ຂປລ
ຂປລ. ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມຕໍ່ ກອງປະຊຸມສະຫລຸບຕີລາຄາ ການເຄື່ອນໄຫວວຽກງານກວດ ກາ ຂອງສານປະຊາຊົນສູງສຸດ (ສປສສ) ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ໃນວັນທີ 16 ພຶດສະພາ 2025 ຜ່ານມາ

ຂປລ. ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມຕໍ່ ກອງປະຊຸມສະຫລຸບຕີລາຄາ ການເຄື່ອນໄຫວວຽກງານກວດ ກາ ຂອງສານປະຊາຊົນສູງສຸດ (ສປສສ) ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ໃນວັນທີ 16 ພຶດສະພາ 2025 ຜ່ານມາ, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາ ກໍຄື ພະນັກງານ-ສະມາຊິກພັດ ສານປະຊາຊົນສູງສຸດ ພ້ອມກັນຫລາຍບັນກາສໍາຄັນ ເພື່ອເປັນທິດ ໃນການສືບຕໍ່ຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ-ລັດ ກ່ຽວກັບວຽກງານກວດກາ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຢູ່ສານປະຊາຊົນແຕ່ລະຂັ້ນ ໂດຍມີ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສານປະຊາຊົນສູງສຸດ, ມີຮອງເລຂາຄະນະບໍລິຫານງານພັກ, ຄະນະປະຈຳພັກ, ກຳມະການຄະນະບໍລິຫານງານພັກ, ພ້ອມດ້ວຍ ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ, ຜູ້ຮັບຜິດຊອບວຽກງານກວດກາ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ຄຳພັນ ພົມມະທັດ ກໍໄດ້ເນັ້ນ ໃຫ້ພ້ອມກັນສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ແລະ ຈັດຕັ້ງປະຕິບັດເນື້ອໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນຕົ້ນ ບັນດາມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ແຕ່ລະຄັ້ງ, ເນື້ອໃນກອງປະຊຸມກວດກາທົ່ວປະເທດແຕ່ລະປີ, ບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດຕ່າງໆຂອງພັກ ແລະ ກົດໝາຍຂອງລັດ ໂດຍສະເພາະແມ່ນມະຕິ, ຄໍາສັ່ງ ແລະ ນິຕິກໍາກ່ຽວກັບວຽກງານກວດກາ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຢູ່ພາຍໃນການຈັດຕັ້ງຂອງຕົນເອງ ຢ່າງມີຈຸດສຸມ. ໃນນີ້, ຄະນະກວດກາ ແລະ ກົມກວດກາ ຕ້ອງມີແຜນການເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາກົມ, ຄະນະສານ ຂອງສານປະຊາຊົນສູງສຸດ ແລະ ສານປະຊາຊົນທ້ອງຖິ່ນ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ; ສືບຕໍ່ວຽກງານຕິດຕາມ, ກວດກາພັກ ໃຫ້ຄະນະກວດກາຂອງສານປະຊາຊົນສູງສຸດ ເອົາໃຈໃສ່ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ບັນດາຄາດໝາຍທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ ໄດ້ວາງອອກ; ເອົາໃຈໃສ່ຕິດຕາມກວດກາ ການຈັດຕັ້ງປະຕິບັດ ກົດລະບຽບຂອງພັກ ສະໄໝທີ XI, ກວດກາການປະຕິ ບັດມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດຕ່າງໆຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ກ່ຽວກັບວຽກງານປັບປຸງກໍ່ສ້າງພັກ, ການປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກຂອງໜ່ວຍພັກ ທີ່ຂຶ້ນກັບການຄຸ້ມຄອງຂອງຄະ ນະບໍລິຫານງານພັກ ສານປະຊາຊົນສູງສຸດ; ຕິດຕາມ, ກວດກາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ຂອງສະມາຊິກພັກ-ພະນັກງານ, ກໍາສະພາບສະມາຊິກພັກ-ພະນັກງານ ຫລັກແຫລ່ງ ຢູ່ໃນແຕ່ລະໜ່ວຍພັກ ແລະ ແກ້ໄຂສະພາບຫຍໍ້ທໍ້ ພາຍໃນແຕ່ລະຄະນະໜ່ວຍພັກ ແລະ ສະມາຊິກພັກ ຢ່າງເດັດຂາດ ແລະ ເຂັ້ມງວດ; ການກວດກາລັດ ບັນຫາທີ່ກົມກວດກາ ຕ້ອງໄດ້ເອົາໃຈໃສ່ ແລະ ສຸມໃສ່ຕິດຕາມ, ກວດກາການຄຸ້ມຄອງບໍລິຫານລັດ ຂອງສານປະຊາຊົນແຕ່ລະຂັ້ນ ຄື: ຕິດຕາມ, ກວດກາ ການປະຕິບັດພາລະບົດບາດໜ້າທີ່ຂອງບັນດາກົມ, ຄະນະສານ ຂອງສານປະຊາຊົນສູງສຸດ ແລະ ສານປະຊາຊົນທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະ ບຽບການຕ່າງໆຂອງລັດ ລວມທັງຄໍາສັ່ງ, ຄໍາແນະນໍາ ຂອງສານປະຊາຊົນສູງສຸດ ແລະ ຂອງອົງການປົກຄອງທ້ອງຖິ່ນທີ່ວາງອອກ; ສືບຕໍ່ຕິດຕາມການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ບໍ່ສອດຄ່ອງກັບລະບຽບຫລັກການ ແລະ ກົດໝາຍ ຂອງການຈັດຕັ້ງ ແລະ ບຸກຄົນ ຢູ່ໃນບັນດາກົມ, ຄະນະສານ ຂອງສານປະຊາຊົນສູງສຸດ ແລະ ສານປະຊາຊົນທ້ອງຖິ່ນ ທີ່ມີປະກົດການຫຍໍ້ທໍ້.

ຄະນະກວດກາໜ່ວຍພັກ ຕ້ອງເປັນເຈົ້າການຕິດຕາມ, ຊຸກຍູ້ແນະນຳ, ຈັດຝຶກອົບຮົມເພື່ອຮັບປະກັນ ບົດ ບາດການນຳພາຂອງພັກ ໃນວຽກງານກວດກາ, ວຽກງານການບໍລິຫານສານ-ບໍລິຫານຄະດີ; ແກ້ໄຂຜົນການກວດກາແຕ່ລະກໍລະນີ; ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຢູ່ສານປະຊາຊົນ ແຕ່ລະຂັ້ນ ເພາະການສໍ້ລາດບັງຫລວງ ເປັນໄພຂົ່ມຂູ່ຕໍ່ຄວາມໜັ້ນຄົງ ຂອງການຈັດຕັ້ງ, ສະມາຊິກພັກ ແລະ ພະນັກ ງານ ເປັນບັນຫາທີ່ສົ່ງຜົນສະທ້ອນເຖິງ ຄວາມເຫລື້ອມໃສ, ຄວາມເຊື່ອໜັ້ນຂອງປະຊາຊົນ ກໍຄື ສັງຄົມ ຕໍ່ລະບົບສານປະຊາຊົນ ຂອງພວກເຮົາ; ຄະນະກວດກາ ແລະ ກົມກວດກາ ຕ້ອງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຕໍ່ກັບການຄົ້ນຄວ້າແກ້ໄຂ ຄໍາຮ້ອງ-ຄໍາສະເໜີຂອງພົນລະເມືອງ, ອັນນີ້ເປັນວຽກໜຶ່ງທີ່ພວກເຮົາບໍ່ຄວນຖືເບົາ, ການຄົ້ນ ຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງພົນລະເມືອງ ຕ້ອງດໍາເນີນໄປຕາມພາລະບົດບາດ ແລະ ຖືກຕ້ອງ, ຄົບຖ້ວນ, ພາ ວະວິໄສ ແລະ ຍຸຕິທໍາ; ຕ້ອງເອົາໃຈໃສ່ສ້າງແຜນການຜັນຂະຫຍາຍ ແລະ ນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ລົງໄປຊຸກຍູ້ ຄະນະພັກ-ຄະນະນໍາສານປະຊາຊົນພາກ ແລະ ສານປະຊາຊົນບັນດາແຂວງ-ນະຄອນຫລວງວຽງຈັນ ຮັບຮູ້ເຂົ້າໃຈ, ເຂົ້າຮ່ວມ ແລະ ເປັນເຈົ້າການນໍາພາ-ຊີ້ນໍາວຽກງານກວດກາ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງຕັ້ງໜ້າ.
ຂໍ້ມູນ-ພາບ: ຍຸພິນທອງ
KPL