ຂປລ
ການເຄື່ອນໄຫວກິດຈະກໍາ ຢ້ຽມຢາມ ໂດຍມີຊື່ວ່າ: ເທຣເວີລອກ ອອບໄຊນາ ອິນເຕີເນຊັນໂນ ເມເດຍ ກອມມູນີເຄຊັນ ແອັກຕີວີຕີ ປີ 2025 (2025 Travelogue of China International Media Communication Activity) ໄດ້ກໍານົດເອົາ ເມືອງ ອິນເນີມົງໂກເລຍ (Inner Mongolia) ແມ່ນຈຸດໝາຍປາຍທາງ

ການເຄື່ອນໄຫວກິດຈະກໍາ ຢ້ຽມຢາມ ໂດຍມີຊື່ວ່າ: ເທຣເວີລອກ ອອບໄຊນາ ອິນເຕີເນຊັນໂນ ເມເດຍ ກອມມູນີເຄຊັນ ແອັກຕີວີຕີ ປີ 2025 (2025 Travelogue of China International Media Communication Activity) ໄດ້ກໍານົດເອົາ ເມືອງ ອິນເນີມົງໂກເລຍ (Inner Mongolia) ແມ່ນຈຸດໝາຍປາຍທາງ ແຫ່ງທໍາອິດ ສໍາລັບ ການຢ້ຽມຢາມຕ່າງແຂວງ ທີ່ ສປ ຈີນ ສໍາລັບ ຄະນະນັກຂ່າວຕ່າງປະເທດ ຈາກພາກພື້ນອາຊີ-ປາຊີຟີກ, ພາຍໃຕ້ໂຄງການແລກປ່ຽນ ທັດສະນະສຶກສາ ສໍາລັບ ປີ 2025, ທີ່ຖືກຈັດຂຶ້ນ ໂດຍສະມາຄົມການທູດແຫ່ງ ສປ ຈີນ (China Public Diplomacy Association), ຮ່ວມກັບ ສື່ມວນຊົນ ໂກລໂບທາມສ ອອນລາຍ (Global Times Online).

ກິດຈະກໍາຢ້ຽມຢາມ ດັ່ງກ່າວ ແມ່ນເລີ່ມແຕ່ ວັນທີ 12 ຫາວັນທີ 16 ພຶດສະພາ ທີ່ຜ່ານມາ, ໂດຍມື້ທໍາອິດຂອງກິດຈະກໍາ ແມ່ນເລີ່ມຕົ້ນຂຶ້ນ ໂດຍມີ ການຈັດພິທີເປີດກິດຈະກໍາ ການຢ້ຽມຢາມ ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ວູໄຮຫລົງ (Wu Hailong) ປະທານສະມາຄົມການທູດ ແຫ່ງ ສປ ຈີນ, ທ່ານ ຊານ ຈັງບາວ (Shan Chengbiao) ຜູ້ອໍານວຍການໃຫຍ່ ໂກລໂບທາມ ອອນລາຍ ແລະ ທ່ານນາງ ລີ ໄປຢານ (Li Peiyan) ຫົວໜ້າອົງການຄຸ້ມຄອງ ເຄືອຂ່າຍໄຊເບີ ເຂດເມືອງ ອິນເນີມົງໂກເລຍ, ພ້ອມທັງ ມີການສະ ແດງດົນຕີ ຮ້ອງເພັງພື້ນເມືອງ ຂອງທີມນັກສະແດງໄວໝຸ່ມ ຈາກເມືອງອິນເນີມົງໂກເລຍ.
ຕໍ່ຈາກນັ້ນ ຢ້ຽມຢາມໂຄງການທີ່ທັນສະໄໝ ດ້ານສຸຂະພາບຢິລີ (The Yili Modern Intelligent Health Valley) ເຊິ່ງເປັນ ໂຄງການທີ່ນັກຂ່າວຕ່າງປະເທດ ລວມທັງ ຜູ້ຂຽນເອງ ໃຫ້ຄວາມສົນໃຈຫລາຍ ກ່ຽວກັບໂຄງສ້າງອາຄານສະຖານທີ່ຕັ້ງ ສິ່ງອໍານວຍຄວາມສະດວກຕ່າງໆ, ຮູບແບບການດໍາເນີນໂຄງການ ຢ່າງມີປະສິດທິພາບ ແລະ ຜະລິດຕະພັນ ຫລາກຫລາຍຊະນິດ ໂດຍສະເພາະ ແມ່ນຜະລິດຕະພັນ ຈາກນົມງົວ ທີ່ມີການຮັບປະກັນດ້ານຄຸນນະພາບ. ໃນຂະນະດຽວກັນ ຜູ້ຕາງໜ້າໂຄງການດັ່ງກ່າວ ຍັງໄດ້ອະທິບາຍ ໃຫ້ຮູ້ຕື່ມ ອີກວ່າ: ຈະຜະລິດນົມ ສໍາລັບ ເດັກນ້ອຍເກີດໃໝ່ ທີ່ມີ ຄຸນນະພາບ ແລະ ໂພຊະນາການໃກ້ຄຽງ ກັບ ນົມແມ່ຂອງມະນຸດຮ້ອຍເປີເຊັນ.

The Yili Modern Intelligent Health Valley ຕັ້ງຢູ່ໃນເມືອງໂຮຮອດ (Hohhot) ເຊິ່ງເປັນນະ ຄອນຫລວງຂອງເຂດ ອິນເນີມົງໂກເລຍ ແລະ ຮ່ອມພູສຸຂະພາບ ທັນ ສະໄໝຢິລີ, ເປັນໂຄງການໜຶ່ງທີ່ສຳຄັນ ແລະ ຖືກກໍານົດໃນແຜນການ 5 ປີ ຄັ້ງທີ 14. ເຂດພັດທະນາຫລັກ ຂອງ ໂຄງການ ກວມເອົາເນື້ອທີ່ 38 ກິໂລແມັດມົນທົນ ແລະ ມີພື້ນທີ່ ລວມທັງໝົດ 120 ກິໂລແມັດມົນທົນ. ໂດຍມີຈຸດປະສົງ ເພື່ອຊຸກຍູ້ການພັດທະນາ ອຸດສາຫະກໍາທີ່ຂັບເຄື່ອນຢ່າງຮອບດ້ານ ແລະ ການສ້າງຄວາມເຂັ້ມແຂງ ເພື່ອໃຫ້ກາຍເປັນ ນະຄອນ ອັດສະລິຍະ ຫລື smart city ໂດຍການນໍາໃຊ້ເຕັກໂນໂລ ຊີດິຈິຕອນ (digital innovation), ເພື່ອສາມາດເຊື່ອມໂຍງ ລະຫວ່າງ ອຸດສາຫະກໍາ ແລະ ນະຄອນຫລວງ ດ້ວຍແນວ ຄວາມຄິດສີຂຽວນັ້ນກໍ່ຄື: ການສ້າງໂຄງການຮ່ອມພູຕົວແບບ ດ້ານຜະລິດຕະພັນນົມ “Dairy Silicon Valley” ເພື່ອເຊື່ອມເຂົ້າຫາກັນ ຢ່າງກົມກຽວ ແລະ ສອດຄ່ອງກັບ ຍຸກໃໝ່ ລະຫວ່າງ ການພັດທະນາຕົວເມືອງ ແລະ ການພັດທະນາອຸດສາຫະກໍາ.
ໂຄງການຢິລີ ເປັນໜຶ່ງໃນ 5 ວິສາຫະກິດນົມ ຂອງ ໂລກ ແລະ ຂະໜາດໃຫຍ່ທີ່ສຸດ ໃນອາຊີ, ນັກທ່ອງທ່ຽວສາມາດຮຽນຮູ້ຢ່າງເລິກເຊິ່ງ ກ່ຽວກັບປະຫວັດ ແລະ ອະນາຄົດ ຂອງໂຄງການ, ໂຄງການດັ່ງກ່າວ ຈະນໍາຜົນປະໂຫຍດຢ່າງໃຫຍ່ຫລວງ ດ້ານລະບົບນິເວດ, ເສດຖະກິດ ແລະ ສັງຄົມ. ຄາດວ່າ: ປີ 2035, ໂຄງການນີ້ ຈະຊຸກຍູ້ການຈ້າງງານ ໃຫ້ໄດ້ ຫລາຍກວ່າ 350.000 ຄົນ ແລະ ສ້າງວຽກເຮັດງານທຳໃຫ້ໄດ້ ເຖິງ 140.000 ຕຳແໜ່ງ./
KPL