ກວດກາເນື້ອໃນກົດໝາຍ ຢາ ແລະ ຜະລິດຕະພັນການແພດ

14/05/2025 20:19
Email Print 1247
ຂປລ ຂປລ. ກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 12-13 ພຶດສະພາ 2025 ທີ່ສະພາແຫ່ງຊາດ(ສພຊ) ໂດຍການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ມີປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງ



ຂປລ. ກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ
12-13 ພຶດສະພາ 2025 ທີ່ສະພາແຫ່ງຊາດ(ສພຊ) ໂດຍການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ມີປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງ ຂອງ ສພຊ, ຮອງລັດຖະມົນຕີກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຄະນະທີ່ປຶກສາທາງດ້ານກົດໝາຍ ຂອງຄະນະປະຈຳ ສະພາແຫ່ງຊາດ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ.




ໂອກາດນີ້, ທ່ານ ຄຳໃບ ດຳລັດ ໄດ້ມີຄໍາເຫັນວ່າ: ຮ່າງກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ ສະບັບປັບປຸງນີ້, ກ່ອນທີ່ລັດຖະບານ ຈະສະເໜີຫາຄະນະປະຈໍາສະພາແຫ່ງຊາດ
, ກະ ຊວງສາທາລະນະສຸກ ກໍໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ດໍາເນີນການຄົ້ນຄວ້າປັບປຸງ ຕາມຂັ້ນຕອນຂອງການສ້າງນິຕິກໍາແລ້ວ. ສະນັ້ນ, ການຈັດກອງປະຊຸມໃນຄັ້ງນີ້, ຈຶ່ງມີຄວາມສໍາຄັນຫລາຍ ເພາະຈະໄດ້ຄົ້ນຄວ້າເນື້ອໃນຢ່າງລະອຽດ, ຮອບດ້ານ ແນໃສ່ເຮັດໃຫ້ຮ່າງກົດໝາຍມີເນື້ອໃນຄົບຖ້ວນ, ຮັດ ກຸມ ແລະ ສາມາດນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ່ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາ ເຖິງນີ້.



ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ເປັນເຈົ້າການຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນຕໍ່ບັນດາເນື້ອໃນ ຮ່າງກົດໝາຍ ທີ່ຕິດພັນກັບພາລະບົດບາດ
, ສິດ ແລະ ໜ້າທີ່ຂອງຂະແໜງການຕົນ ແລະ ມີຄໍາເຫັນລົງເລິກແຕ່ລະພາກ, ໝວດ, ມາດຕາ. ໃນນັ້ນ, ມີຫລາຍເນື້ອໃນຂອງຫລາຍມາດຕາ ໄດ້ຮັບການປັບປຸງໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ຊັດເຈນ ຂຶ້ນກວ່າເກົ່າ.

ຂ່າວ: ສອນສັກ ວັນວິໄຊ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top