ຂປລ
ປຶ້ມທິດສະດີ ກ່ຽວກັບ ການເຊື່ອມຊຶມ ແນວຄິດ ສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປ ຈີນ ໃນຍຸກໃໝ່ ຂອງທ່ານ ສີຈິ້ນຜິງ ເຫລັ້ມທີ 11 ຫາ 15 ທີ່ສະຖາບັນຄົ້ນຄວ້າ ປະຫວັດສາດພັກ ແລະ ເອກະສານ ຂອງສູນກາງພັກກອມມູນິດຈີນ ເປັນຜູ້ຮຽບຮຽງ ໄດ້ເລີ່ມພິມຈຳໜ່າຍ ໃນທົ່ວປະເທດຈີນ.

(ພາບປະກອບ)
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ປຶ້ມທິດສະດີ ກ່ຽວກັບ ການເຊື່ອມຊຶມ ແນວຄິດ ສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປ ຈີນ ໃນຍຸກໃໝ່ ຂອງທ່ານ ສີຈິ້ນຜິງ ເຫລັ້ມທີ 11 ຫາ 15 ທີ່ສະຖາບັນຄົ້ນຄວ້າ ປະຫວັດສາດພັກ ແລະ ເອກະສານ ຂອງສູນກາງພັກກອມມູນິດຈີນ ເປັນຜູ້ຮຽບຮຽງ ໄດ້ເລີ່ມພິມຈຳໜ່າຍ ໃນທົ່ວປະເທດຈີນ.ປຶ້ມດັ່ງກ່າວ ໄດ້ຮຽບຮຽງ ບົດຄວາມ ໂຄສະນາເຜີຍແຜ່ ທິດສະດີຕ່າງໆ 29 ບົດທີ່ສະຖາບັນຄົ້ນຄວ້າ ປະຫວັດສາດພັກ ແລະ ເອກະສານ ຂອງສູນກາງພັກ ໄດ້ຈັດຕັ້ງ ແລະ ຂຽນ ພ້ອມທັງລົງພິມ ຢູ່ໜັງສືພິມເຢີນມິນຢື້ປາວ, ວາລະສານຊີວຊື້ ແລະ ສື່ມວນຊົນອື່ນໆ ນັບແຕ່ເດືອນພະຈິກປີ 2023 ເປັນຕົ້ນມາ, ລວມປະມານ 2 ແສນ 3 ໝື່ນຕົວໜັງສື. ບົດຄວາມດັ່ງກ່າວໄດ້ພະຍາຍາມຊຸກຍູ້ການສຶກສາຄົ້ນຄວ້າ ທີ່ຫັນເປັນແບບລະບົບ ແລະ ການບັນລະຍາຍ ທີ່ຫັນເປັນຄວາມຮູ້ ວິຊາການ ກ່ຽວກັບ ທິດສະດີ ດ້ານການປະດິດສ້າງໃໝ່ ຂອງພັກໃນຍຸກໃໝ່ ໂດຍປິ່ນອ້ອມການເຊື່ອມຊຶມ ແລະ ຜັນຂະຫຍາຍຄວາມເວົ້າ ສຳຄັນ ທີ່ກ່ຽວຂ້ອງ ຂອງ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL