ຂປລ
ວັນທີ 19 ພຶດສະພາ ແມ່ນວັນຄົບຮອບ 135 ປີ ແຫ່ງວັນຄ້າຍ ວັນເກີດ ປະທານ ໂຮ່ຈີມິນ, ນັກວິລະຊົນ ປົດປ່ອຍຊາດ, ນັກວັດທະນະທຳໂລກ (19/5/1890 –19/5/2025).

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 19 ພຶດສະພາ ແມ່ນວັນຄົບຮອບ 135 ປີ ແຫ່ງວັນຄ້າຍ ວັນເກີດ ປະທານ ໂຮ່ຈີມິນ, ນັກວິລະຊົນ ປົດປ່ອຍຊາດ, ນັກວັດທະນະທຳໂລກ (19/5/1890 –19/5/2025). ບໍ່ພຽງແຕ່ ແມ່ນການນຳຜູ້ຍິ່ງໃຫຍ່ ໃນພາລະກິດປົດປ່ອຍຊາດ ເທົ່ານັ້ນ, ແນວຄິດ ແລະ ແບບຢ່າງຄຸນສົມບົດ ຂອງປະທານ ໂຮ່ຈີມິນ ຍັງເປັນພື້ນຖານ ອັນໝັ້ນແກ່ນ ໃຫ້ແກ່ ອະນາຄົດ ຂອງປະເທດຊາດ ອີກດ້ວຍ. ແກ່ນສານຂອງແນວຄິດ ໂຮ່ຈີມີນ ແມ່ນຄວາມຄາດຫວັງ ຍາດໄດ້ ເອກະລາດ ແຫ່ງຊາດ ຕິດພັນກັບ ສັງຄົມນິຍົມ, ເພື່ອເປົ້າໝາຍສຸດທ້າຍ ແມ່ນນຳມາເຊິ່ງ ຄວາມເສລີພາບ, ຄວາມອີ່ມໜຳສຳລານ, ສົມບູນພູນສຸກ ໃຫ້ແກ່ ປະຊາຊົນ. ແນວຄິດ ແລະ ແບບຢ່າງ ຂອງປະທານ ໂຮ່ຈີມິນ ໄດ້ເຍືອງທາງ, ນຳພາຊາດ ຫວຽດນາມ ບັນລຸໄດ້ ຫລາຍຜົນງານ ອັນຍິ່ງໃຫຍ່, ມີຄວາມໝາຍ ປະຫວັດສາດ. ກ່ຽວກັບດ້ານເສດຖະກິດ, ຫວຽດນາມ ບັນລຸໄດ້ບັນດາບາດກ້າວ ພັດທະນາ ຢ່າງກະໂດດຂັ້ນ. ຈາກປະເທດ ທຸກຍາກ, ຫລ້າຫລັງ, ປັດຈຸບັນ, ລະດັບການເຕີບໂຕ GDP ສະເລ່ຍແຕ່ປີ 1986 – 2023 ບັນລຸໄດ້ ປະມານ 6,5–7% ຕໍ່ປີ, ນຳ ຫວຽດນາມ ນອນໃນກຸ່ມ 35 ພື້ນຖານເສດຖະກິດ ແຖວໜ້າໂລກ ແລະ ນອນໃນກຸ່ມ 20 ປະເທດ ທີ່ມີຂອບ ຂະໜາດ ການຄ້າໃຫຍ່ສຸດ. ຫວຽດນາມ ບໍ່ພຽງແຕ່ ຮັບປະກັນ ຄວາມໝັ້ນຄົງ ດ້ານສະບຽງອາຫານ ໃຫ້ປະຊາກອນກວ່າ 100 ລ້ານຄົນ ເທົ່ານັ້ນ ຫາກຍັງກາຍເປັນ ປະເທດ ສົ່ງອອກເຂົ້າ ແລະ ຜະລິດຕະພັນກະສິກຳ ຫລາຍຢ່າງ ຢືນອັນດັບແຖວໜ້າໃນໂລກ. ສຳລັບ ໃນຂົງເຂດສັງຄົມ, ແນວຄິດ “ຖືປະຊາຊົນເປັນກົກ” ຂອງປະທານ ໂຮ່ຈີມິນ ໄດ້ຮັບການສະແດງອອກຢ່າງຈະແຈ້ງ ຜ່ານບັນດານະໂຍບາຍຂອງພັກ ກ່ຽວກັບ ການຮັບປະກັນ ຊີວິດສັງຄົມ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນ ຄວາມທຸກຍາກ. ບັນດາໂຄງການເປົ້າໝາຍແຫ່ງຊາດ ໄດ້ຮັບການຜັນຂະຫຍາຍ ຢ່າງກວ້າງຂວາງ. ພິເສດ, ແຜນນະໂຍບາຍລົບລ້າງ ເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ໄດ້ຮັບການຜັນຂະຫຍາຍຢ່າງແຮງ ໃນທົ່ວປະເທດ, ມຸ່ງໄປເຖິງເປົ້າໝາຍ ຮອດປີ 2025 ບໍ່ປະໃຫ້ປະຊາຊົນຜູ້ໃດຕ້ອງດຳລົງຊີວິດໃນເງື່ອນໄຂຫຍຸ້ງຍາກ, ບໍ່ມີເຮືອນຢູ່. ແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ບໍ່ພຽງແຕ່ເປັນແສງສະຫວ່າງເຍືອງທາງໃຫ້ແກ່ໄລຍະຜ່ານມາເທົ່ານັ້ນ, ຫາກຍັງແຜ່ກະຈາຍແຫລ່ງກຳລັງໃຫ້ແກ່ປັດຈຸບັນ ແລະ ອະນາຄົດ ພັດທະນາ ຂອງປະເທດ ອີກດ້ວຍ.ບັນດາຍຸດທະສາດ, ແຜນຜັງພັດທະນາ ເສດຖະກິດ-ສັງຄົມ ຮອດປີ 2030, ວິໄສທັດຮອດປີ 2045 ຂອງ ຫວຽດນາມ ລ້ວນແຕ່ຖືເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ” ເປັນຈຸດສຸມ. ນັ້ນແມ່ນຄວາມມຸ່ງມາດປາດຖະໜາຂອງ ປະທານ ໂຮ່ຈີມິນ ຄາວເພິ່ນຍັງມີຊີວິດຢູ່ ກ່ຽວກັບປະເທດ ຫວຽດນາມ ສັນຕິພາບ, ເອກະພາບ, ວັດທະນາຖາວອນ. ທ່ານ ຫງວຽນຊວັນຖັງ ຜູ້ອຳນວຍການ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຖືວ່າ: “ແນວຄິດປະທານ ໂຮ່ຈີມິນ ຈະເປັນພື້ນຖານ ສຳຄັນທີ່ສຸດ ເພື່ອຮັບໃຊ້ ໃຫ້ແກ່ ພາລະກິດສ້າງສາ ພັດທະນາ ປະເທດຊາດ, ປົກປັກຮັກສາ ປະເທດຊາດນັບແຕ່ນີ້ຮອດປີ 2030 ແລະ ວິໄສທັດຮອດປີ 2045. ນັ້ນກໍແມ່ນວິວັດທະນາ ການເພື່ອສະໜອງ ບ່ອນອີງ ໃຫ້ແກ່ ການສ້າງບັນດາເອກະສານ ກອງປະຊຸມໃຫຍ່ ຂອງພັກ ໃຫ້ສົມບູນແບບ,ປະກອບສ່ວນ ສ້າງທິດສະດີກ່ຽກັບ ແນວທາງປ່ຽນແປງໃໝ່ ໃຫ້ສົມບູນແບບ-ຖືນີ້ແມ່ນ ພື້ນຖານແນວຄິດ ຂອງພັກໃນອາຍຸການ ຈະມາເຖິງ”. ໂດຍຮ່ຳຮຽນ ຕາມແບບຢ່າງປະທານ ໂຮ່ຈີມິນ, ທົ່ວພັກ, ທົ່ວປວງຊົນ ຫວຽດນາມ ໄດ້ຍົກສູງເຈດຈຳນົງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ປ່ຽນແປງໃໝ່ ປະດິດຄິດສ້າງ ເພື່ອນຳປະເທດຊາດ ກ້າວເດີນຢ່າງໄວວາ ແລະ ເຂັ້ມແຂງ ໃນເສັ້ນທາງ ຫັນເປັນ ປະເທດ ອຸດສາຫະກຳ ແລະ ທັນສະໄໝ. ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ “ການຮ່ຳຮຽນ, ເຮັດຕາມແບບຢ່າງປະທານ ໂຮ່ຈີມິນ ເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ບໍ່ວ່າໃນສະພາບການໃດກໍຢຶດໝັ້ນກັບເປົ້າໝາຍເອກະລາດແບບຊົນຊາດ ຕິດພັນກັບສັງຄົມນິຍົມ; ເຈດຈຳນົງອັນແຮງກ້າ “ບໍ່ມີຍັງປະເສີດເລີດລ້ຳກວ່າເອກະລາດອິດສະຫຼະພາບ”; ປັບປຸງ, ເສີມຂະຫຍາຍ ກຳລັງແຮງ ຂອງກຸ່ມກ້ອນ ມະຫາສາມັກຄີ ທົ່ວປວງຊົນທັງຊາດ ຢ່າງບໍ່ຢຸດຢັ້ງ ພາຍໃຕ້ ການນຳພາຂອງພັກ, ສົມທົບກັບກຳລັງແຮງ ຂອງຍຸກສະໄໝ, ປະຕິ ບັດ ສຳເລັດ ບັນດາເປົ້າໝາຍ ຍຸດທະສາດ 100 ປີ ພາຍໃຕ້ ການນຳພາຂອງພັກ, 100 ປີສະຖາປະນາປະເທດ. ເຖິງວ່າຍັງ ປະສົບກັບຄວາມຫຍຸ້ງຍາກ ແນວໃດກໍຕາມ, ແຕ່ພວກເຮົາ ກໍຕ້ອງສ້າງປະເທດ ຫວຽດນາມ ທີ່ປະຊາຊົນຮັ່ງມີ, ປະເທດຊາດ ເຂັ້ມແຂງ, ປະຊາທິປະໄຕ, ສິວິໄລ ໃຫ້ໄດ້”. ພັກ ແລະ ລັດ ຫວຽດນາມ ພວມຢຶດໝັ້ນກັບເປົ້າໝາຍພັດທະນາປະເທດຊາດບົນເສັ້ນທາງສັງຄົມນິຍົມ ເຊິ່ງປະທານ ໂຮ່ຈີມິນ ໄດ້ເລືອກເຟັ້ນ, ພ້ອມທັງເດັດດ່ຽວຜັນຂະຫຍາຍ ບັນດາຂອດ ບຸກທະລຸ ຍຸດທະສາດ ເພື່ອສ້າງບາດລ້ຽວ ຫັນປ່ຽນ ຢ່າງຈະແຈ້ງ ໃນຍຸກສະໄໝໃໝ່. ແຕ່ລະບາດກ້າວຫັນປ່ຽນ ລ້ວນແຕ່ປະຕິບັດ ຕາມຄວາມມຸ່ງມາດ ປາດຖະໜາ ຂອງເພິ່ນທີ່ວ່າ: “ສ້າງປະເທດ ຫວຽດນາມ ໃຫ້ໄດ້ 10 ເທົ່າຄືໃນວັນນີ້”, “ເພື່ອໄປທັນກັບບັນດາປະເທດ ມະຫາອຳນາດ ໃນໂລກ”.ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ຂອງປະທານ ໂຮ່ຈີມິນ ແມ່ນພື້ນຖານ ອັນລ້ຳຄ່າ ສຳລັບ ຊາດໃນເສັ້ນທາງ ພັດທະນາ. ເພິ່ນຍັງປະກົດຕົວ ຢູ່ໃນວຽກເຮັດ, ງານທຳແຕ່ລະຢ່າງ, ແຕ່ລະໄຊຊະນະ ຂອງພາລະກິດ ແຫ່ງການສ້າງສາ ແລະ ປັກປັກຮັກສາ ປະເທດ ຫວຽດນາມ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL