7030

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 19.05.2025 ປີທີ 24 ສະບັບທີ 6.185ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K va f8kg'og2U gIa f.sh ,kf4ko dkofe]q '-u ;y f0v'xt-k-q owfh Ia [zq odtmq [ ]k;{l gdq ks]u -5 dp6h dkog8u [38lu 0P; lqj 'glu ,dkoIj ;,,n fh kodko]q 'mb o lxx ]k; wfh Ia [dko-j ;pgs]n v v5 xtdvodkocrf c]t ;a d-y o sk]n dkocdh w0xtdq fdko sp= h m= h muj g7aj 'Ih vo.ola '7q , d;fdk c]t xa [x5 'goN v.oxN ,76j ,n dkoIa [ c]t ry 9k]tok7eIh v'0= 7;k,gxa ome ry mu -kxtotdy fltiy itla '0ko rtvk9ko.spj ,tsk[5 o,k ly ,,krq , ຂປລ. ພິທີມອບ-ຮັບເຄື່ອງຊ່ວຍ ເຫລືອລ້າ (ອຸປະກອນການແພດ ແລະ ວັກຊິນປ້ອງກັນພະຍາດປອດ ອັກເສບ) ຈາກສະມາຄົມພັດທະນາ ເສດຖະກິດອາຊີຈີນ ແລະ ບໍລິສັດ ລາວອາຊີພັດທະນາເສດຖະກິດ ຂປລ. ພິທີຊາປະນະກິດສະຣິຣະ ສັງຂານ ພະອາຈານໃຫຍ່ ມະຫາ ບຸນມາ ສິມມາພົມ ປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນຢ່າງ ສົມກຽດ ໃນວັນທີ 17 ພຶດສະພາ 2025 ຢູ່ເດີ່ນພະທາດຫລວງ ວຽງຈັນ ໂດຍມີພະເຖລານຸເຖລະ, ພະອາຈານໃຫຍ່ຈາກວັດຕ່າງໆທັງ ພາຍໃນ ແລະ ຕ່າງປະເທດ, ມີທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ,ບັນດາການນຳ,ອະດີດ ການນຳ ພັກ, ລັດ ຕະຫລອດຮອດ ພຸດທະສາສະນິກະຊົນລາວ ບັນດາ ເຜົ່າ ເຂົ້າຮ່ວມຢ່າງຫລວງຫລາຍ. ໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວ ລາວສ້າງຊາດ, ທັງເປັນຫົວໜ້າ ຄະນະຮັບຜິດຊອບງານຊາປະນະກິດ xtmko7totd;fdkl6 odk'ra d goA o.sh lkoxt-k-q ol6 'l5 f gvq k.9.lj s]kp[a oskle7a o ຂປລ. ກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດກົດ ໝາຍ, ນິຕິກຳໃຕ້ກົດໝາຍໃນຂົງ ເຂດວັດທະນະທຳ-ສັງຄົມ ທີ່ຕິດພັນ ກັບການແກ້ໄຂປະກົດການຫຍໍ້ທໍ້ທີ່ ເປັນບັນຫາເຄັ່ງຮ້ອນໃນສັງຄົມ ຈັດ ຂຶ້ນໃນວັນທີ 16 ພຶດສະພາ 2025 ຜ່ານມາ ໂດຍການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະ ທານສະພາແຫ່ງຊາດ, ມີປະທານຮອງປະທານກໍາມາທິການ ຂອງ ສພຊ, ຮອງລັດຖະມົນຕີ ຈາກກະ ຊວງ ແລະ ອົງການທີ່ກ່ຽວຂ້ອງ, ຜູ້ຕາງໜ້າຂອງສະມາພັນຄວບຄຸມ ຢາສູບອາຊຽນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ຂປລ. ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມຕໍ່ ກອງປະຊຸມສະຫລຸບ ຕີລາຄາການເຄື່ອນໄຫວວຽກງານ ກວດກາ ຂອງສານປະຊາຊົນສູງ ສຸດ (ສປສສ) ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ໃນວັນທີ 16 ພຶດສະພາ 2025 ຜ່ານ ມາ, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງ ພັກ, ປະທານຄະນະກວດກາສູນກາງ ພັກ, ປະທານອົງການກວດກາແຫ່ງ ລັດ, ຫົວໜ້າອົງການຕ້ານການ ສໍ້ລາດບັງຫລວງຂັ້ນສູນກາງ ໄດ້ ເນັ້ນໃຫ້ຄະນະພັກ-ຄະນະນໍາກໍຄືພະ ນັກງານ-ສະມາຊິກພັກ ສານປະ ແລະ ການລົງທຶນຈໍາກັດ ມູນຄ່າ 10,2 ລ້ານຢວນ (ສະກຸນເງິນຈີນ) ຊາຊົນສູງສຸດ ພ້ອມກັນຫລາຍບັນ ຫາສໍາຄັນ ເພື່ອເປັນທິດໃນການ ສືບຕໍ່ຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ-ລັດ ກ່ຽວກັບ ທ່ານ ຄຳໃບ ດໍາລັດ ໄດ້ມີຄໍາ ເຫັນວ່າ: ກອງປະຊຸມຄັ້ງນີ້, ເພື່ອຄົ້ນ ຄວ້າແລະປຶກສາຫາລືຮ່ວມກັນກ່ຽວ ກັບການຈັດຕັ້ງປະຕິບັດກົດໝາຍ ຂປລ. ສະຖານເອກອັກຄະລັດຖະ ທູດ ສ ເກົາຫລີ ປະຈໍາ ສປປ ລາວ ແລະ ອົງການສົ່ງເສີມການຄ້າການລົງທຶນສ ເກົາຫລີ(KOTRA) ຈັດກອງປະຊຸມ ການຮ່ວມມື ລາວສ ເກົາຫລີ ເພື່ອຍຸດຕິການປ່ອຍອາຍ ກາກບອນ ປະຈຳປີ 2025 ເມື່ອບໍ່ ດົນຜ່ານມາ ຢູ່ນະຄອນຫລວງວຽງ ຈັນ ແນໃສ່ເພີ່ມທະວີການຮ່ວມມື ສອງຝ່າຍກ່ຽວກັບການຫລຸດຜ່ອນ ການປ່ອຍອາຍກາກບອນ ແລະ ຂປລ. ອັດຕາເງິນເຟີ້ໃນ ສປປ ລາວ ເຮັດໃຫ້ມາດຕະຖານ ການດໍາ ລົງຊີວິດຂອງປະຊາຊົນ ໄດ້ຮັບຜົນ ກະທົບ ແລະ ເຮັດໃຫ້ຕະຫລາດແຮງ ງານມີການປັບປ່ຽນ ໂດຍອີງຕາມ ຜົນການສໍາຫລວດ ຕິດຕາມຄົວ ເຮືອນຂອງ ທະນາຄານໂລກຄັ້ງ ຫລ້າສຸດ ເພື່ອຮັບມືກັບລາຄາສິນ ຄ້າທີ່ເພີ່ມຂຶ້ນ, ຄົນຫັນມາເຮັດວຽກ ຫລາຍຂຶ້ນ, ແຕ່ເນື່ຶອງຈາກຄ່າຈ້າງ ບໍ່ສອດຄ່ອງກັບອັດຕາເງິນເຟີ້, ແຮງງານຈຶ່ງຫັນມາເຮັດວຽກໃຫ້ ກັບຕົວເອງ ແລະ ຍົກຍ້າຍຖິ່ນຖານ ເພື່ອຫາລາຍໄດ້ລ້ຽງຄອບຄົວ. ຂປລ. ກອງປະຊຸມກວດກາ ແລະ ປັບປຸງເນື້ອໃນປຶ້ມຄູ່ມືການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມ ເປັນທໍາ ຂອງຄະນະປະຈໍາສະພາ ປະຊາຊົນຂັ້ນແຂວງ ແລະ ຄະນະ ປະຈໍາສະພາແຫ່ງຊາດ ຈັດຂຶ້ນໃນ ວັນທີ 15-17 ພຶດສະພາ 2025 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ. ທັງນີ້, ກໍເພື່ອຜັນຂະຫຍາຍເນື້ອໃນ ຂອງກົດໝາຍ, ທັງເປັນການໂຄສະ ນາເຜີຍແຜ່ ແລະ ເປັນບ່ອນອີງໃນ ການສ້າງຄວາມເຂົ້າໃຈກ່ຽວກັບ ການຮັບ ແລະ ພິຈາລະນາຄໍາຮ້ອງ ຂໍຄວາມເປັນທໍາ ໃຫ້ແກ່ພະນັກງານ ລັດຖະກອນທີ່ເຮັດໜ້າທີ່ໃນການ ຮັບ ແລະ ຄົ້ນຄວ້າຄໍາຮ້ອງຂໍຄວາມ ເປັນທໍາ ກໍຄືປະຊາຊົນຜູ້ຍື່ນຄໍາຮ້ອງ ຂໍຄວາມເປັນທໍາ ໃຫ້ໄດ້ຮູ້ເຖິງສິດ ແລະ ໜ້າທີ່, ຫລັກການ, ຂັ້ນຕອນ, ວິທີການ ແລະ ກົນໄກໃນການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມ ເປັນທໍາ ໄດ້ຢ່າງລະອຽດ, ມີຄວາມ ເປັນເອກະພາບ, ຖືກຕ້ອງຕາມກົດ ໝາຍກໍານົດໄວ້ ແນໃສ່ຮັບປະກັນ ໃຫ້ການເຄື່ອນໄຫວວຽກງານສອງ ພາກສ່ວນມີປະສິດທິພາບ, ຮັດ ກຸມ, ທັນເວລາ ແລະ ຖືກຕ້ອງຕາມ ກົດໝາຍ. ການສໍາຫລວດຕິດຕາມຄວາມ ຢູ່ດີກິນດີຂອງຄົວເຮືອນແບບໄວ ຮອບທີ 10 ຂອງທະນາຄານໂລກ ປະຈຳລາວ ທີ່ໄດ້ດໍາເນີນໃນທົ່ວປະ ເທດ ໃນເດືອນມັງກອນຫາເດືອນ ກຸມພາ 2025, ຜົນການສໍາຫລວດ ໄດ້ສະແດງໃຫ້ເຫັນຕົວເລກການ ຈ້າງງານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍອັດຕາສ່ວນຂອງຜູ້ຕອບແບບ ສອບຖາມ ທີ່ລາຍງານການຈ້າງ ງານໃນເດືອນມັງກອນ2025ແມ່ນ 97,1%, ເພີ່ມຂຶ້ນຈາກ 94,4% ໃນ ເດືອນມິຖຸນາ 2024 ແລະ 88,2% F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ y

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 19/05/2025 xtgmf]k; ພິທີຊາປະນະກິດ...ິີິ ໄດ້ຂຶ້ນກ່າວສະດຸດີ ເຊິ່ງມີເນື້ອໃນ ບາງຕອນ ວ່າ: ພະອາຈານໃຫຍ່ ມະຫາບຸນມາ ສິມມາພົມໄດ້ລະສັງ ຂານໃນວັນພະຫັດ ທີ 17 ເມສາ 2025 ພຸດທະສັງກາດ 2567, ເວລາ 00:22 ໂມງ, ລວມສີຣິອາຍຸ 92 ປີ, ວັດສາຍຸການ 72 ພັນ. ການ ລະສັງຂານຂອງພະອາຈານໃຫຍ່ ແມ່ນການສູນເສຍພະມະຫາເຖຣະ ອົງໜຶ່ງຂອງປະເທດຊາດແລະຂອງ ອົງການພຸດທະສາສະໜາລາວ, ເປັນການສູນເສຍອັນໃຫຍ່ຫລວງ, ຊຶ່ງໄດ້ນໍາເອົາຄວາມໂສກເສົ້າ ແລະ ອາໄລອາວອນອັນສຸດຊຶ້ງໃຫ້ແກ່ ອົງການພຸດທະສາສະໜາສຳພັນ ລາວ, ການຈັດຕັ້ງພັກ-ລັດ, ແນວ ລາວສ້າງຊາດ ແລະ ພຸດທະສາສະ ນິກະຊົນທັງພາຍໃນ ແລະ ຕ່າງປະ ເທດ. ແຕ່ເຖິງຢ່າງໃດກໍຕາມ ເຖິງ ວ່າພະອາຈານໃຫຍ່ ໄດ້ລະສັງຂານ ຈາກພວກເຮົາໄປຢ່າງບໍ່ມີວັນຫວນ ກັບຄືນມາກໍຕາມ, ແຕ່ຜົນງານ, ຄຸນ ງາມຄວາມດີ, ຄໍາສັ່ງສອນ ແລະ ແບບຢ່າງໃນການປະພຶດປະຕິບັດ ຂອງພະອາຈານໃຫຍ່ ຍັງຝັງເລິກ ຢູ່ໃນຫົວໃຈຫລາຍດວງຂອງພະສົງ ສາມະເນນ, ພຸດທະສາສະນິກະຊົນ ລາວບັນດາເຜົ່າ ຕະຫລອດໄປ. ຜົນ ງານ ແລະ ຄຸນງາມຄວາມດີອັນ ປະເສີດ ຂອງພະອາຈານໃຫຍ່ ຈະ ຖືກຈາລຶກໄວ້ໃນປະຫວັດສາດຂອງ ຊາດ ແລະ ຂອງອົງການພຸດທະສາ ສະໜາຕໍ່ໆໄປ. ພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ເປັນຜູ້ທີ່ມີນໍ້າໃຈຮັກ ຊາດແຕ່ອາຍຸຍັງເຍົາໄວ, ເພິ່ນໄດ້ ປະກອບສ່ວນສໍາຄັນເຂົ້າໃນການ ປະຕິວັດຕໍ່ສູ້ກູ້ຊາດຕັ້ງແຕ່ອາຍຸພຽງ 12 ປີ, ເພິ່ນໄດ້ເຮັດໜ້າທີ່ເປັນຜູ້ລຳ ລຽງຂົນສົ່ງສະບຽງອາຫານ ແລະ ສົ່ງຈົດໝາຍໃຫ້ກຳລັງປະຕິວັດ. ພາຍຫລັງທີ່ເພິ່ນບວດເປັນພະພິກ ຂຸ ຍ້ອນເຫັນໄດ້ຄວາມໂຫດຮ້າຍ ປ່າເຖື່ອນ, ການກົດຂີ່ຂົ່ມເຫັງຂອງ ພວກຈັກກະພັດລ່າເມືອງຂຶ້ນ ແລະ ລູກແຫລ້ງຕີນມື ທີ່ມີຕໍ່ປະເທດຊາດ, ຕໍ່ປະຊາຊົນລາວບັນດາເຜົ່າ, ດ້ວຍ ຄວາມສະດຸ້ງໄວ, ດ້ວຍນໍ້າໃຈຮັກ ຊາດ, ຮັກຄວາມເປັນທໍາ ເພິ່ນຈຶ່ງ ເປັນຕົວແທນໃຫ້ແກ່ພະສົງອົງອື່ນໆ ສືບຕໍ່ເຄື່ອນໄຫວແບບປິດລັບ, ໃຫ້ ການຊ່ວຍເຫລືອນັກປະຕິວັດ, ຂົນ ຂວາຍພະສົງ-ສາມະເນນ ໃຫ້ເຫັນ ແຈ້ງຕໍ່ແນວທາງຕໍ່ສູ້ກູ້ຊາດ ກໍຄື ແນວທາງສັນຕິພາບເປັນກາງ ຂອງ ແນວລາວຮັກຊາດ. ພະອາຈານ ໃຫຍ່ຍາມໃດກໍຍຶດໝັ້ນຕໍ່ຄໍາຂວັນ ຂອງອົງການພຸດທະສາສະໜາ ສຳພັນລາວ ທີ່ວ່າ: ປະເທດຊາດ ກັບ ພະພຸດທະສາສະໜາ, ພະສົງ-ສາ ມະເນນ ກັບປະຊາຊົນລາວ, ແນວ ທາງນະໂຍບາຍຂອງພັກ ກັບຫລັກ ທໍາຄໍາສອນທາງພຸດທະສາສະໜາ ບໍ່ສາມາດທີ່ຈະຕັດແຍກອອກຈາກ ກັນໄດ້, ທິດທາງກ້າວເດີນ ແລະ ເປົ້າໝາຍປາຍທາງຂອງປະເທດ ຊາດທີ່ພັກ ວາງໄວ້ຄືແນວໃດນັ້ນ ອົງການພຸດທະສາສະໜາກໍວາງ ເປົ້າໝາຍ ແລະ ເດີນຕາມເສັ້ນທາງ ນັ້ນຢ່າງບໍ່ຫວັນໄຫວຄອນແຄນ. ພະອາຈານໃຫຍ່ມີຄະຕິເຕືອນໃຈ ໃຫ້ແກ່ລູກສິດ ແລະ ສາສະນິກະຊົນ ມາໂດຍຕະຫລອດນັ້ນກໍຄື ໃຫ້ປະ ພຶດ ແລະ ປະຕິບັດ 5 ຮັກ ຄື: “ຮັກ ຕົນເອງ, ຮັກພໍ່ແມ່, ຮັກຄູບາອາ ຈານ, ຮັກບ້ານເກີດເມືອງນອນ ແລະ ຮັກປະເທດຊາດ”. ໃນຕະຫລອດ 7 ທົດສະວັດ ກວ່າທີ່ຜ່ານມາ, ນັບແຕ່ບວດເປັນ ພະພິກຂຸ ທີ່ວັດສີດາຈັນ ບ້ານດອນ ໄຊ ເມືອງສຸຂຸມມາ ຈົນຮອດໄລຍະ ທີ່ເພິ່ນດຳລົງຕຳແໜ່ງເປັນປະທານ ສູນກາງອົງການພຸດລາວ ອົງທີ 6, ຊຶ່ງລວມອາຍຸໄດ້ 92 ປີ ແລະ 72 ພັນສານັ້ນ, ພະອາຈານໃຫຍ່ ໄດ້ ຮ່ວມກັບຄະນະສົງລາວອົງອື່ນໆ ອຸທິດໝົດຊີວິດຂອງຕົນ ເພື່ອເສີມ ສ້າງຄຸນນະທຳຂອງພຸດທະສາສະ ໜາ ແລະ ເສີມສ້າງຄວາມສາມັກຄີ ປອງດອງຂອງປະຊາຊົນລາວບັນ ດາເຜົ່າ ແລະ ບັນດາສາສະໜາ ໃນ ສປປ ລາວ ແລະ ຕ່າງປະເທດ, ເພິ່ນ ເປັນພະມະຫາເຖຣະທີ່ມີຄວາມຮູ້, ມີຄວາມສາມາດ, ມີບົດບາດອິດທິ ພົນ ເປັນທີ່ເຫລື້ອມໃສສັດທາຂອງ ພະສົງ-ສາມະເນນ, ພຸດທະສາສະ ນິກະຊົນທັງພາຍໃນ ແລະ ຕ່າງປະ ເທດ, ເປັນຜູ້ທີ່ມີຄວາມໜັກແໜ້ນ ແລະ ເຄັ່ງຄັດໃນພະທຳວິໄນ, ປະຕິ ບັດກິດຈະວັດຂອງສົງ, ເປັນພະສົງ ທີ່ລຽບງ່າຍ, ສັນໂດດ, ບໍ່ຖືຕົວ, ເປັນ ຜູ້ມີຄວາມເມດຕາ, ມີຄວາມສາມັກ ຄີ. ຍາມໃດເພິ່ນກໍຕັ້ງໜ້າສຶກສາ ຮໍ່າຮຽນ ແລະ ປະພຶດໃນຫລັກທໍາ ຄໍາສອນທາງພຸດທະສາສະໜາ, ເປັນພະສົງທີ່ມີບົດຮຽນປະສົບການ ທີ່ດີເດັ່ນວຽກງານປົກຄອງ ແລະ ວຽກງານສາທາລະນຸປະການສົງ. ໃນໄລຍະດຳລົງຕໍາແໜ່ງເປັນ ປະທານສູນກາງອົງການພຸດລາວ ພະອາຈານໃຫຍ່ໄດ້ຮ່ວມກັບໝູ່ຄະ ນະນໍາພາວຽກງານຂອງອົງການ ສົງລາວມີຫລາຍອັນທີ່ພົ້ນເດັ່ນ ເປັນຕົ້ນ ໄດ້ນໍາພາດໍາເນີນກອງປະ ຊຸມໃຫຍ່ຜູ້ແທນສົງທົ່ວປະເທດ ສະໄໝທີ VI I I, ພ້ອມທັງນໍາພາ ກຳນົດວິໄສທັດ ຮອດປີ 2040, ຍຸດທະສາດຮອດປີ 2030, ແຜນ ວຽກຈຸດສຸມ 5 ປີ ຂອງອົງການພຸດ ທະສາສະໜາລາວ, ພ້ອມທັງນໍາພາ ຈັດຕັ້ງປະຕິບັດມະຕິດັ່ງກ່າວມີຜົນ ສໍາເລັດຢ່າງຈົບງາມ; ໄດ້ນໍາພາ ປັບປຸງທຳມະນູນ ການປົກຄອງສົງ ລາວ ສະບັບ I I ໃຫ້ແທດເໝາະ ກັບສະພາບແວດລ້ອມການເມືອງ ແລະ ສັງຄົມລາວ ໄລຍະໃໝ່; ໄດ້ ສືບຕໍ່ນໍາພາຮຽບຮຽງພະໄຕປິດົກ ສະບັບເປັນພາສາລາວ ແລະ ພາສາ ລາວບາລີ, ທັງໄດ້ຈັດພິມຈໍານວນ 5.000 ຊຸດ, ຊຸດລະ 45 ຫົວ ຖືເປັນ ຄັ້ງປະຫວັດສາດທາງພຸດທະສາ ສະໜາ ຂອງລາວເຮົາ; ເພິ່ນໄດ້ສືບ ຕໍ່ນໍາພາອອກຕົນຍາດໂຍມສ້າງກຸດ ຕິປະທານສົງສໍາເລັດໂດຍພື້ນຖານ, ໄດ້ນໍາພາບູລະນະພະທາດດອນໄຊ ແຂວງຈໍາປາສັກ; ໄດ້ນໍາພາສ້ອມ ແປງແລະສ້າງວັດວາອາຮາມ,ໂຮງ ຮຽນສົງ, ສ້າງສຸກສາລາ, ສ້າງຂົວ ແລະ ອະນຸເຄາະແກ່ປະຊາຊົນເຂດ ຫ່າງໄກສອກຫລີກ; ເພິ່ນໄດ້ອອກ ເຫື່ອເທແຮງໃນການເທດສະໜາ ສັ່ງສອນພຸດທະສາສະນິກະຊົນ ໃຫ້ ປະພຶດຕົນເປັນຄົນດີ ຂອງຊາດ, ເສີມສ້າງຄຸນນະທໍາ ແລະ ເສີມ ສ້າງຄວາມສາມັກຄີປອງດອງອັນ ດີງາມຂອງປະຊາຊົນທັງປວງ; ພິເສດໃນໄລຍະການລະບາດພະ ຍາດໂຄວິດ-19 ແລະ ໄລຍະເກີດ ໄພພິບັດນໍ້າຖ້ວມ ພະອາຈານໃຫຍ່ ໄດ້ລະດົມສັດທາຍາດໂຍມຈາກ ພາຍໃນ ແລະ ຕ່າງປະເທດ ເພື່ອ ອະນຸເຄາະແກ່ປະຊາຊົນທີ່ໄດ້ຮັບ ຜົນກະທົບຈາກໄພພິບັດ ໂດຍມີມູນ ຄ່າຫລວງຫລາຍ. ຄຽງຄູ່ກັບການປັບປຸງວຽກ ງານຂອງອົງການພຸດທະສາສະໜາ ລາວແລ້ວ, ເພິ່ນຍັງໄດ້ເສີມສ້າງ ສາຍພົວພັນລະຫວ່າງອົງການ ພຸດລາວ ກັບອົງການພຸດໃນພາກ ພື້ນ ແລະ ສາກົນ ເປັນຕົ້ນ ກັບພຸດ ຫວຽດນາມ, ກຳປູເຈຍ, ໄທ, ສປ ຈີນ, ມຽນມາ, ຍີ່ປຸ່ນ ແລະ ພິເສດ ໄດ້ພະຍາຍາມຟື້ນຟູວັດລາວ ຢູ່ອິນ ເດຍ ແລະ ອື່ນໆ. ດ້ວຍຜົນງານ ແລະ ຄຸນງາມ ຄວາມດີ ຂອງພະອາຈານໃຫຍ່ ທີ່ມີ ຕໍ່ປະເທດຊາດ ແລະ ພຸດທະສາສະ ໜາ. ພັກ-ລັດ ແລະ ອົງການຈັດຕັ້ງ ຕ່າງໆທັງພາຍໃນ ແລະ ຕ່າງປະ ເທດ ຈຶ່ງໄດ້ຍ້ອງຍໍສັນລະເສີນຕໍ່ ເພິ່ນດ້ວຍຫລຽນກຽດຕິຄຸນປະເພດ ຕ່າງໆ ຄື: ໄດ້ຮັບຫລຽນກຽດຕິ ຄຸນປະທານປະເທດ ສປປ ລາວ 1 ໜ່ວຍ; ຫລຽນກາລະນຶກວັນສ້າງ ຕັ້ງ ສປປ ລາວ ຄົບຮອບ 30 ປີ ຈໍາ ນວນ 1 ໜ່ວຍ; ຫລຽນກາລະນຶກ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 60 ປີ ແລະ 70 ປີປະເພດ ລະ 1 ໜ່ວຍ; ໃບກຽດຕິຄຸນຈາກ ກະຊວງ-ອົງການ ແລະ ທ້ອງຖິ່ນ ຈໍານວນ53 ໃບ; ໄດ້ຮັບດຸດສະດີບັນ ດິດກິດຕິມະສັກ 1 ໃບ ແລະ ຮັບສະ ມະນະສັກ 2 ຄັ້ງ ຈາກລັດຖະບານ ແລະ ມະຫາວິທະຍາໄລ ຢູ່ຕ່າງ ປະເທດ. ຂ່າວ-ພາບ: ທະນູທອງ ວຽກງານກວດກາ, ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆຢູ່ສານ ປະຊາຊົນແຕ່ລະຂັ້ນ ໂດຍມີ ສະ ຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະ ທານສານປະຊາຊົນສູງສຸດ, ມີຮອງ ເລຂາຄະນະບໍລິຫານງານພັກ, ຄະ ນະປະຈຳພັກ, ກຳມະການຄະນະ ບໍລິຫານງານພັກ,ພ້ອມດ້ວຍເລຂາຮອງເລຂາໜ່ວຍພັກ ແລະ ສະມາ ຊິກພັກ, ຜູ້ຮັບຜິດຊອບວຽກງານ ກວດກາ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ຄຳພັນ ພົມມະທັດ ກໍໄດ້ເນັ້ນ ໃຫ້ພ້ອມກັນ ສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ແລະ ຈັດຕັ້ງປະຕິບັດເນື້ອໃນມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເປັນຕົ້ນ ບັນດາມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງ ພັກ ແຕ່ລະຄັ້ງ, ເນື້ອໃນກອງປະຊຸມ ກວດກາທົ່ວປະເທດແຕ່ລະປີ, ບັນ ດາມະຕິ, ຄໍາສັ່ງ, ຂໍ້ກໍານົດຕ່າງໆ ຂອງພັກ ແລະ ກົດໝາຍຂອງລັດ ໂດຍສະເພາະແມ່ນມະຕິ, ຄໍາສັ່ງ ແລະ ນິຕິກໍາກ່ຽວກັບວຽກງານ ກວດກາ, ການສະກັດກັ້ນແລະຕ້ານ ການສໍ້ລາດບັງຫລວງຢູ່ພາຍໃນ ການຈັດຕັ້ງຂອງຕົນເອງ ຢ່າງມີ ຈຸດສຸມ. ໃນນີ້, ຄະນະກວດກາ ແລະ ກົມກວດກາ ຕ້ອງມີແຜນການ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາກົມ, ຄະນະສານ ຂອງ ສານປະຊາຊົນສູງສຸດ ແລະ ສານ ປະຊາຊົນທ້ອງຖິ່ນ ຕາມພາລະ ບົດບາດ ແລະ ຄວາມຮັບຜິດຊອບ ຂອງຕົນ; ສືບຕໍ່ວຽກງານຕິດຕາມ, ກວດກາພັກ ໃຫ້ຄະນະກວດກາ ຂອງສານປະຊາຊົນສູງສຸດ ເອົາໃຈ ໃສ່ຕິດຕາມ, ກວດກາ ການຈັດຕັ້ງ ປະຕິບັດບັນດາຄາດໝາຍທີ່ມະຕິ ກອງປະຊຸມໃຫຍ່ຄັ້ງທີ IV ຂອງ ອົງຄະນະພັກສານປະຊາຊົນສູງສຸດ ໄດ້ວາງອອກ; ເອົາໃຈໃສ່ຕິດຕາມ ກວດກາການຈັດຕັ້ງປະຕິບັດກົດ ລະບຽບຂອງພັກ ສະໄໝທີ XI, ກວດກາການປະຕິບັດມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດຕ່າງໆຂອງກົມການ ເມືອງ ແລະ ຄະນະເລຂາທິການສູນ ກາງພັກ ກ່ຽວກັບວຽກງານປັບປຸງ ກໍ່ສ້າງພັກ, ການປັບປຸງແບບແຜນ ນໍາພາ ແລະ ວິທີເຮັດວຽກຂອງ ໜ່ວຍພັກ ທີ່ຂຶ້ນກັບການຄຸ້ມຄອງ ຂອງຄະນະບໍລິຫານງານພັກ ສານ ປະຊາຊົນສູງສຸດ; ຕິດຕາມ, ກວດ ກາຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ ຂອງສະມາຊິກ ພັກ-ພະນັກງານ, ກໍາສະພາບສະມາ ຊິກພັກ-ພະນັກງານຫລັກແຫລ່ງ ຢູ່ໃນແຕ່ລະໜ່ວຍພັກ ແລະ ແກ້ໄຂ ສະພາບຫຍໍ້ທໍ້ ພາຍໃນແຕ່ລະຄະນະ ໜ່ວຍພັກ ແລະ ສະມາຊິກພັກ ຢ່າງ ເດັດຂາດ ແລະ ເຂັ້ມງວດ; ການ ກວດກາລັດ ບັນຫາທີ່ກົມກວດກາ ຕ້ອງໄດ້ເອົາໃຈໃສ່ ແລະ ສຸມໃສ່ ຕິດຕາມ, ກວດກາການຄຸ້ມຄອງບໍລິ ຫານລັດ ຂອງສານປະຊາຊົນແຕ່ ລະຂັ້ນ ຄື: ຕິດຕາມ, ກວດກາ ການ ປະຕິບັດພາລະບົດບາດໜ້າທີ່ຂອງ ບັນດາກົມ, ຄະນະສານ ຂອງສານ ປະຊາຊົນສູງສຸດ ແລະ ສານປະຊາ ຊົນທ້ອງຖິ່ນ ໃນການຈັດຕັ້ງປະຕິ ບັດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ລວມ ທັງຄໍາສັ່ງ, ຄໍາແນະນໍາ ຂອງສານ ປະຊາຊົນສູງສຸດ ແລະ ຂອງອົງ ການປົກຄອງທ້ອງຖິ່ນທີ່ວາງອອກ; ສືບຕໍ່ຕິດຕາມການແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆ ທີ່ບໍ່ສອດຄ່ອງກັບ ລະບຽບຫລັກການ ແລະ ກົດໝາຍ ຂອງການຈັດຕັ້ງ ແລະ ບຸກຄົນ ຢູ່ໃນບັນດາກົມ, ຄະນະສານ ຂອງ ສານປະຊາຊົນສູງສຸດ ແລະ ສານ ປະຊາຊົນທ້ອງຖິ່ນ ທີ່ມີປະກົດການ ຫຍໍ້ທໍ້. ຄະນະກວດກາໜ່ວຍພັກ ຕ້ອງ ເປັນເຈົ້າການຕິດຕາມ, ຊຸກຍູ້ແນະ ນຳ, ຈັດຝຶກອົບຮົມເພື່ອຮັບປະກັນ ບົດບາດການນຳພາຂອງພັກ ໃນ ວຽກງານກວດກາ, ວຽກງານການ ບໍລິຫານສານ-ບໍລິຫານຄະດີ; ແກ້ ໄຂຜົນການກວດກາແຕ່ລະກໍລະນີ; ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ ການສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫລວງຢູ່ສານປະຊາຊົນແຕ່ ລະຂັ້ນ ເພາະການສໍ້ລາດບັງຫລວງ ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງ ການຈັດຕັ້ງ, ສະມາຊິກພັກ ແລະ ພະ ນັກງານ ເປັນບັນຫາທີ່ສົ່ງຜົນສະ ທ້ອນເຖິງຄວາມເຫລື້ອມໃສ, ຄວາມ ເຊື່ອໝັ້ນຂອງປະຊາຊົນ ກໍຄື ສັງຄົມ ຕໍ່ລະບົບສານປະຊາຊົນ ຂອງພວກ ເຮົາ; ຄະນະກວດກາ ແລະ ກົມກວດ ກາ ຕ້ອງເພີ່ມທະວີຄວາມຮັບຜິດ ຊອບຂອງຕົນ ຕໍ່ກັບການຄົ້ນຄວ້າ ແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງ ພົນລະເມືອງ, ອັນນີ້ເປັນວຽກໜຶ່ງ ທີ່ພວກເຮົາບໍ່ຄວນຖືເບົາ, ການຄົ້ນ ຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງພົນລະເມືອງ ຕ້ອງດໍາເນີນໄປ ຕາມພາລະບົດບາດ ແລະ ຖືກຕ້ອງ, ຄົບຖ້ວນ, ພາວະວິໄສ ແລະ ຍຸຕິທໍາ; ຕ້ອງເອົາໃຈໃສ່ສ້າງແຜນການຜັນ ຂະຫຍາຍ ແລະ ນໍາເອົາເນື້ອໃນ ຈິດໃຈຂອງກອງປະຊຸມຄັ້ງນີ້ລົງ ໄປຊຸກຍູ້ຄະນະພັກ-ຄະນະນໍາສານ ປະຊາຊົນພາກ ແລະ ສານປະຊາຊົນ ບັນດາແຂວງ-ນະຄອນຫລວງວຽງ ຈັນ ຮັບຮູ້ເຂົ້າໃຈ, ເຂົ້າຮ່ວມ ແລະ ເປັນເຈົ້າການນໍາພາ-ຊີ້ນໍາວຽກ ງານກວດກາ ທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນຢ່າງຕັ້ງໜ້າ. ຂໍ້ມູນ-ພາບ: ຍຸພິນທອງ ແລະ ນິຕິກຳໃຕ້ກົດໝາຍ ໃນຂົງ ເຂດວັດທະນະທຳ-ສັງຄົມ ທີ່ຕິດພັນ ກັບການແກ້ໄຂປະກົດການຫຍໍ້ທໍ້ ແລະ ບັນຫາທີ່ພົ້ນເດັ່ນ ເປັນຕົ້ນ ບັນ ຫາຢາສູບໄຟຟ້າ ແລະ ຄໍລາເຈນ ເຖິງວ່າຈະມີກົດໝາຍແລະ ລະບຽບ ການທີ່ກ່ຽວຂ້ອງແລ້ວ ແຕ່ການສະ ກັດກັ້ນ, ຄວບຄຸມການນຳເຂົ້າ, ການ ຈຳໜ່າຍ ແລະ ການນຳໃຊ້ຢາສູບ ໄຟຟ້າ, ຄໍລາເຈນ ທີ່ມີສານເສບຕິດ ຍັງເປັນບັນຫາທີ່ໜ້າເປັນຫ່ວງ ລວມທັງປະສິດທິຜົນຂອງການບັງ ຄັບໃຊ້ກົດໝາຍ, ການກວດກາຄຸນ ນະພາບ ແລະ ການສ້າງຄວາມຮັບ ຮູ້ໃຫ້ແກ່ຜູ້ບໍລິໂພກ ຍັງບໍ່ເຂັ້ມງວດ ເທົ່າທີ່ຄວນ; ການຄຸ້ມຄອງສື່ສັງຄົມ ອອນລາຍຍັງມີສິ່ງທ້າທາຍໃນການ ຄຸ້ມຄອງເນື້ອຫາທີ່ບໍ່ເໝາະສົມ, ເກີດ ມີຂ່າວປອມ ແລະ ຜົນກະທົບທາງ ລົບຕໍ່ສັງຄົມ, ກົນໄກການຄຸ້ມຄອງ, ການຮ່ວມມືກັບຜູ້ໃຫ້ບໍລິການ ແລະ ການສ້າງຄວາມຮູ້ເທົ່າທັນ ໃຫ້ແກ່ ປະຊາຊົນ ຍັງບໍ່ກົມກຽວກັນເທົ່າທີ່ ຄວນ; ບັນຫາການມົ້ວສຸມຢູ່ສະ ຖານບັນເທີງ ຊຶ່ງການຈັດຕັ້ງປະຕິ ບັດລະບຽບການຄຸ້ມຄອງສະຖານ ບັນເທີງ ແລະ ມາດຕະການລົງໂທດ ຕໍ່ຜູ້ລະເມີດ ຍັງບໍ່ເຂັ້ມງວດເທົ່າທີ່ ຄວນ; ບັນຫາອຸບັດເຫດຕາມທ້ອງ ຖະໜົນ ເຖິງວ່າຈະມີກົດໝາຍ ແລະ ມາດຕະການຕ່າງໆ, ແຕ່ອຸບັດເຫດ ຕາມທ້ອງຖະໜົນ ຍັງເກີດຂຶ້ນຢ່າງ ຕໍ່ເນື່ອງ ແລະ ສ້າງຄວາມສູນເສຍ ຢ່າງຫລວງຫລາຍ; ການເພີ່ມຂຶ້ນ ຂອງອັດຕາການຕິດເຊື້ອໄວຣັດ ພູມຄຸ້ມກັນບົກຜ່ອງຂອງມະນຸດ (HIV), ເຖິງວ່າຈະມີຄວາມພະຍາ ຍາມໃນການປ້ອງກັນ ແລະ ຄວບ ຄຸມ, ແຕ່ສະຖິຕິການຕິດເຊື້ອໃນບາງ ກຸ່ມ ຍັງມີທ່າອຽງເພີ່ມຂຶ້ນຢ່າງຕໍ່ ເນື່ອງແລະອື່ນໆເຊິ່ງບັນຫາທັງໝົດ ເຫລົ່ານັ້ນ, ໄດ້ສົ່ງຜົນກະທົບຕໍ່ສຸຂະ ພາບຂອງປະຊາຊົນ, ຄວາມບໍ່ສະ ຫງົບ, ຄວາມບໍ່ເປັນລະບຽບຮຽບ ຮ້ອຍຂອງສັງຄົມ, ກໍໃຫ້ເກີດການ ສູນເສຍຊີວິດ, ຊັບສິນ ແລະ ມີຜົນ ກະທົບຕໍ່ການສ້າງຊັບພະຍາກອນ ມະນຸດທີ່ມີຄຸນນະພາບຂອງຊາດ. ໃນກອງປະຊຸມ ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການ ວັດທະນະທໍາ-ສັງຄົມ ໄດ້ມີຄໍາເຫັນ ວ່າ: ຜ່ານກາຕິດຕາມກວດກາຂອງ ສະພາແຫ່ງຊາດ, ການລາຍງານ ສ່ອງແສງຈາກບັນດາທ່ານສະມາ ຊິກສະພາແຫ່ງຊາດ ທີ່ເປັນກຳມະ ການຂອງກຳມາທິການວັດທະນະ ທໍາ-ສັງຄົມ ໃນຂອບເຂດທົ່ວປະ ເທດບວກກັບການລາຍງານຂອງ ບັນດາຂະແໜງການ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເຫັນວ່າຍັງມີ ດ້ານອ່ອນທີ່ເປັນຂໍ້ຄົງຄ້າງແລະ ສິ່ງ ທ້າທາຍຈໍານວນໜຶ່ງ ທີ່ຈະຕ້ອງໄດ້ ເອົາໃຈໃສ່ປັບປຸງ, ແກ້ໄຂໃນຕໍ່ໜ້າ ເປັນຕົ້ນ ການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍການຄວບຄຸມຢາສູບ, ກົດໝາຍວ່າດ້ວຍສິລະປະການສະ ແດງ, ກົດໝາຍວ່າດ້ວຍການຄວບ ຄຸມເຄື່ອງດື່ມທີ່ມີທາດເຫລົ້າ, ກົດ ໝາຍວ່າດ້ວຍການກັນ ແລະ ຄວບ ຄຸມເຊື້ອພະຍາດ HIV, ກົດໝາຍ ວ່າດ້ວຍຢາເສບຕິດ, ກົດໝາຍວ່າ ດ້ວຍການຈະລາຈອນທາງບົກ, ກົດໝາຍວ່າດ້ວຍເຕັກໂນໂລຊີການ ສື່ສານ ຂໍ້ມູນຂ່າວສານ ແລະ ອື່ນໆ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ສົ່ງ ຜົນກະທົບທາງລົບ ແລະ ກົດໜ່ວງ ຈັງຫວະການຂະຫຍາຍຕົວຂອງ ການພັດທະນາທາງດ້ານເສດຖະ ກິດ-ສັງຄົມ ກໍຄື ການພັດທະນາຊັບ ພະຍາກອນມະນຸດຂອງຊາດ; ການ ຕິດຕາມກວດກາການຈັດຕັ້ງປະຕິ ບັດກົດໝາຍ ຍັງບໍ່ເປັນປົກກະຕິ ແລະ ຕໍ່ເນື່ອງ; ການປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງຂະ ແໜງການ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ບາງດ້ານຍັງບໍ່ທັນປະຕິບັດໄດ້ ຕາມທີ່ກົດໝາຍກຳນົດໄວ້; ການແບ່ງ ຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດ ຊອບ ລະຫວ່າງ ສູນກາງກັບທ້ອງ ຖິ່ນ, ລະຫວ່າງພາກສ່ວນຕ່າງໆທີ່ ກ່ຽວຂ້ອງ ຍັງມີຫລາຍຂອດບໍ່ທັນ ຈະແຈ້ງ ແລະ ເປັນເອກະພາບກັນ; ການໂຄສະນາເຜີຍແຜ່ກົດໝາຍ ທີ່ ຕິດພັນວຽກງານການແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆໃນສັງຄົມ ເຖິງວ່າ ໄດ້ມີຄວາມພະຍາຍາມເຮັດດ້ວຍ ຫລາຍຮູບ, ຫລາຍສີ ແລະ ຫລາຍ ວິທີການແລ້ວກໍຕາມ ແຕ່ປະສິດທິ ພາບ, ປະສິດທິຜົນໃນການໂຄສະນາ ບໍ່ທັນສູງ, ບໍ່ທັນເລິກເຊິ່ງ, ຕໍ່ເນື່ອງ, ກວ້າງຂວາງ ແລະ ທົ່ວເຖິງ, ຍັງມີ ລັກສະນະແບບລວມໆ, ບໍ່ທັນລົງ ເລິກອະທິບາຍ, ສ້າງຄວາມເຂົ້າໃຈ ໄດ້ຢ່າງເລິກເຊິ່ງ ເຮັດໃຫ້ຄວາມ ຮັບຮູ້ ແລະ ເຂົ້າ ໃຈຕໍ່ກັບກົດໝາຍ ດັ່ງກ່າວ,ສະຕິເຄົາລົບແລະປະຕິບັດ ກົດໝາຍຍັງບໍ່ທັນສູງ ລວມທັງການ ບັງຄັບໃຊ້ກົດໝາຍຕໍ່ຜູ້ລະເມີດ ກໍ ບໍ່ທັນເຂັ້ມງວດເທົ່າທີ່ຄວນ; ການ ຜັນຂະຫຍາຍບັນດາມາດຕາຂອງ ບາງກົດໝາຍ ທີ່ກໍານົດໃຫ້ມີລະ ບຽບການຕ່າງຫາກ ທີ່ກຳນົດໃນ ກົດໝາຍດັ່ງກ່າວ ຍັງຊັກຊ້າ ຫລື ມາດຕາທີ່ຜັນຂະຫຍາຍເປັນນິຕິກໍາ ໃຕ້ກົດໝາຍແລ້ວ,ແຕ່ການຈັດຕັ້ງປະ ຕິບັດກໍຍັງບໍ່ທັນມີປະສິດທິພາບ ແລະປະສິດທິຜົນເທົ່າທີ່ຄວນ;ຄວາມ ຮັບຜິດຊອບໜ້າທີ່ການເມືອງຂອງ ຄະນະພັກ, ຄະນະນໍາທຸກຂັ້ນໃນ ການບັນຊາ, ນໍາພາ-ຊີ້ນໍາ ໃນການ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ຍັງ ບໍ່ທັນສູງເທົ່າທີ່ຄວນ; ການປະສານ ສົມທົບ ລະຫວ່າງບັນດາຂະແໜງ ການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນໂລ່ງລ່ຽນ, ກົມ ກຽວແລະ ເປັນລະບົບດີເທົ່າທີ່ຄວນ, ຍັງເຮັດພໍໃຜພໍລາວ ແລະ ມີສະພາບ ການຖິ້ມຄວາມຮັບຜິດຊອບໃຫ້ກັນ; ບຸກຄົນ, ນິຕິບຸກຄົນ ແລະ ການຈັດ ຕັ້ງຍັງບໍ່ໃຫ້ການຮ່ວມມື, ບໍ່ເອົາໃຈ ໃສ່ປະຕິບັດຕາມເນື້ອໃນກົດໝາຍ ກຳນົດ ແລະ ຍັງບໍ່ທັນມີການຕິດ ຕາມກວດກາ ເປັນປົກກະຕິ ແລະ ປະຕິບັດມາດຕະການແກ້ໄຂຢ່າງ ເຂັ້ມງວດ ເຮັດໃຫ້ມີສະພາບການ ລະເມີດກົດໝາຍຫລາຍ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບ ຟັງການລາຍງານສະພາບສິ່ງທ້າ ທາຍຂອງຢາສູບໄຟຟ້າ, ຄວາມຄືບ ໜ້າຂອງການຕໍ່ສັນຍາການລົງທຶນ ຂອງບໍລິສັດຜະລິດຢາສູບໃນ ສປປ ລາວ; ການຄຸ້ມຄອງການນໍາເຂົົ້າ ແລະ ຈໍາໜ່າຍຢາສູບ ໂດຍສະເພາະ ຢາສູບໄຟຟ້າ, ຄໍລາເຈນ, ປຸ່ມເປົ້າ ທີ່ ເປັນອັນຕະລາຍຕໍ່ສຸຂະພາບ; ການ ຄຸ້ມຄອງນໍາໃຊ້ຢາສູບໄຟຟ້າ, ຄໍລາ ເຈນ, ປຸ່ມເປົ້າ ທີ່ເປັນອັນຕະລາຍຕໍ່ ສຸຂະພາບ ຢູ່ສະຖານການສຶກສາ; ການຄຸ້ມຄອງສະຖານບັນເທີງ ເປັນ ຕົົ້ນ ບັນຫາມົ້ວສຸມສິ່ງເສບຕິດ, ສິ່ງ ລາມົກອານາຈານ; ການຄຸ້ມຄອງສື່ ສັງຄົມອອນລາຍ ທີ່ກະທົບຕໍ່ວັດທະ ນະທໍາ ແລະ ຮີດຄອງປະເພນີອັນດີ ງາມຂອງຊາດ; ສະພາບການຕິດ ເຊື້ອ HIV ພະຍາດເອດ (AIDs); ສະພາບກ່ຽວກັບອຸບັດເຫດທາງ ທ້ອງຖະໜົນ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ ພ້ອມກັນຄົ້ນຄວ້າແລກປ່ຽນຄຳຄິດ ຄຳເຫັນຢ່າງກົງໄປກົງມາ, ສ້າງສັນ ແລະ ດ້ວຍຄວາມຮັບຜິດຊອບ ເພື່ອ ຊອກໃຫ້ເຫັນບັນຫາ, ຂໍ້ຄົງຄ້າງ, ວິທີການ ແລະ ມາດຕະການແກ້ໄຂ ໃຫ້ທັນການ ແລະນຳໄປສູ່ການປ່ຽນ ແປງໃນທາງທີ່ດີຂຶ້ນໃນຕໍ່ໜ້າ. ຂ່າວ-ພາບ: ສອນສັກ ວັນວິໄຊ ປະທານຄະນະ... ຫາລືການແກ້ໄຂ...ື້

xa fw9rN o4kogIa f.sh dv'ra omu 2 zj k;q 'xy f]h v,la f86 1j k',u w- x6 ddkg2 gIa f.sh 7v[7q ;,u ]kpIa [c[[pn opq ' 19/05/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ພາບປະກອບ ບົດສະເໜີົີ (ເນື່ອງໃນໂອກາດລະນຶກວັນປະຫວັດສາດ ື່ຶັັ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ັີ່ົິ້ັູ ຄົບຮອບ66ປີວັນທີ18/5/1959-18/5/2025)ົີັີ xtmko 3Ij 9uj ,y ' z6h oemuj pyj '.spj oa d;a fmtotmepvfpyj ' (ເນ່ືອງໃນໂອກາດວັນເກີດປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ 19/5/1890-19/5/2025)່ືັີ່ີ່ິົີ * ການຜ່າວົງປິດລ້ອມຂອງສັດຕູ ໄດ້ຢ່າງມີໄຊຂອງກອງພັນທີ 2 ໃນ ວັນທີ18 ພຶດສະພາ 1959 ແມ່ນ ໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ ປົດປ່ອຍປະເທດຊາດ ພາຍໃຕ້ການ ນຳພາອັນສະຫລາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວຖືເປັນ ການເປີດສັງກາດໃໝ່ແຫ່ງການຕໍ່ສູ້ ປົດປ່ອຍປະເທດຊາດ ອອກຈາກ ແອກປົກຄອງຂອງພວກຈັກກະພັດ ແລະ ກ້າວສູ່ການປົດປ່ອຍປະ ເທດຊາດໄດ້ຢ່າງມີໄຊໃນວັນທີ 2 ທັນວາ 1975. ການຕໍ່ສູ້ດັ່ງກ່າວ ສາມາດຍາດໄຊຊະນະໄດ້ຢ່າງມີໄຊ ນັ້ນມີຫລາຍປັດໄຈພື້ນຖານທີ່ເປັນ ອັນຕັດສິນ. ໃນນັ້ນ ສິ່ງທີ່ເປັນປັດ ໄຈຕົ້ນຕໍແມ່ນຍ້ອນມີການນຳພາ ອັນຖືກຕ້ອງຂອງພັກປະຊາຊົນ ປະຕິວັດລາວ ບວກກັບພະນັກງານ, ສະມາຊິກພັກ ແລະ ນັກຮົບກອງ ພັນທີ 2 ໄດ້ຮັບການສຶກສາອົບຮົມ ການເມືອງແນວຄິດເປັນຢ່າງດີ, ອັນໄດ້ເຮັດໃຫ້ທຸກຄົນມີຄວາມຈົງ ຮັກພັກດີຕໍ່ພັກຕໍ່ປະເທດຊາດ, ຕໍ່ ປະຊາຊົນ, ບໍ່ຫວັ່ນໄຫວຄອນແຄນ ຕໍ່ອຸປະສັກຫຍຸ້ງຍາກ, ສິ່ງທົດສອບ ທ້າທາຍຫລາຍປະການ. ພາຍໃນ ມີຄວາມສາມັກຄີເປັນເອກະພາບ ມີນໍ້າໃຈສູ້ຮົບເດັດດ່ຽວອາດຫານ, ປະຕິບັດລະບຽບວິໄນ ແລະ ຄໍາສັ່ງ ເຂັ້ມງວດ, ຮັກສາຄວາມລັບຢ່າງ ເດັດຂາດ. ທິດທາງການນຳພາ ຂອງພັກໃນການຕໍ່ສູ້ກອບກູ້ເອົາ ປະເທດຊາດນັ້ນນອກຈາກຈະຕໍ່ສູ້ ດ້ວຍອາວຸດຍຸດໂທປະກອນແລ້ວ ຍັງມີການປະສານສົມທົບກັບການ *ກາເຟ ແມ່ນສິນຄ້າໜຶ່ງທີ່ຕະ ຫລາດມີຄວາມຕ້ອງການຫລາຍ ເຊິ່ງເປັນທ່າແຮງອັນໜຶ່ງໃຫ້ແກ່ ປະຊາຊົນຜູ້ມີເງື່ອນໄຂປູກກາເຟເປັນ ສິນຄ້າສ້າງລາຍຮັບເຂົ້າຄອບຄົວ. ດັ່ງຄອບຄົວຂອງທ່ານນາງ ເພັດສະ ໝັນ ສີລາພອນ ປະຊາຊົນບ້ານຄູນ ໄຊ ເມືອງດາກຈຶງ ແຂວງເຊກອງ ໄດ້ຖືເອົາການປູກກາເຟເປັນສິນຄ້າ ສາມາດສ້າງລາຍຮັບເຂົ້າຄອບຄົວ ຢ່າງຍືນຍົງ ແລະ ເຮັດໃຫ້ຄອບຄົວ ມີການພັດທະນາກ້າວສູ່ການຫລຸດ ພົ້ນອອກຈາກຄວາມທຸກຍາກເທື່ອ ລະກ້າວ. ທ່ານນາງ ເພັດສະໝັນ ສີລາ ພອນ ໄດ້ເລົ່າສູ່ຟັງໃນໂອກາດເຂົ້າ ຮ່ວມງານເສວະນາກາເຟ ທີ່ເມືອງ ປາກຊ່ອງ ແຂວງຈຳປາສັກ ໃນ ທ້າຍເດືອນເມສາຜ່ານມາວ່າ: ໃນ ເມື່ອກ່ອນຄອບຄົວຕົນແມ່ນພົບ ຄວາມຫຍຸ້ງຍາກຫລາຍຢ່າງໃນ ການດຳລົງຊີວິດນັບແຕ່ການທຳ ມາຫາກິນ ແລະ ຍັງຂາດແຮງງານ, ວຽກເຮັດງານທຳບໍ່ໝັ້ນຄົງ, ໃນ ເບື້ອງຕົ້ນໄດ້ອາໄສພຽງແຕ່ການປູກ ຝັງປະສົມປະສານຄື: ເຮັດໄຮ່ປູກ ເຂົ້າ, ປູກກາເຟ, ລ້ຽງສັດ ທີ່ເປັນມູນ ເຊື້ອພື້ນຖານຂອງຕົນເອງເຮັດໄປ ຕາມທຳມະຊາດເທົ່ານັ້ນ. ມາໃນປີ 2018 ໄດ້ເລີ່ມເຂົ້າຮ່ວມກຸ່ມຜະລິດ ກາເຟຂັ້ນບ້ານ ແລະ ໃນປີ 2022 ຄອບຄົວຕົນກໍ່ໄດ້ຖືກຄັດເລືອກໃຫ້ ເຂົ້າຮ່ວມໂຄງການຊຸບເປີວີຄັອບຟີ (Super We Coffee) ທີ່ໄດ້ ສົ່ງເສີມປະຊາຊົນປູກກາເຟອໍແກ *ຕະຫລອດເສັ້ນທາງການປະ ຕິວັດອັນຍາວນານເກືອບແປດສິບ ປີຂອງທ່ານ ໂຮ່ຈີ່ມິງ ໄດ້ອຸທິດຕົນ ຕໍ່ສູ້ກັບຄວາມບໍ່ຍຸຕິທໍາ ແລະ ການ ກົດຂີ່, ເພື່ອກອບກູ້ ແລະ ນຳມາ ຊີວິດທີ່ມີຢູ່ມີກິນ ໃຫ້ແກ່ປະຊາຊົນ ແລະ ປະເທດຊາດບ້ານເມືອງ, ສະແຫວງຫາຄວາມສຸກໃຫ້ແກ່ ມະນຸດຊາດ. ທ່ານອຸທິດທັງຊີວິດ ໃຫ້ແກ່ປະເທດຊາດຫວຽດນາມ, ຂະບວນການກອມມູນິດ ແລະ ກໍາ ມະກອນສາກົນ. ປະທານ ໂຮ່ຈີ່ມິງ ບໍ່ພຽງແຕ່ເປັນນັກຄິດຜູ້ໂດດເດັ່ນ ເທົ່ານັ້ນ ທ່ານຍັງເປັນນັກປະຕິບັດ ເກັ່ງກ້າ, ບໍ່ພຽງແຕ່ເປັນນັກການ ເມືອງຜູ້ຍິ່ງໃຫຍ່ ທ່ານຍັງເປັນນັກ ວັດທະນະທໍາຜູ້ພົ້ົ້ນເດັ່ນຍອດຍິ່ງ. (ເມື່ອວັນທີ 9 ມັງກອນ 2008, ທ່ານ ດີ. ທີ. ໂນວິຄອຟ ເລຂາທິການ ພັກກອມມູນິດແຫ່ງສະຫະພັນຣັດ ເຊຍ ໄດ້ເດີນທາງມາຢ້ຽມຢາມສະ ຖານທີ່ພັກຂອງປະທານ ໂຮ່ຈີ່ມິງ ແລະ ໄດ້ມີຄຳເຫັນໃນປຶ້ມຢ້ຽມຢາມ ທີ່ເຂດບຮານສະຖານໂຮ່ຈີ່ມິງ, ພາຍໃນທໍານຽບປະທານປະເທດ ຫວຽດນາມ). ໃນໄລຍະແຫ່ງການເຄື່ອນໄຫວ ປະຕິວັດຢູ່ຕ່າງປະເທດ, ທ່ານ ໂຮ່ຈີ່ ມິງ ໄດ້ສຶກສາຄົ້ນຄວ້າ ແລະ ຮຽນ ຮູ້ເອົາສິ່ງຍອດຢ້ຽມຂອງວັດທະນະ ທໍາຕາເວັນຕົກ. ທ່ານຂຽນໜັງສື ແລະ ບົດຄວາມໃນພາສາຝຣັ່ງ, ພາ ສາອັງກິດ, ພາສາຣັດເຊຍ… ໂດຍ ສະເພາະແມ່ນໄດ້ເຂົ້າເຖິງ ແລະ ຮັບເອົາລັດທິມາກ- ເລນິນ, ເຊິ່ງ ເປັນຍອດແຫ່ງແນວຄິດມະນຸດນິຍົມ ຂອງມະນຸດຊາດ. ທ່ານແຕ່ງກອນ ພາສາຈີນ ທີ່ບັນລຸລະດັບປັນຍາຊົນ ທາງອັກສອນສາດຂອງຈີນ, ໄດ້ສືບ ທອດປະເພນີວັດທະນະທໍາຕາເວັນ ອອກ, ຮຽນຮູ້ເອົາລັດທິຂົງຈື້, ພຸດ ທະສາສະໜາ ແລະ ອື່ນໆ. ປະທານ ໂຮ່ຈີ່ມິງໄດ້ນໍາລັດທິມາກ-ເລນິນ ມາປະຍຸກໃຊ້, ພັດທະນາ ແລະ ເຮັດ ໃຫ້ຫລາກຫລາຍຍິ່ງຂຶ້ນ ເພື່ອໃຫ້ ສອດຄ່ອງກັບສະພາບຄວາມເປັນ ຈິງຂອງການປະຕິວັດຫວຽດນາມ. ປະທານ ໂຮ່ຈີ່ມິງ ຮັບຮູ້ຢ່າງເລິກ ເຊິ່ງເຖິງຄວາມໝາຍອັນຍິ່ງໃຫຍ່ ແລະ ບົດບາດສໍາຄັນຂອງວັດທະນະ ທໍາ, ໂດຍທ່ານຊີ້ໃຫ້ເຫັນວ່າ: “ວັດ ທະນະທໍາຕ້ອງເປັນຜູ້ນໍາທາງໃຫ້ແກ່ ຊາດ”. ທ່ານຄືຜູ້ນໍາແນວໜ້າແຫ່ງວັນ ນະກໍາ-ສິລະປະ ແລະສື່ສານມວນຊົນ ປະຕິວັດ. ທ່ານຕໍ່ສູ້ໂດຍບໍ່ອິດເມື່ອຍ ເພື່ອເອກະລາດຂອງຊາດ ແລະ ລັດທິ ສັງຄົມນິຍົມ, ເພື່ອຄວາມຍຸຕິທໍາ ແລະ ຄວາມຍຸຕິທຳໃນໂລກນີ້. ພາຍໃຕ້ ການນໍາພາອັນສະຫລາດສ່ອງໃສ ຂອງທ່ານການປະຕິວັດເດືອນສິງຫາ ປີ1945ຂອງປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະ, ນໍາເອກະລາດສູ່ ປະເທດຊາດ ແລະ ນຳຄວາມເປັນ ວັດທະນະທໍາຫວຽດນາມ ໄດ້ຢືນ ຢັນບົດບາດຄວາມສຳຄັນຂອງຕົນ ແລະ ເປີດຍຸກສະໄໝໃໝ່ໃຫ້ກັບວັດ ທະນະທໍາຂອງຊາດ. ການປະກອບ ສ່ວນຂອງປະທານ ໂຮ່ຈີ່ມິງ ໃນ ດ້ານວັດທະນະທໍາບໍ່ພຽງແຕ່ໃນເຊີງ ທິດສະດີເທົ່ານັ້ນ ຍັງເຊື່ອມຊຶມເຂົ້າ ໃນຕະຫລອດຊີວິດ ແລະ ພາລະກິດ ປະຕິວັດອັນຍິ່ງໃຫຍ່ຂອງທ່ານ ໂດຍ ເປັ່ງປະກາຍໃນທຸກການກະທໍາ, ທຸກ ທ່າທີ, ທຸກຄວາມສໍາພັນກັບປະຊາ ຊົນ, ສະຫາຍ ແລະ ເພື່ອນມິດນາ ນາຊາດ. ເຖິງແມ່ນໃນໂລກປັດຈຸບັນທີ່ ປ່ຽນແປງ ແລະ ຜັນຜວນຢ່າງ ວ່ອງໄວ, ແຕ່ຍັງຄົງມີຄຸນຄ່າທີ່ບໍ່ ເຄີຍປ່ຽນແປງ. ໃນບັນດາຄຸນຄ່າທີ່ ຍືນຍົງນັ້ນ ມີຢູ່ໜຶ່ງຄືມໍລະດົກທາງ ແນວຄິດ ແລະ ຄຸນນະທໍາຂອງໂຮ່ ຈີ່ມິງ. ນັ້ນຄື ຄວາມເປັນມະນຸດສະ ທໍາ ແລະ ສັນຕິພາບ; ປະເທດຊາດ ແລະ ມະນຸດຊາດ; ປະຊາທິປະໄຕ ແລະ ຄວາມເປັນມະນຸດ; ເສລີພາບ ແລະ ຄວາມສຸກ; ຈິດໃຈຮັກຊາດ ແລະ ລັດທິຊາດນິຍົມແທ້ຈິງ; ຄຸນ ນະທໍາປະຕິວັດຄື ຄວາມຂະຫຍັນ, ປະຢັດ, ຊື່ສັດ, ຍຸຕິທໍາ, ອຸທິດຕົນເພື່ອ ສ່ວນລວມ. ປຸກລະດົມຂົນຂວາຍ ໂດຍຍາມໃດ ກໍໄດ້ເອົາໃຈໃສ່ເຮັດວຽກງານລົງ ກໍ່ສ້າງຮາກຖານການເມືອງ, ປຸກ ລະດົມຂົນຂວາຍປະຊາຊົນ ກໍຄື ຂົນຂວາຍກໍາລັງຂອງຝ່າຍກົງກັນ ຂ້າມ. ສະນັ້ນ, ຈິ່ງໄດ້ຮັບການສະ ໜັບສະໜູນຊ່ວຍເຫລືອຈາກອໍາ ນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ. ການຜ່າວົງປິດລ້ອມ ຂອງກອງພັນທີ 2 ມີການຈັດຕັ້ງນໍາ ພາ-ບັນຊາທີ່ໜັກແໜ້ນ, ເດັດດ່ຽວ ເດັດຂາດ, ເສີມຂະຫຍາຍຫົວຄິດ ປະດິດສ້າງຂອງໝົດທຸກຄົນ, ກໍາ ແໜ້ນກາລະໂອກາດອັນເໝາະສົມ ແລະ ມີວິທີຫລອກຫລວງສັດຕູຢ່າງ ມີໄຫວພິບພ້ອມນີ້ຍັງໄດ້ຮັບການ ສະໜັບສະໜູນຊ່ວຍເຫລືອຢ່າງ ໝົດຈິດໝົດໃຈຈາກກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ສັງລວມແລ້ວ, ການຕໍ່ສູ້ຢ່າງພິລະ ອາດຫານ ແລະ ບໍ່ຍອມຈຳນົນດັ່ງ ກ່າວສະແດງໃຫ້ເຫັນເຖິງຄວາມບໍ ລິສຸດຜຸດຜ່ອງ, ຄວາມຈົງຮັກພັກ ດີ, ຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວ, ຄວາມອົດທົນໝັ້ນໜຽວບໍ່ ຄອນແຄນຕໍ່ການນາບຂູ່, ຫລອກ ຫລວງຂອງສັດຕູ. ນໍ້າໃຈສູ້ຮົບພິລະ ອາດຫານ ແລະ ມີໄຫວພິບຂອງ ກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າ ໃຫ້ແກ່ຂະບວນການປະຕິວັດ ເພື່ອ ຕີຊະນະກັບຈັກກະພັດຜູ້ຮຸກຮານ. ພ້ອມດຽວກັນນັ້ນກໍເຮັດໃຫ້ກໍາລັງ ປະຕິວັດ, ໂດຍສະເພາະແມ່ນກໍາລັງ ປະກອບອາວຸດປະຊາຊົນນັບມື້ເຕີບ ໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ. ນິກປອດສານພິດ ເຊິ່ງໂຄງການ ດັ່ງກ່າວ ໄດ້ໃຫ້ບົດຮຽນໃນການ ບົວລະບັດຮັກສາ, ເຕັກນິກການ ປູກ ແລະ ຂັ້ນຕອນຕ່າງໆຂອງ ການຜະລິດກາເຟ. ພ້ອມນີ້, ຍັງໄດ້ ສະໜອງອຸປະກອນຕ່າງໆ, ເບ້ຍ ກາເຟ, ການເລືອກແນວພັນ, ເລືອກ ເມັດກາເຟ, ວິທີເຮັດຝຸ່ນບົ່ມ ແລະ ຊອກຕະຫລາດຈໍາໜ່າຍທີ່ຮອງ ຮັບໝັ້ນຄົງ. ດ້ວຍຄວາມມັກຮັກ ດຸໝັ້ນ, ຄວາມພະຍາຍາມເຮັດໃຫ້ ກາເຟຂອງຕົນຖືກເລືອກເປັນອັນດັບ ສອງໃນໝວດ ວັອສ ຂອງແນວພັນ ກາເຟ ອາຣາບິກ້າ ທີ່ດີທີ່ສຸດໃນການ ປະກວດແຂ່ງຂັນ Green coffee ໃນປີ 2023 ແລະ ສ້າງລາຍຮັບ ໄດ້ປະມານ 150 ລ້ານກວ່າກີບຕໍ່ ປີ. ຈາກບົດຮຽນປະສົບການ ແລະ ຜົນສຳເລັດດັ່ງກ່າວ ສົ່ງຜົນເຮັດໃຫ້ ຕົນໄດ້ຖືກຄັດເລືອກເປັນປະທານກຸ່ມ ປູກກາເຟຂອງບ້ານຄູນໄຊ ພ້ອມທັງ ໄດ້ນຳພາສະມາຊິກກຸ່ມຜະລິດກາເຟ ທີ່ມີຄຸນນະພາບ ເພື່ອສົ່ງໄປຈຳໜ່າຍ ທີ່ນະຄອນຫລວງວຽງຈັນ ປະມານ 700 ກິໂລ ຫາ 1 ໂຕນຕໍ່ປີ. ປັດຈຸບັນຄອບຄົວໄດ້ສຸມໃສ່ການ ຜະລິດກາເຟ ໃຫ້ມີຄຸນນະພາບ, ສະ ອາດ ແລະ ເປັນມິດກັບສິ່ງແວດ ລ້ອມ ເພາະມີລາຍຮັບຈາກການ ຂາຍກາເຟເປັນຫລັກ, ສ້າງວຽກ ເຮັດງານທຳທີ່ໝັ້ນຄົງສາມາດສ້າງ ຄວາມເຂັ້ມແຂງໃຫ້ກັບຕົນເອງ, ຄອບຄົວ, ມີທຶນໝູນວຽນສືບຕໍ່ໃນ ການຜະລິດການເຟ, ປັບປຸງຊີວິດ ການເປັນຢູ່ຂອງຄອບຄົວດີຂຶ້ນ ກວ່າເກົ່າ ພ້ອມທັງສົ່ງເສີມໃຫ້ລູກໄດ້ ເຂົ້າສຶກສາຮໍ່າຮຽນ. ນອກນັ້ນ, ຕົນ ກໍ່ກ້າສະແດງອອກຫລາຍຂຶ້ນ ໂດຍ ສະເພາະການແລກປ່ຽນບົດຮຽນກັບ ຊາວສວນ, ຜູ້ປະກອບການຕ່າງໆ ສາມາດຍົກລະດັບພັດທະນາຕົນ ເອງໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ.

RkJQdWJsaXNoZXIy MTc3MTYxMQ==