ຂປລ
ຂປລ. ໃນວັນທີ 17 ພຶດສະພາ 2025 ຜ່ານມາ, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງຄະນະຜູ້ແທນຜູ້ນໍາຊາວພຸດໂລກ ຈາກປະເທດຍີ່ປຸ່ນ

ຂປລ. ໃນວັນທີ 17 ພຶດສະພາ 2025 ຜ່ານມາ, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງຄະນະຜູ້ແທນຜູ້ນໍາຊາວພຸດໂລກ ຈາກປະເທດຍີ່ປຸ່ນ ນຳໂດຍ ພະອາຈານໃຫຍ່ ໂກລິ ຊິນໄທ ປະທານຜູ້ນຳຊາວພຸດໂລກ, ຫົວໜ້າຄະນະນິກາຍ ເນນບຸຊຸຊູ ປະເທດຍີ່ປຸ່ນ ທີ່ເດີນທາງມາຮ່ວມພິທີຊາປະນະກິດສົບ ພະອາຈານໃຫຍ່ ບຸນມາ ສິມມາພົມ ອະດີດປະທານສູນກາງ ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 16-18 ພຶດສະພາ 2025.

ການເຂົ້າຢ້ຽມພົບປະຄັ້ງນີ້, ເພື່ອເປັນການເສີມສ້າງສາຍພົວພັນຮ່ວມມື ລະຫວ່າງ ອົງການພຸດທະສາສະໜາສໍາພັນລາວ ແລະ ຍີ່ປຸ່ນ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ຂອງສອງປະເທດ ທີ່ມີການເຕີບໃຫຍ່ຂະຫຍາຍຕົວ ໂດຍເຫັນໄດ້ຈາກການນໍາຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມ ຢ່າງເປັນປົກກະຕິ ບັນດາໂຄງການຊ່ວຍເຫລືອ-ຮ່ວມມືຂອງສອງປະເທດ ກໍໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີຄວາມຄືບໜ້າເປັນກ້າວໆ, ລາວ-ຍີ່ປຸ່ນ ມີຄວາມຍິນດີຈະສືບຕໍ່ ເຮັດວຽກຮ່ວມກັນ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ ກໍຄື ການຄ້າ-ການລົງທຶນ ລະຫວ່າງສອງປະເທດໃຫ້ຫລາຍຂຶ້ນ ການສົ່ງເສີມການໄປມາຫາສູ່ຂອງປະຊາຊົນ ສອງຊາດ ໂດຍສືບຕໍ່ຊຸກຍູ້ພາກທຸລະກິດຂອງສອງຝ່າຍ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບການຮ່ວມມື ທາງດ້ານພຸດທະສາສະໜາ ລາວ-ຍີ່ປຸ່ນ ໃຫ້ນັບມື້ດີຂຶ້ນ.
ໂອກາດນີ້ ປະທານ ສນຊ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຈາກ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຕະຫລອດໄລຍະຜ່ານມາ ເປັນຕົ້ນແມ່ນການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ໃນຂົງເຂດການພັດທະນາຊັບພະຍາກອນມະນຸດ ແລະ ໂຄງລ່າງພື້ນຖານ ການຊ່ວຍເຫລືອໃນຂະແໜງການຕ່າງໆ. ຈາກນັ້ນ ພະອາຈານໃຫຍ່ ໂກລິ ຊິນໄທ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ໃນການມາຢ້ຽມຢາມ ສປປ ລາວ ຄັ້ງນີ້.
ຂ່າວ: ສນຊ
KPL