ເຜີຍແຜ່ເອກະສານສໍາຄັນ ແລະ ມອບໃບ ຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

13/05/2025 16:08
Email Print 1095
ຂປລ ຂປລ. ກະຊວງການຕ່າງປະເທດ ເຜີຍແຜ່ຜົນສຳເລັດກອງປະຊຸມວຽກ​ງານ​ ກໍ່ສ້າງ​ພັກ-ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງ ທົ່ວ​ປະ​ເທດ ປະ​ຈໍາປີ 2024 ແລະ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃນວັນທີ 13 ພຶດສະພາ 2025



ຂປລ. ກະຊວງການຕ່າງປະເທດ ເຜີຍແຜ່ຜົນສຳເລັດກອງປະຊຸມວຽກ​ງານ​ ກໍ່ສ້າງ​ພັກ-ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງ ທົ່ວ​ປະ​ເທດ ປະ​ຈໍາປີ
2024 ແລະ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໃນວັນທີ 13 ພຶດສະພາ 2025 ໂດຍການເປັນປະ ທານ ແລະ ເຜີຍແຜ່ເອກະສານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ, ຄະນະນຳ, ຄະ ນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະ ເທດ ເຂົ້າຮ່ວມຮັບຟັງ.



ໃນພິທີ ສະຫາຍ ວັນດີ ບຸດສະດີ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານບົດ​ລາຍ​ງານ​ການປະຕິບັດວຽກງານກໍ່​ສ້າງ​ພັກ-ພະ​ນັກ​ງານ ແລະ ປັບປຸງກົງຈັກການຈັດຕັ້ງ ໃນ
1 ປີຜ່ານມາ ​ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດ, ດ້ານ​ດີ, ດ້ານອ່ອນ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ໄດ້ກໍານົດທິດທາງວຽກງານໃນ 1 ປີຕໍ່ໜ້າ ແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຂອງວຽກງານພະນັກ ງານ ເພື່ອສືບຕໍ່ນຳພາຂະແໜງການຕ່າງປະເທດ ໃຫ້ໄປຕາມແນວທາງ ແລະ ນະໂຍບາຍທີ່ພັກວາງໄວ້.

ຈາກນັ້ນ, ສະຫາຍ ທອງສະຫວັນ ພົມວິຫານ ກໍໄດ້ເຜີຍແຜ່, ເຊື່ອມຊຶມ ຜົນສຳເລັດກອງປະ ຊຸມວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງ ທົ່ວ​ປະ​ເທດ ປະ​ຈໍາປີ 2024 ແນ ໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ໄດ້ຮັບຮູ້ ແລະ ເຂົ້າ ໃຈ ຢ່າງເປັນເອກະພາບຕໍ່ເນື້ອໃນ ຜົນສໍາເລັດຂອງກອງປະຊຸມດັ່ງກ່າວ ແລະ ນໍາໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຂອງຕົນ ແນໃສ່ເສີມຂະຫຍາຍດ້ານຕັ້ງໜ້າ, ແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ພາຍຫລັງສໍາເລັດການເຜີຍແຜ່ເອກະສານແລ້ວ, ກໍມີພິທີມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດ ​ໂດຍມີບັນດາໜ່ວຍພັກ ສາມາດຍາດໄດ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ທັງໝົດ 38 ໜ່ວຍພັກ ຈາກ 59 ໜ່ວຍພັກ ກວມເອົາ 64%. ນອກນັ້ນ, ບັນດາໜ່ວຍພັກພາຍໃນ ກະຊວງການຕ່າງປະເທດ ໄດ້ຂຶ້ນຈັບມືແຂ່ງຂັນ ເພື່ອພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດ ແຜນການກໍ່ສ້າງໜ່ວຍພັກປອດໃສ ປະຈໍາປີ 2025 ໃຫ້ມີຜົນສໍາເລັດສູງ, ທັງຮັບປະກັນດ້ານປະລີມານ ແລະ ຄຸນນະພາບຕາມທິດນໍາຂອງຂັ້ນເທິງໄດ້ວາງໄວ້.




ໂອກາດນີ້
, ສະຫາຍ ທອງສະຫວັນ ພົມວິຫານ ກໍໄດ້ໂອ້ລົມ ແລະ ເຜີຍແຜ່-ຊີ້ນໍາກ່ຽວກັບການ ຈັດຕັ້ງປະຕິບັດຄຳແນະນຳກ່ຽວກັບ ການສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບປັບປຸງໃໝ່, ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນປີ 2025 ໂດຍໄດ້ເນັ້ນໜັກໃຫ້ເພີ່ມທະວີ ຄວາມເອົາໃຈໃສ່ເສີມຂະຫຍາຍດ້ານດີ ແລະ ເອົາໃຈໃສ່ປັບປຸງດ້ານຄົງຄ້າງ ໃນວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຮັບປະກັນໄດ້ດ້ານປະລິມານ ແລະ ຄຸນນະພາບຕາມທິດນໍາຂອງຂັ້ນເທິງ ເພື່ອຮັບປະກັນໃຫ້ການຈັດຕັ້ງ ຂະແໜງການຕ່າງປະເທດ ​ໂດຍສະເພາະແມ່ນບັນດາໜ່ວຍພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງ 4 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ດ້ານແບບແຜນນຳພາວິທີ​ເຮັດ​ວຽກ ໃຫ້ມີບາດກ້າວໃໝ່ຂຶ້ນໄປເລື້ອຍໆ. 

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top