ຂປລ
ຂປລ. ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IX ສະຫະພັນກຳມະບານ ນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ດາວເພັດ ອາລຸນ ປະທານກຳມະບານ ນວ, ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ

ຂປລ. ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IX ສະຫະພັນກຳມະບານ ນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ດາວເພັດ ອາລຸນ ປະທານກຳມະບານ ນວ, ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານ ສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍຜູ້ແທນສະຫະພັນກຳມະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງ ໂດຍຍົກໃຫ້ເຫັນຜົນງານ ການເຄື່ອໄຫວໄລຍະ 5 ປີຜ່ານມາ ໂດຍສະເພາະ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ປະດັບທຸງໄຊ ຂໍ້ແຂ່ງ ຂັນ 5 ເປັນເຈົ້າ ໃຫ້ແກ່ສະຫະພັນກຳມະບານ ນວ, ປະດັບຫລຽນກາກຳມະບານ ໃຫ້ ສະຫາຍ ເຈົ້າຄອງ ນວ ແລະ ຄະນະບໍລິຫານງານກຳມະບານຊຸດເກົ່າ, ພ້ອມທັງມອບໃບຮັບຮອງໃຫ້ສະຫະພັັນກຳມະບານ ນວ ເປັນສະຫະພັນກຳມະບານ 5 ເປັນເຈົ້າ ແລະ ເປີດປ້າຍ 5 ເປັນເຈົ້າ ມອບໂດຍສະຫາຍ ເລັດ ໄຊຍະພອນ.

ພ້ອມນີ້, ກອງປະຊຸມ ຍັງໄດ້ຜ່ານຮ່າງສຳຫລວດການນຳພາລວມ ຂອງຄະນະຊຸດເກົ່າ, ພ້ອມທັງປ່ອນບັດເລືອກຕັ້ງ ເອົາຄະນະນະບໍລິຫານງານຊຸດໃໝ່ ເຊິ່ງມີຜູ້ສະໝັກ 42 ສະຫາຍ, ເລືອກເອົາ 39 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ດາວເພັດ ອາລຸນ ເປັນປະທານຄະນະບໍລິຫານງານ ສະຫະພັນກຳມະບານ ນວ, ສະຫາຍ ນາງ ພູວັນ ເພັດຊົມພູ ເປັນຮອງ ແລະ ສະຫາຍ ນາງ ບົວລະພັນ ທິລະສັກ ເປັນຮອງ, ທັງເປັນປະທານກວດກາ ສະຫະພັນກຳມະບານ ນວ. ພ້ອມກັນນັ້ນ, ກໍໄດ້ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນສູນກາງສະຫະພັນ ກຳມະບານລາວທົ່ວປະເທດ ຄັ້ງທີ IX, ພ້ອມທັງຮັບຟັງການໂອ້ລົມ ຂອງສະຫາຍ ປະທານສູນກາງສະຫະພັນກຳມະບານລາວ ຕື່ມອີກ.

ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
KPL