆ ສິ້ນສຸດລົງຫລາຍສົມຄວນ ເມື່ອທຽບໃສ່ຊຸມປີຜ່ານມາ, ເຊິ່ງໃນໄລຍະ 1 ປີຜ່ານມາ ປະຊາຊົນສອງປະເທດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ໄດ້ໄປ-ມາຫາສູ່ກັນ, ຄ້າຂາຍຮ່ວມກັນຢ່າງເປັນປົກກະຕິ, ການເຂົ້າ-ອອກເມືອງ ສ່ວນຫລາຍແມ່ນຖືກຕ້ອງຕາມລະບຽບການ ແລະ ກົດໝາຍທີ່ໄດ້ກຳນົດໄວ້, ໃນການເຄື່ອນໄຫວວຽກງານສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ລາວ-ກຳປູເຈຍ ໂດຍເລີ່ມຈັດຕັ້ງປະຕິບັດຮ່ວມກັນ ນັບແຕ່ເດືອນພຶດສະພາ 2023 ເຖິງປັດຈຸບັນ ເຫັນວ່າ ມີຄວາມຄືບໜ້າ ເຊິ່ງສາມາດສໍາຫລວດ, ຂຸດ ແລະ ຖອນຫລັກໝາຍ, ເທກັນເປື້ອນຕີນເສົາ, ເທຕີນເສົາຕໍມໍ, ເທເສົາຕໍມໍ ແລະ ເທແທ່ນຫລັກໝາຍໄດ້ຈໍານວນ 173 ຫລັກໝາຍ ແລະ ຮັບຮອງຮ່ວມກັນຈໍານວນ 171 ຫລັກໝາຍ, ຕີລາຄາຜົນການສໍາຫລວດໄດ້ 33% ຂອງແຜນການ, ໃນດ້ານຮ່ວມມືລະດັບທ້ອງຖິ່ນ ກອງບັນຊາການທະຫານແຂວງຈຳປາສັກ, ອັດຕະປື ແລະ ກອງພົນທີ 5 ຂອງ ສປປ ລາວ ໄດ້ປະສານສົມທົບກັບບັນດາ ກອງບັນຊາການທະຫານແຂວງ, ແມ່ທັບພາກ, ກອງພົນນ້ອຍທີ 9 ຂອງ ຣາຊະອານາຈັກກຳປູເຈຍ ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ, ສະກັດກັ້ນທຸກການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຂົນສົ່ງຄ້າຂາຍສິ່ງເສບຕິດ, ການລ່າສັດປ່າ, ການຂຸດຄົ້ນຊັບພະຍາກອນທຳມະຊາດ, ການຕັດໄມ້ທຳລາຍປ່າ, ການຄ້າວັດຖຸບູຮານ, ການຄ້າອາວຸດສົງຄາມ ແລະ ການກະທຳຜິດກົດໝາຍຕ່າງໆ ຢ່າງເປັນປົກກະຕິ.

 

ຫລັງຈາກນັ້ນ, ປະທານຮ່ວມທັງສອງຝ່າຍ ໄດ້ພ້ອມກັນລົງນາມໃນບົດບັນທຶກ ກອງປະຊຸມ ຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງທີ III ປີ 2025 ເພື່ອຮັບຮອງເອົາຜົນ ຂອງກອປະຊຸມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ເກີດດອກອອກຜົນ  ເພື່ອແນໃສ່ເຮັດໃຫ້ຊາຍແດນ ຂອງສອງປະເທດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການພັດທະນາ ແລະ ການຮ່ວມມືທີ່ມີຜົນປະໂຫຍດທີ່ດີຮ່ວມກັນ.

ຂ່າວ: ຈອນນີ້

KPL

ຂ່າວອື່ນໆ

ads
ads

Top