ຂປລ
ໃນຂອບເຂດ ການຢ້ຽມຢາມ ທາງລັດຖະກິດຢູ່ ເບລາຣຸດຊີ, ຢູ່ນະຄອນຫລວງ ມິນິກ, ພາຍຫລັງ ພິທີຕ້ອນຮັບ ຢ່າງສົມກຽດ ທີ່ທຳນຽບ ເອກະລາດ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 12 ພຶດສະພານີ້, ໃນຂອບເຂດ ການຢ້ຽມຢາມ ທາງລັດຖະກິດຢູ່ ເບລາຣຸດຊີ, ຢູ່ນະຄອນຫລວງ ມິນິກ, ພາຍຫລັງ ພິທີຕ້ອນຮັບ ຢ່າງສົມກຽດ ທີ່ທຳນຽບ ເອກະລາດ, ທ່ານ ໂຕເລີມ ເລຂາທິການໃຫຍ່ ຫວຽດນາມ ໄດ້ມີການເຈລະຈາກັບ ທ່ານ ລູຄາເຊນໂກ( Lukashenko) ປະທານາທິບໍດີ ເບລາຣຸດຊີ ໂດຍທັງສອງຝ່າຍ ຢືນຢັນເຖິງ ຄວາມສຳຄັນ ຂອງການຮັກສາ ການຕິດຕໍ່ ພົວພັນ ໃນທຸກຂັ້ນ, ພິເສດ ແມ່ນຂັ້ນສູງ ແລະ ລະຫວ່າງ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ 2 ປະເທດ, ພ້ອມທັງ ເນັ້ນໜັກເຖິງການ ຊຸກຍູ້ ບັນດາ ກົນໄກ ຮ່ວມມື ທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ ດ້ວຍບັນດາມາດຕະການ ທີ່ເໝາະສົມ ກັບ ສະພາບການ ແລະ ເງື່ອນໄຂ ຂອງແຕ່ລະປະເທດ. ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ການນຳ ສອງຝ່າຍ ໄດ້ເຫັນດີ ເປັນເອກະພາບ ຂຸດຄົ້ນ ຄວາມສາມາດ ບົ່ມຊ້ອນ ຮ່ວມມື ຈາກສັນຍາ ການຄ້າເສລີ ຫວຽດນາມ ແລະ ສະຫະພັນ ເສດຖະກິດ ອາຊີ-ເອີຣົບ (EAEU), ເຊິ່ງ ເບລາຣຸດຊີ ເຂົ້າເປັນສະມາຊິກ. ຈາກນັ້ນ ທ່ານ ໂຕເລີມ ເລຂາທິການໃຫຍ່ ຫວຽດນາມ ໄດ້ສະເໜີໃຫ້ ເບລາຣຸດຊີ ສົມທົບກັນ ຄົ້ນຄວ້າ ບັນດາມາດຕະການ ອຳນວຍຄວາມສະດວກ ໃຫ້ແກ່ ການເຂົ້າເຖິງ ບັນດາ ຜະລິດຕະພັນກະເສດ, ສິນໃນນ້ຳ, ອາຫານທະເລ, ຝຸ່ນກະເສດອອກສູ່ ຕະຫລາດເຊິ່ງກັນ ແລະ ກັນ, ເຮັດໃຫ້ການນຳເຂົ້າ-ສົ່ງອອກລະຫວ່າງ ສອງປະເທດ ເພີ່ມຂຶ້ນ. ນອກນີ້ ທັງ2ຝ່າຍ ກໍ່ເຫັນດີ ເປັນເອກະພາບ ບັນດາ ມາດຕະການ ສຳຄັນ ເພື່ອເປີດກວ້າງການຮ່ວມມື ໃນບັນດາຂົງເຂດ ທີ່ມີທ່າແຮງຄື: ເຕັກໂນໂລຊີ ຂໍ້ມູນຂ່າວສານ, ການຫັນເປັນ ດີຈີຕອນ, ການສຶກສາ ແລະ ບຳລຸງສ້າງ, ພິເສດແມ່ນໃນຂົງເຂດ ວິທະຍາສາດ ພື້ນຖານ, ວັດທະນະທຳ, ສິລະປະ ແລະ ກິລາ, ການຄົ້ນຄວ້າວິທະຍາສາດ; ຢືນຢັນວ່າ 2 ຝ່າຍໄດ້ລົງນາມ ໃນສັນຍາ ຍົກເວັ້ນວີຊາ ໃຫ້ຜູ້ຖືໜັງສື ຜ່ານແດນ ສາມັນ ມີຜົນສັກສິດແຕ່ວັນທີ 30 ມັງກອນ 2025 ແລະ ການຈັດຕັ້ງ ບັນດາໂຄງການຮ່ວມມື ດ້ານວັດທະນະທຳ ຈະສ້າງເງື່ອນໄຂສະດວກ ເພື່ອເພີ່ມທະວີ ການຮ່ວມມື ແລະ ແລກປ່ຽນ ໃນໄລຍະຈະມາເຖິງ. ໃນຂອບເຂດຫລາຍຝ່າຍ, 2 ຝ່າຍໄດ້ເຫັນດີ ສະໜັບ ສະໜູນ ເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສ ຫລາຍຝ່າຍ, ພິເສດແມ່ນຢູ່ ສະຫະປະຊາຊາດ. ທ່ານ ເລຂາທິການໃຫຍ່ ໂຕເລີມ ຮຽກຮ້ອງ ເບລາຣຸດຊີ ສະໜັບ ສະໜູນ ຫລັກໝັ້ນຂອງ ສສ ຫວຽດນາມ ແລະ ອາຊຽນ ກ່ຽວກັບ ບັນຫາທະເລຈີນໃຕ້, ເນັ້ນໜັກເຖິງ ການແກ້ໄຂ ການຂັດແຍ້ງກັນໂດຍ ສັນຕິວິທີ, ບົນພື້ນຖານ ກົດບັດ ສະຫະ ປະຊາຊາດ ແລະ ກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສະຫະ ປະຊາຊາດ ກ່ຽວກັບ ກົດໝາຍວ່າ ດ້ວຍທະເລປີ 1982.
ພາຍຫລັງ ການເຈລະຈາ, ການນຳສອງຝ່າຍ ໄດ້ລົງນາມໃນຖະແຫລງການຮ່ວມ ກ່ຽວກັບ ການສ້າງຕັ້ງ ການພົວພັນຄູ່ຮ່ວມມື ຍຸດທະສາດ ຫວຽດນາມ - ເບລາຣຸດຊີ ແລະ ເປັນສັກຂີພິຍານ ພິທີມອບຮັບ ບັນດາເອກະສານ ຮ່ວມມື ໃນຂົງເຂດ ປ້ອງກັນປະເທດ, ວິທະຍາສາດ ແລະ ເຕັກໂນໂລຢີ, ຍຸຕິທຳ, ສາທາລະນະສຸກ, ວັດທະນະທຳ, ວິທະຍຸກະຈາຍ ສຽງ ແລະ ການພົວພັນ ແລກປ່ຽນປະຊາຊົນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL