ກວດກາເນື້ອໃນຮອບດ້ານຮ່າງກົດໝາຍພະນັກງານໄອຍະການ

19/05/2025 14:57
ຂປລ ຂປລ. ກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ (ສະບັບປັບປຸງ) ຈັດຂຶ້ນ ໃນວັນທີ 16-17 ພຶດສະພາ 2025 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ, ມີບັນດາຮອງປະທານກຳມາທິການ ທີ່ກ່ຽວຂ້ອງຂອງ ສະພາແຫ່ງຊາດ (ສພຊ)



ຂປລ. ກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ (ສະບັບປັບປຸງ) ຈັດຂຶ້ນ ໃນວັນທີ 16-17 ພຶດສະພາ 2025 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ
, ມີບັນດາຮອງປະທານກຳມາທິການ ທີ່ກ່ຽວຂ້ອງຂອງ ສະພາແຫ່ງຊາດ (ສພຊ), ມີຮອງລັດຖະ ມົນຕີຈາກກະຊວງ, ອົງການກ່ຽວຂ້ອງ, ຄະນະທີ່ປຶກສາທາງດ້ານກົດໝາຍ ຂອງຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກົມ, ຮອງກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄໍາແພງ ວິລະພັນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ແນໃສ່ຄົ້ນຄວ້າ, ວິເຄາະ, ວິໄຈ ເນື້ອໃນຕ່າງໆ ຂອງກົດໝາຍຢ່າງລະອຽດ, ເລິກເຊິ່ງ ຮັບປະກັນຄວາມພ້ອມທາງດ້ານເນື້ອໃນ ຂອງຮ່າງກົດໝາຍວ່າດ້ວຍ ພະນັກງານໄອຍະການ ກ່ອນນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງມີເຫດຜົນ, ກົງໄປກົງມາ ແນໃສ່ເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ຖ້າຫາກມີເນື້ອໃນ, ບັນຫາໃດ ທີ່ກອງປະຊຸມບໍ່ສາມາດຕົກລົງເປັນເອກະພາບກັນໄດ້ນັ້ນ ຈະໄດ້ນໍາສະເໜີຂໍຄຳເຫັນຈາກ ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາຕື່ມ.




ໂອກາດນີ້, ທ່ານ ນາງ ພອນເພັດ ອຸ່ນແກ້ວ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການຄຸ້ມຄອງ ພະນັກງານໄອຍະການ ໄດ້ຢ່າງລວມສູນ
, ເປັນເອກະພາບ ແລະ ມີປະສິດທິຜົນ ຈຶ່ງມີຄວາມຈໍາເປັນຕ້ອງສ້າງເຄື່ອງມື ໃນການຄຸ້ມຄອງພະນັກງານໄອຍະການ ໃນຂອບເຂດທົ່ວປະເທດ ດ້ວຍການກໍານົດມາດຕະຖານ, ເງື່ອນໄຂ, ການສອບເສັງ, ການປະເມີນຜົນ, ການເລື່ອນຂັ້ນ, ການປົດຂັ້ນ, ການຍົກຍ້າຍ ລວມທັງກໍານົດນະໂຍບາຍຕໍ່ພະນັກງານ, ຈັນຍາບັນ, ຈັນຍາທຳ, ການປະຕິບັດວິໄນ, ການກວດກາ, ການປົກປ້ອງສິດ ແລະ ໜ້າທີ່ຂອງພະນັກງານ ໄອຍະການປະຊາຊົນແຕ່ລະຂັ້ນ ໃຫ້ຈະແຈ້ງ, ຄົບຖ້ວນ ເພື່ອຮັບປະກັນ ໃຫ້ພະນັກງານໄອຍະການ ໄດ້ຮັບການພັດທະນາຮອບດ້ານດ້ວຍຄຸນນະພາບ ທັງດ້ານທິດສະດີ ການເມືອງ-ການປົກຄອງ, ວຽກງານວິຊາສະ ເພາະ, ພາສາຕ່າງປະເທດ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າໃນ ການປະຕິບັດໜ້າທີ່ການເມືອງ ໃຫ້ມີຜົນສໍາເລັດ ແລະ ຖືກຕ້ອງຕາມກົດໝາຍ.

ຂໍ້ມູນ-ພາບ: ສອນສັກ ວັນວິໄຊ

KPL

ຂ່າວອື່ນໆ

ads
ads

Top