ຂປລ
ເນື່ອງໃນໂອກາດ ສະເຫລີມ ສະຫລອງ 135 ປີ ແຫ່ງວັນຄ້າຍ ວັນເກີດ ປະທານ ໂຮ່ຈີມິນ (19/5/1890-19/5/2025), ໃນວັນທີ 18 ພຶດສະພາ, ຢູ່ສະໜາມຫລວງ ບາດິ່ງ, ຮ່າໂນ້ຍ, ໄດ້ດຳເນີນລາຍການສະແດງ ສິລະປະພິເສດ ທີ່ມີຊື່ວ່າ “ເພິ່ນແມ່ນ ໂຮ່ຈີມິນ”.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເນື່ອງໃນໂອກາດ ສະເຫລີມ ສະຫລອງ 135 ປີ ແຫ່ງວັນຄ້າຍ ວັນເກີດ ປະທານ ໂຮ່ຈີມິນ (19/5/1890-19/5/2025), ໃນວັນທີ 18 ພຶດສະພາ, ຢູ່ສະໜາມຫລວງ ບາດິ່ງ, ຮ່າໂນ້ຍ, ໄດ້ດຳເນີນລາຍການສະແດງ ສິລະປະພິເສດ ທີ່ມີຊື່ວ່າ “ເພິ່ນແມ່ນ ໂຮ່ຈີມິນ”. ໂດຍມີ ທ່ານ ໂຕເລິມ, ເລຂາທິການໃຫຍ່ ພັກກອມມູນິດ ພັກກອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ພ້ອມດ້ວຍ ບັນດາການນຳຂັ້ນສູງ ແລະ ປະຊາຊົນ ທຸກຊັ້ນຄົນ ເຂົ້າຮ່ວມ. ສະເພາະ ລາຍການ ໄດ້ຮັບການສ້າງເປັນ ສາມພາກ, ລວມມີ: “ຫງວຽນຊິງກຸງ - ຫງວຽນເຕິດແທັ່ງ”, “ຫງວຽນອາຍກວັກ-ໂຮ່ຈີມິນ” ແລະ “ຫວຽດນາມ! ສັງກາດບຸກບືນ”. ບັນດາລາຍການສະແດງ ສິລະປະ ໄດ້ຮັບການສ້າງຂຶ້ນ ຢ່າງພິຖີຖິຖັນ, ມີການປະສົມ ປະສານ ລະຫວ່າງ ມູນເຊື້ອ ກັບຍຸກສະໄໝ ລະຫວ່າງ ບັນດາລາຍການສະແດງ ດົນຕີ, ຟ້ອນ, ຮ້ອງເພງ, ກໍ່ຄື ການນຳໃຊ້ ເຕັກໂນໂລຊີ ສາຍ 3D mapping. ລາຍການໄດ້ວາດພາບ ເຖິງຮູບພາບ ຂອງການນຳ ຜູ້ຍິ່ງໃຫຍ່ຂອງຊາດ ຫວຽດນາມ ພ້ອມທັງ ສ້າງແຫລ່ງ ບັນດານໃຈ ໃຫ້ແກ່ ທຸກລຸ້ນຄົນ ໃນປັດຈຸບັນ, ພິເສດແມ່ນໄວໜຸ່ມ, ໃນການສຶກສາ ປະຕິບັດ ຕາມແບບຢ່າງ ຄຸນສົມບັດປະຕິວັດ ແລະ ຄຸນນະທາດ ອັນສູງສົ່ງ ຂອງປະທານ ໂຮ່ຈີມິນ ໃນພາລະກິດ ແຫ່ງການສ້າງສາ, ພັດທະນາ ປະເທດຊາດ, ນຳ ຫວຽດນາມ ກ້າວເຂົ້າສູ່ ສັງກາດ ພັດທະນາໃໝ່ ທີ່ຮັ່ງມີ ເຂັ້ມແຂງກ່ວາເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL